ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່​ສືບ​ລັບ ລາຍງານ ຕໍ່ ປ. ໂອບາມາ ແລະ ສະພາສູງ ກ່ຽວກັບ ການເຈາະຂໍ້ມູນ ຣັດເຊຍ


ປະທານາທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ຢຸດໜ້ອຍນຶ່ງໃນການກ່າວຄຳປາໄສທີ່ກອງປະຊຸມປະຈຳປີ 2016 ຂອງພັກ Democratic ໃນ Philadelphia, 27 ກໍລະກົດ, 2016.
ປະທານາທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ຢຸດໜ້ອຍນຶ່ງໃນການກ່າວຄຳປາໄສທີ່ກອງປະຊຸມປະຈຳປີ 2016 ຂອງພັກ Democratic ໃນ Philadelphia, 27 ກໍລະກົດ, 2016.

ການ​ທີ່​ສົງ​ໄສ​ວ່າ ຣັດ​ເຊຍ​ໄດ້​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງຂອງ​ສະຫະລັດ ໃນ​ປີ 2016 ຈະ​ເປັນ​ຫົວ​ຂໍ້ ​ໃນ​ການ​ຮັບ​ຟັງ​ຄຳ​ໃຫ້ການ 2 ຄັ້ງ ຕໍ່​ສະພາສູງສະຫະລັດ ໃນ​ວັນພະຫັດ​ມື້​ນີ້ ​ພ້ອມ​ດຽວ​ກັນ​ກັບການ​ລາຍ​ງານ​ຕໍ່ປະທານາທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ.

ປະທານາທິບໍດີ ​ໄດ້​ສັ່ງ​ໃຫ້​ປະຊາ​ຄົມ​ສືບ​ລັບ ​ທົບ​ທວນ​ຄືນ​ຄວາມເປັນ​ໄປ​ໄດ້ທີ່ຕ່າງປະ​ເທດ​ອາດ​ແຊກ​ແຊງ ເຂົ້າໃນ​ການ​ເລືອກຕັ້ງ ຢ້ອນ​ຄືນ​ໄປເຖິງ​ການ​ເລືອກ​ຕັ້ງ ໃນ​ປີ 2008 ທີ່ນຳ ພາໃຫ້​ທ່ານ​ເຂົ້າ​ສູ່​ທຳນຽບຂາວ. ​ເຈົ້າ​ໜ້າ​ທີ່ສະຫະລັດ​ໄດ້​ຢືນຢັນກັບ VOA ທີ່​ວ່າ ທ່ານ​ໂອ​ບາ​ມາ ຈະ​ໄດ້​ຮັບ​ຟັງ​ຜົນ​ການ​ສະຫຼຸບ​ໃນ​ວັນ​ພະຫັດ​ມື້​ນີ້ ​ແລະປະທານາທິບໍດີ ທີ່​ຖືກ​ເລືອກ​ໃໝ່ ທ່ານ Donald Trump ກໍຈະ​ໄດ້​ຮັບ​ຟັງລາຍ​ງານແບບ​ດຽວ​ກັນ ​ໃນ​ວັນ​ສຸກ​ມື້​ອື່ນນີ້.

​ອົງການ​ສືບ​ລັບ​ຊີ​ໄອ​ເອ ​ແລະ​ອົງການ​ສັນຕິ​ບານ​ກາງ ຫລື FBI ຂອງ​ລັດຖະບານ​ກາງ ​ສະຫະລັດ ຕ່າງກໍ​ໄດ້​ສະຫຼຸບ​ວ່າ ລັດຖະບານຣັດ​ເຊຍ​ແມ່ນຢູ່​ເບື້ອງຫຼັງ​ການໂຈມ​ຕີ​ເຈາະ
ຂໍ້​ມູນ ​ໃນ​ປີ 2016 ​ແລະ​ການ​ຕັ້ງ​ໃຈ​ເປີດ​ເຜີຍ​ເອກ​ກະສາ​ນຕ່າງໆ ທາງ WikilLeaks
ທີ່​ລົບ​ກວນການ​ເລືອກ​ຕັ້ງ.

ຄະນະ​ກຳມະການ​ກອງທັບ​ຂອງສະພາ​ສູງ​ສະຫະລັດ ​ແມ່ນ​ຈະ​ໄດ້​ຟັງ​ຄຳໃຫ້ການຈາກ
ຜູ້ອຳນວຍການ​ອົງການ​ສືບ​ລັບ​ແຫ່ງ​ຊາດ ທ່ານ James Clapper ຜູ້ອຳນວຍການ​ອົງການຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ພົນ​ເຮືອ​ເອກ Michael Rogers ​ແລະ​ທ່ານ Marcel Lettre ຮອງລັດຖະມົນຕີ​ກະຊວງ​ປ້ອງກັນ​ປະ​ເທດຮັບຜິດຊອບ​ໃນ​ເລື້ອງສືບລັບ.

Analyst: Trump's Defense of Russia Puts Him Outside Mainstream America
please wait

No media source currently available

0:00 0:02:25 0:00

​ໃນ​ວັນ​ພຸດ​ວານ​ນີ້ ປະທານ​ຄະນະ​ກຳມະການ ທ່ານ John McCain ​ໄດ້ເອີ້ນ​ການແຊກ​ແຊງ ​ຂອງຣັດ​ເຊຍ ນີ້​ວ່າ ​“​ເປັນ​ການ​ກະທຳເພື່ອ​ກໍ່​ໃຫ້​ເກີດ​ສົງຄາມ.”

ທ່ານ John McCain ກ່າວ​ວ່າ “ຖ້າ​ຫາກ​ທ່ານ​ພະຍາຍາມ​ທີ່​ຈະ​ທຳລາຍ​ ພື້ນຖານຂອງ​ລະບອບ​ປະຊາທິປະ​ໄຕ ​ແລ້ວ​ນັ້ນ ທ່ານ​ເປັນ​ຜູ້​ທີ່​ທຳລາຍ​ປະ​ເທດ​ນີ້, ທ່ານ McCain ​
ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ທີ່​ຕຶກ​ລັດ​ຖະສະພາ​ວ່າ ​ແລະອີກ​ດ້ານ​ນຶ່ງນັ້ນ ກໍ​ແມ່ນ​ການ​ເອົາ​ບາດກ້າວ​ຫຼາຍໆ​ແບບ​ຂອງ​ສົງຄາມ. ຂ້າພະ​ເຈົ້າ​ບໍ່​ໄດ້​ກ່າວວ່າ ນັ້ນ​ແມ່ນ​ການ​ໂຈມ​ຕີດ້ວຍ
​ລະ​ເບີດ​ປະລະມານູ. ຂ້າພະ​ເຈົ້າ​ພຽງ​ເວົ້າ​ວ່າ ຖ້າ​ຫາກ​ທ່ານ​ພະຍາ ຍາມ​ທີ່​ຈະ​ທຳລາຍ​ ພື້ນຖານຂອງ​ລະບອບປະຊາທິປະ​ໄຕຂອງ​ປະ​ເທດ​ນັ້ນ​ໆ​ແລ້ວ ຊຶ່ງ​ນັ້ນ​ແມ່ນ​ສິ່ງ​ທີ່​ພວກ​ເຂົາ​ກະທຳ ​ແລະ​ນັ້ນ​ລະ ມັນ​ເປັນ​ການ​ເອົາ​ບາດກ້າວໄປເພື່ອ​ກໍ່​ໃຫ້ ​ເກີດສົງຄາມ.

ການ​ຮັບ​ຟັງ​ຄຳ​ໃຫ້ການ​ແບບ​ປິດ​ລັບ ​ຂອງຄະນະ​ກຳມະການ​ສາຍ​ພົວພັນກັບ​ຕ່າງ​ປະເທດ ​ຈະເນັ້ນ​ໜັກ​ໃສ່​ເລື້ອງ​ ການ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ ຮັບຜິດຊອບ​ເລື້ອງຄວາມ​ໝັ້ນ
ຄົງທາງໄຊ​ເບີ ​ໂດຍ​ທ່ານ Danny Toler ​ແລະ​ເຈົ້າ​ໜ້າ​ທີ່​ຂອງກະຊວງ​ການ​ຕ່າງປະ​ເທດ ທ່ານ​ນາງ Victoria Nuland ​ແລະ​ທ່ານ Gentry Smith.​

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG