ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ບາຣັກ ໂອບາມາ ສະເໜີຂຶ້ນພາສີ ສຳລັບພວກຄົນຮັ່ງມີ ແລະພວກບໍລິສັດໃຫຍ່ໆ


ປະທານາທິບໍດີ ບາຣັກ ໂອບາມາ ທີ່ທຳນຽບຂາວ ວັນທີ 19 ທັນວາ 2014
ປະທານາທິບໍດີ ບາຣັກ ໂອບາມາ ທີ່ທຳນຽບຂາວ ວັນທີ 19 ທັນວາ 2014

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະຣັດ ຢາກ​ຂຶ້ນ​ພາ
ສີສຳລັບພວກ​ຄົນ​ອາ​ເມຣກັນ​ທີ່​ຮັ່ງມີ​ທີ່​ສຸດ ​ແລະ​ພວກ​ບໍລິສັດ​
ໃຫຍ່​ທີ່​ສຸດ ຊຶ່ງ​ທ່ານ​ວ່າ ຈະ​ເຮັດ​ໃຫ້​ຄົນທີ່​ມີ​ລາຍ​ໄດ້​ພໍ​ປານ​ກາງ​
ແຂງ​ແຮງ​ຂຶ້ນ.

ຂໍ້​ສະ​ເໜີ ທີ່​ແຈ້ງ​ໃຫ້​ຊາບ​ຢູ່​ໃນ​ຖະ​ແຫຼ​ງການ​ຕໍ່​ນັກ​ຂ່າວ​ຂອງ​ທຳ
ນຽບຂາວ ​ເບິ່ງ​ຄື​ວ່າ​ຈະ​ບໍ່​ໄດ້​ຮັບ​ຜ່ານ​ຈາກລັດຖະສະພາ​ທີ່​ຄອບ
​ງຳ​ໂດຍ​ພັກ Republican ນັ້ນ ​ແຕ່​ເປັນ​ການສະ​ແດງ ເພື່ອ​ເນັ້ນ​
ໜັກ​ໃຫ້ເຫັນຄວາມ​ແຕກ​ຕ່າງ​ກັນ​ໃນ​ພັກ​ເດ​ໂມ​ແກຣັດ ​ແລະ​ພັກ
Republican ​ໃນ​ຂະນະ​ທີ່​ການ​ໂຄ ສະນາ​ຫາ​ສຽງ​ເລີ້ມ​ຕົ້ນຂຶ້ນ
ສຳລັບ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ ໃນປີ ໜ້າ.

ປະທານາທິບໍດີ​ຈະ​ປະກາດ​ຂໍ້​ສະ​ເໜີ​ເຫຼົ່າ​ນີ້ໃຫ້​ຮູ້​ໃນ​ວັນ​ອັງຄານ​ມື້ຮື​ນີ້ ​ໃນ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ​ທີ່​ຕຶກ​ລັດຖະສະພານັ້ນ.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​ຢາກ​ໃຫ້​ໝັ້ນ​ໃຈ​ວ່າ ພວກ​ຄົນ​ຮັ່ງມີ​ຈ່າຍ​ສ່ວນ​ແບ່ງ​ໃນ​ການ
ເສຍພາສີ​ທີ່​ຍຸຕິ​ທຳ ​ໂດຍ​ອັດ​ຊ່ອງ​ຫວ່າງ​ໃນ​ການ​ໄດ້ ກຳ​ໄລ​ກ່ຽວ​ກັບ​ເງິນ​ທີ່​ມອບ​ໝາຍໃຫ້
ພວກ​ຄົນອື່ນ​ນຳໄປລົງທຶນໃຫ້​ນັ້ນ ຊຶ່ງ​ທ່ານກ່າວ​ວ່າ ອະນຸມັດ​ໃຫ້​ມີ​ການ​ຫຼີ​ກລ້ຽງ​ເສຍ​ພາ
ສີ​ເປັນ​ເງິນ​ຈຳນວນ ​ຫຼາຍຮ້ອຍ​ຕື້​ດອນ​ລາ​ໃນ​ແຕ່ລະ​ປີ​ນັ້ນ.

ນອກ​ນັ້ນ​ທ່ານ​ຍັງ​ສະ​ເໜີ​ໃຫ້​ຂຶ້ນ​ພາສີ​ລາຍ​ໄດ້​ສຳລັບ​ການ​ລົງທຶນ​ນັ້ນ​ເປັນ 28 ​ເປີ​ເຊັນ ຊຶ່ງ​ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ ນັ້ນ​ເປັນ​ອັດຕາ​ເມື່ອ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ ພາຍ​ໃຕ້​ມື້​ລາງ​ປະທາ
ນາທິບໍດີ Ronald Reagan ຫົວ​ນິຍົມ​ແນວທາງ​ເດີມ ສັງກັດ​ພັກ Republican ນັ້ນ.

ນອກນັ້ນ ປະທານາທິບໍດີ​ຍັງ​ຢາກ​ໃຫ້​ພວກ​ບໍລິສັດ​ການ​ເງິນ​ໃຫຍ່ໆ​ຈ່າຍ​ພາສີ​ໃນ​ອັນ​ທີ່​ທ່ານ​ກ່າວ​ວ່າ ສ່ວນ​ແບ່ງ​ທີ່​ຍຸຕິ​ທຳ​ໃນ​ການ​ເສຍພາສີ ​ໂດຍ​ສະ​ເໜີ​ເກັບ​ຄ່າ​ທຳນຽມພວກ​ບໍລິສັດ​ເຫຼົ່າ​ນັ້ນ​ເຊັ່ນ​ກັນຊຶ່ງ​ຈະ​ເຮັດ​ໃຫ້ພວກ​ບໍລິສັດ​ເຫຼົ່າ​ນີ້ ໃຊ້​ຈ່າຍ​ເງິນຫຼາຍ​ຂຶ້ນ ​ເພື່ອ​ທຳ​ການ
​ກູ້​ຢືມ​ເງິນ​ຢ່າງຫຼວງ​ຫຼາຍ​ນັ້ນ.

​ໃນ​ຂະນະ​ດຽວ​ກັນ​ພວກ​ຄະນະ​ນຳພາ​ຂອງພັກ Republican ​ເຄີຍ​ກ່າວ​ມາ​ວ່າ ພວກ​ເຂົາ​ເຈົ້າ​ເຫັນ​ດີ​ນຳ​ຄວາມ​ປາດ​ຖະໜາ​ຂອງ​ປະທານາທິບໍດີ​ເພື່ອ​ປະຕິ​ຮູບ​ກົດ​ລະບຽບ​ພາສີ​ທີ່​ຊັບຊ້ອນ​ຂອງ​ປະ​ເທດ​ນັ້ນ ​ແຕ່​ພວກ​ເຂົາ​ເຈົ້າ​ໄດ້​ຄັດຄ້ານ​ມາ​ເປັນ​ເວລາ​ດົນ​ນານ​ຕໍ່​ຂໍ້​ສະ​ເໜີ​ຫຼາຍ​ຢ່າງ​ທີ່​ປະທານາ​ທິ ບໍດີ​ຈະ​ປະກາດ​ອອກ​ມາ​ໃຫ້​ຮູ້ ​ໃນ​ແລງ​ວັນ​ອັງຄານ​ມື້ຮື​ນີ້. ດັ່ງ​ໂຕ​ຢ່າງ ພວກ​ສະມາຊິກ​ພັກ Republican ສ່ວນ​ຫຼາຍ​ຢາກ​ລົດ​ຄ່າ​ພາສີ​ລົງ ຫຼື​ລົບ​ລ້າງ​ການ​ເສຍ​ພາສີ​ຈາກ​ເງິນ​ກຳ​ໄລ​ທີ່​ໄດ້​ມາ ​ແລະ​ຄ້າຍຄື​ກັນ​ຢາກ​ລົບ​ລ້າງ​ພາສີ​ສຳ​ລັບຊັບ​ສິນ​ທີ່​ດິນ
ບໍ່​ຢາກ​ຂະຫຍາ​ຍອອກ​ໄປ.

XS
SM
MD
LG