ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ແຜ້ວທາງ ເພື່ອສ້າງຄວາມກ້ຳເກິ່ງຄືນໃໝ່ ໄປສູ່ ຂົງເຂດເອເຊຍ ປາຊີຟິກ


ປ. ສະຫະລັດ Obama ກ່າວໃນກອງປະຊຸມ 10 ປະ​ເທດ​ສະມາຊິກ​ຂອງ​ສະມາຄົມ​ປະຊາ​ຊາດ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫລື ASEAN ຢູ່ Sunnylands ທີ່ເມືອງ Rancho Mirage ລັດ California, 15 ກຸມພາ, 2016.
ປ. ສະຫະລັດ Obama ກ່າວໃນກອງປະຊຸມ 10 ປະ​ເທດ​ສະມາຊິກ​ຂອງ​ສະມາຄົມ​ປະຊາ​ຊາດ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫລື ASEAN ຢູ່ Sunnylands ທີ່ເມືອງ Rancho Mirage ລັດ California, 15 ກຸມພາ, 2016.

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາກ່າວ​ວ່າ ສະ
ຫະລັດແລະ 10 ປະ​ເທດ​ສະມາຊິກ​ຂອງ​ສະມາຄົມ​ປະຊາ​ຊາດ
​ຂົງ​ເຂດ​ເອ​ເຊຍ ​ຕາ​ເວັນ​ອອກສຽງ​ໃຕ້ ຫລື ASEAN ສາມາດ
“ຮວມຕົວ​ກັນເພື່ອ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ຄວາມ​ເປັນ​ລະ
ບຽບ​ຮຽບຮ້ອຍ​ ຢູ່​ໃນ​ຂົງ​ເຂດ ບ່ອນ​ທີ່​ປະ​ເທດທັງ​ໝົດ​ ຈະ​ປະ
ພຶດ​ປະຕິບັດຕາມ​ກົດລະບຽບ​ອັນ​ດຽວ​ກັນ.”

ພວກປະທ້ວງຢືນຢູ່ຂ້າງນຶ່ງຂອງຖະໜົນ ທີ່ເນັ່ງໄປສູ່ Sunnylands ບອ່ນທີ່ ປ. Obama ເປັນເຈົ້າພາຍ ຕ້ອນຮັບຜູ້ນຳອາຊຽນ 15 ກຸມພາ 2016.
ພວກປະທ້ວງຢືນຢູ່ຂ້າງນຶ່ງຂອງຖະໜົນ ທີ່ເນັ່ງໄປສູ່ Sunnylands ບອ່ນທີ່ ປ. Obama ເປັນເຈົ້າພາຍ ຕ້ອນຮັບຜູ້ນຳອາຊຽນ 15 ກຸມພາ 2016.

ໃນ​ການ​ກ່າວ​ຄຳ​ປາ​ໄສໃນ​ວັນ​ຈັນ​ວານ​ນີ້ ​ເວລາເປີດ​ກອງ​ປະຊຸ​ມ
ສຸດ​ຍອດອາຊຽນ ທີ່​ທາງສະຫະລັດ ​ເປັນ​ເຈົ້າພາບ​ຄັ້ງ​ທຳ​ອິດ ທີ່​
ເມືອງ Rancho Mirage ລັດ California ນັ້ນ ທ່ານ​ໂອ​ບາ​ມາ
​ກ່າວ​ວ່າ ອາ​ຊຽນແມ່ນ “ສູນ​ກາງ” ຂອງສັນ​ຕິພາບແລະຄວາມ​ຈະ
​ເຣີນຮຸ່ງ​ເຮືອງ ​ໃນຂົງ​ເຂດ​ເອ​ເຊຍ​ອາຄະ​ເນ.

The South China Sea Dispute
please wait

No media source currently available

0:00 0:00:59 0:00

​ໃນ​ລະຫວ່າງ​ກອງ​ປະ​ຂຸມ​ສຸດ​ຍອດ​ເປັນ​ເວລາ 2 ມື້ທີ່​ສະຖານ​ທີ່​ຕາກ​ອາກາດປະຫວັດສາດ
​ແລະ​ທຳ​ມະ​ຊາດ​ສວ​ຍງາມ​ທີ່ Sunnylands ​ນັ້ນ ບັນດາ​ຜູ້ນຳ​ຂອງປະ​ເທດ​ຕ່າງໆຄາດ​ວ່າ
​ຈະ​ເຮັດ​ວຽກ​ເພື່ອ​ຮ່າງ​ຫລັກການ​ຈຳນວນ​ນຶ່ງ​ຂຶ້ນມາ​ ຊຶ່ງທ່ານໂອ​ບາ​ມາ​ໄດ້​ກ່າວ​ວ່າ “ບ່ອນ
ທີ່​ກົດໝາຍ​ສາກົນ​ແລະ​ມາດຕະຖານ​ຕ່າງໆ ​ຮວມມີ ​ເສລີພາບ​ໃນ​ການເດີນ​ເຮືອ ໄດ້​ມີ​
ການ​ນັບຖື ​ແລະ​ບັນຫາ​ຂັດ​ແຍ້​ງຕ່າງໆ​ ​ໄດ້​ຮັບການ​ແກ້​ໄຂ​ໂດຍ​ຜ່ານ​ວິທີ​ການ​ແບບ​ສັນ
ຕິ​ວິທີ ​ແລະ​ຕາມ​ຂັ້ນຕອນ​ກົດໝາຍ.”

ທຳນຽບຂາວ ​ເຫັນ​ວ່າ ​ບົດບາດ​ຂອງການ​ເປັນ​ຜູ້ນຳ​ຂອງ​ສະຫະລັດ ​ແລະ​ການ​ພົວກັນ​ໃນ​
ຂົງ​ເຂດ ​ແມ່ນມີ​ຄວາມ​ຫຼໍ່ແຫຼມສຳຄັນ​ຕໍ່ຄວາມ​ຈະ​ເຣີນຮຸ່ງ​ເຮືອງຂອງ​ສະຫະລັດ​ໃນ​ອະນາ​
ຄົດແລະເປັນ​ການ​ຕ້ານ​ຢັນ​ທີ່​ສຳຄັນ​ຕໍ່​ອິດ​ທິພົນ​ຂອງ​ຈີນ​ຢູ່​ທີ່​ນັ້ນ.

Obama Seeks to Solidify America as Leader in SE Asia
please wait

No media source currently available

0:00 0:00:43 0:00

XS
SM
MD
LG