ປະທານາທິບໍດີ ບາຣັກ ໂອບາມາ ໄດ້ພົບປະກັບບັນດາຫົວໜ້າ
ບໍລິຫານ ບໍລິສັດອາເມຣິກັນຊັ້ນນຳໜ້າຈຳນວນນຶ່ງ ໃນວັນສຸກ
ສັບປະດາແລ້ວນີ້ ທີ່ທຳນຽບຂາວ ເພື່ອໂອ້ລົມສົນທະນາກັນ
ເລື້ອງຄຳໝັ້ນໝາຍທີ່ພວກບໍລິສັດຂອງພວກເຂົາເຈົ້າໄດ້ໃຫ້ໄວ້
ເພື່ອຊ່ອຍພວກຄົນທີ່ຫວ່າງງານມາເປັນເວລາດົນນານ ໃຫ້ໄດ້
ມີວຽກມີການເຮັດນັ້ນ. ອີງຕາມລາຍງານຂອງຜູ້ສື່ຂ່າວວີໂອເອ
ປະຈຳທຳນຽບຂາວ ນາຍ Dan Robinson ນັ້ນ ທຳນຽບຂາວ
ກ່າວວ່າ 300 ບໍລິສັດໄດ້ຮັບປາກທີ່ຈະເຮັດພາກສ່ວນຂອງ
ພວກຕົນ. ສິງມີລາຍລະອຽດມາສະເໜີທ່ານ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:
ໃນລາຍງານປະຈຳປີຕໍ່ລັດຖະສະພາ ກ່ຽວກັບສະພາບການຂອງປະເທດຊາດ ເມື່ອເດືອນ
ແລ້ວນີ້ ປະທານາທິບໍດີ ໂອບາມາ ໄດ້ເວົ້າເຖິງຄວາມຈຳເປັນ ທີ່ຈະຕ້ອງຊ່ອຍເຫຼືອພວກຜູ້
ຄົນທີ່ຫວ່າງງານມາເປັນເວລາດົນນານ ໃຫ້ມີອັນທີ່ທ່ານເອີ້ນວ່າ ໂອກາດອັນດີສົມຄວນ
ໃນການທີ່ຈະຫາວຽກເຮັດໄດ້.
ທ່ານໂອບາມາ ກ່າວວ່າ: “ໃນແລງມື້ນີ້ ຂ້າພະເຈົ້າຂໍຮ້ອງໃຫ້ຜູ້ນຳທຸລະກິດໃນ
ອາເມຣິກາທຸກໆຄົນ ຈົ່ງມາຮ່ວມກັບພວກເຮົາແລະເຮັດແບບດຽວກັນ ເພາະວ່າ
ພວກເຮົາແຂງແຮງຂຶ້ນ ເວລາທີ່ອາເມຣິກາມີຄົນເຮັດວຽກນຳກັນເຕັມຄະນະ.”
ເມື່ອວັນສຸກອາທິດແລ້ວນີ້ ທ່ານໂອບາມາ ໄດ້ພົບປະກັບພວກຫົວໜ້າບໍລິຫານ ຫລື CEO
ຂອງປະມານ 300 ບໍລິສັດ ຮວມທັງບໍລິສັດ McDonald’s, Boeing ແລະທະນາເອກະຊົນ
Bank of America ທີ່ທຳນຽບຂາວກ່າວວ່າ ໄດ້ໃຫ້ຄຳໝັ້ນໝາຍທີ່ຈະປະຕິບັດການຢ່າງດີ
ທີ່ສຸດ ໃນການວ່າຈ້າງພວກຄົນຫວ່າງງານເຫຼົ່ານັ້ນ. ເວົ້າໃນອີກໄນນຶ່ງກໍແມ່ນວ່າ ພວກເຂົາ
ເຈົ້າໄດ້ຮັບປາກວ່າ ຈະແກ້ໄຂໃໝ່ວິທີການວ່າຈ້າງແຮງງານຂອງຕົນ ເພື່ອຮັບປະກັນວ່າ
ພວກທີ່ບໍ່ມີວຽກເຮັດມາເປັນເວລາດົນນານ ຈະໄດ້ຮັບໂອກາດມີວຽກການເຮັດຄືນໃໝ່ອີກ.
ພວກທີ່ຫວ່າງງານມາເປັນເວລາດົນນານ ແມ່ນພວກທີ່ບໍ່ມີວຽກເຮັດມາໄດ້ 27 ອາທິດຫຼືດົນ
ກວ່ານັ້ນ ຊຶ່ງລັດຖະບານກ່າວວ່າ ໃນປັດຈຸບັນນີ້ແມ່ນມີຈຳນວນຢູ່ 3 ລ້ານ 9 ແສນຄົນ ຊຶ່ງ
ເປັນຈຳນວນເກືອບເທົ່າກັບ 40 ເປີເຊັນຂອງພວກຄົນຫວ່າງງານທັງໝົດ ໃນສະຫະລັດ.
ອະດີດທະຫານລາບ Erik Varela ທີ່ເປັນຜູ້ກ່າວສະເໜີທ່ານໂອບາມາ ໃນງານນຶ່ງທີ່
ກ່ຽວຂ້ອງກັນ ຢູ່ທໍານຽບຂາວ ເມື່ອວັນສຸກຜ່ານມານັ້ນ ໄດ້ກ່າວເຖິງ ປະສົບການກ່ຽວກັບ
ການຫວ່າງງານມາເປັນເວລາດົນນານຂອງລາວ ວ່າ:
ນາຍ Varela ເວົ້າວ່າ: “ຂ້າພະເຈົ້າໂຊກບໍ່ດີ ແຕ່ຂ້າພະເຈົ້າກໍມີແຮງດົນໃຈຢາກ
ຈະເຮັດວຽກ ແລະຕ້ອງການເຮັດວຽກ ແລະຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າສາມາດ
ຊ່ອຍສັງຄົມໄດ້ ຄືກັນກັບທີ່ຂ້າພະເຈົ້າໄດ້ເຮັດມາເວລາຂ້າພະເຈົ້າຮັບໃຊ້ໃນ
ກອງທັບ. ແຕ່ຂ້າພະເຈົ້າຮູ້ສຶກວ່າ ໂຕເອງເຮັດຫຍັງບໍ່ໄດ້ເລີຍ ຄືກັນກັບຄົນຫລົງ
ທາງ ແລະທີ່ສຳຄັນກວ່ານັ້ນ ກໍແມ່ນຂ້າພະເຈົ້າເປັນຄວາມຜິດຫວັງ ແລະຄວາມ
ລົ້ມແຫຼວ ສຳລັບຄອບຄົວຂອງຂ້າພະເຈົ້າ.”
ນາຍ Varela ໄດ້ຮັບການຝຶກງານຄືນໃໝ່ ແລະເວລານີ້ ກໍມີວຽກເຮັດແລ້ວ.
ປະທານາທິບໍດີໂອບາມາ ເອີ້ນເລື້ອງລາວຂອງ ນາຍ Varela ວ່າ ເປັນເລື້ອງຂອງຄວາມ
ສຳເລັດ ແແຕ່ກໍເປັນເລື້ອງທີ່ສະແດງໃຫ້ເຫັນການທ້າທາຍເຊັ່ນກັນ.
ທ່ານໂອບາມາ ກ່າວວ່າ: “ພວກຄົນທີ່ຫວ່າງງານມາເປັນເວລາດົນທີ່ສຸດນັ້ນ ມັກຈະ
ປະເຊີນກັບຄວາມຫຍຸ້ງຍາກຫຼາຍທີ່ສຸດ ໃນການກັບຄືນມາເຮັດວຽກອີກ. ຍິ່ງເຮົາ
ຫວ່າງງານດົນໄປເທົ່າໃດ ກໍເບິ່ງຄືວ່າ ເຮົາຈະຍິ່ງຫວ່າງງານດົນໄປຕື່ມອີກ. ເບິ່ງ
ຄືວ່າ ມັນເປັນເລື້ອງຫຼອກລວງ ແຕ່ກໍໜ້າເສຍໃຈທີ່ມັນເປັນສິ່ງນຶ່ງທີ່ພວກເຮົາຮູ້
ວ່າ ມັນກຳລັງເກີດຂຶ້ນ ແລະກໍມີສະຖິຕິຢັ້ງຢືນ.”
ທ່ານ Tom Perez ລັດຖະມົນຕີແຮງງານສະຫະລັດ ກ່າວວ່າ ຄຳໝັ້ນສັນຍາຂອງພວກ
ຫົວໜ້າບໍລິຫານບໍລິສັດເຫຼົ່ານີ້ ແມ່ນເປັນເງິນມັດຈຳສຳລັບຄວາມກ້າວໜ້າໃນອະນາຄົດ.
ທ່ານ Perez ກ່າວວ່າ: “ເວລາພວກເຮົາເວົ້າເລື້ອງພວກບໍລິສັດ Fortune 100
ຄືພວກ 100 ບໍລິສັດອັນດັບສູງສຸດຂອງສະຫະລັດນັ້ນ ແມ່ນພວກເຮົາເວົ້າເຖິງ
ໂຕທະວີຄູນຂອງກຳລັງ ກໍຄືວ່າພວກເຮົາເວົ້າເລື້ອງການຊ່ອຍຜູ້ຄົນຈຳນວນ
ຫຼາຍໆພັນຄົນ.”
ປະທານາທິບໍດີ ໂອບາມາ ໄດ້ລົງນາມໃນຄຳສັ່ງສະບັບນຶ່ງ ເພື່ອຮັບປະກັນວ່າ ພວກອົງ
ກອນຕ່າງໆຂອງລັດຖະບານ ຈະຕ້ອງພິຈາລະນາພວກຄົນທີ່ຫວ່າງງານເປັນເວລາດົນ
ນານນັ້ນ ເວລາເຂົາເຈົ້າທຳການຕັດສິນໃຈວ່າຈ້າງພະນັກງານ. ແລະທ່ານໂອບາມາໄດ້
ຕຳໜິຕິຕຽນລັດຖະສະພາ ທີ່ປະປ່ອຍໃຫ້ເງິນຊ່ອຍເຫຼືອແກ່ພວກຫວ່າງງານເປັນເວລາ
ດົນນານນັ້ນໝົດໄປ ຊຶ່ງທ່ານໂອບາມາກ່າວຕື່ມວ່າ:
“ໃນແຕ່ລະອາທິດທີ່ລັດຖະສະພາບໍ່ຮື້ຟື້ນເງິນຄ້ຳປະກັນນັ້ນຄືນ ກໍຈະມີຊາວອາ
ເມຣິກັນ ປະມານ 72 ພັນຄົນເຂົ້າໄປຮ່ວມຢູ່ໃນຖັນແຖວຂອງພວກຫວ່າງງານ
ມາເປັນເວລາດົນນານ ທີ່ໄດ້ສູນເສຍເສັ້ນຊີວິດດ້ານເສດຖະກິດຂອງເຂົາເຈົ້າ
ໄປຄືກັນນັ້ນ.”
ພວກສະມາຊິກພັກ Republican ໃນສະພາໄດ້ໂຕ້ແຍ້ງວ່າ ການໃຫ້ເງິນຫວ່າງງານຕໍ່ໄປ
ອີກນັ້ນ ແມ່ນເປັນການສ້າງສິນນ້ຳໃຈ ທີ່ພາໃຫ້ຜູ້ຄົນບໍ່ຢາກໄປຊອກຫາວຽກຫາການເຮັດ.
ທຳນຽບຂາວບໍ່ໄດ້ບອກໃຫ້ຮູ້ວ່າ ຈະມີຄົນຫວ່າງງານອາເມຣິກັນໜ້ອຍຫລາຍປານໃດທີ່ຈະ
ໄດ້ຮັບຜົນປະໂຫຍດຈາກການເດ່ມືເຂົ້າຫາພວກບໍລິສັດຕ່າງໆເຫຼົ່ານີ້ຂອງທ່ານໂອບາມາ
ແຕ່ທ່ານໂອບາມາຫວັງວ່າ ຈະມີຫຼາຍບໍລິສັດຕື່ມອີກເຂົ້າມາຮ່ວມໂຄງການນໍາ.