ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ດຳເນີນງານ ຕັດຄວາມຕ້ອງການ ຢາເສບຕິດລົງ (ວີດີໂອ)


ທ່ານ Obama ກຳລັງຢູ່​ທີ່​ປະ​ເທດ Costa Rica ​​ເຂົ້າຮ່ວມ​ກອງ​ປະຊຸມ​ວ່າ ດ້ວຍ​ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ​​ໃນ​ເຂດ​ອາ​ເມຣິກາ​ກາງ
ທ່ານ Obama ກຳລັງຢູ່​ທີ່​ປະ​ເທດ Costa Rica ​​ເຂົ້າຮ່ວມ​ກອງ​ປະຊຸມ​ວ່າ ດ້ວຍ​ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ​​ໃນ​ເຂດ​ອາ​ເມຣິກາ​ກາງ
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ວ່າ
ລັດຖະບານ​ຂອງ​ທ່ານ ກໍາລັງ​ເຮັດ​ວຽກ​ໜັກເພື່ອ​ຕັດ​ຄວາມ​ຕ້ອງ
ການ​ໃນດ້ານຢາ​ເສບ​ຕິດ ​ທີ່​ຜິ​ດກົດໝາຍ ຢູ່​ໃນສະຫະລັດລົງ ​ແຕ່​
ຄວາມ​ກ້າວໜ້າ​ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນມີ​ຂຶ້ນຂ້ອນ​ຂ້າງຊ້າ.

​ໃນ​ລະຫວ່າງ​ກອງ​ປະຊຸມ​ຖະ​ແຫຼງຂ່າວ ທີ່​ນະຄອນ San Jose
ຮ່ວມກັບປະທາ ນາທິບໍດີ Costa Rica ທ່າ​ນນາງ Laura
Chinchilla ທ່ານ Obama ກ່າວ​ວ່າ ສະຫະລັດ​ໄດ້​ໃຊ້​ເງິນຫຼາຍ
ກວ່າ 30 ພັນ​ລ້ານ​ໂດ​ລາໃນ​ໄລຍະສີ່ປີ​ທີ່​ຜ່ານມາ ​ເພື່ອ​ປາບ​ປາມ
​ຄວາມ​ຮຽກຮ້ອງຕ້ອງການ​ກ່ຽວ​ກັບ​ຢາ​ເສບ​ຕິດ.

ທ່ານ​ກ່າວ​ວ່າ ບັນຫາ​ກໍ​ຄືນຶ່ງ​ໃນ​ການ​ປະຕິບັດກົດໝາຍ ​ແລະ​ບໍ່​ຄື​
ກັນກັບ​ບາງປະ​ເທດໃນອາ​ເມຣິກາ​ລາ​ຕິນ ປະທາ​ນາ​ມິ​ບໍດີ​ເວົ້າ​ວ່າ
ສະຫະລັດບໍ່​ມີ​ແຜນ​ທີ່​ຈະ​ໃຫ້ ທະຫານ ເຂົ້າ​ມາ​ພົວພັນ​ນໍາ​ການ
​ປາບ​ປາມຢາ​ເສບ​ຕິດ.

ທ່ານ​ກ່າວ​ວ່າ ກະ​ແຈ​ສຳຄັນໃນ​ການ​ຕໍ່ສູ້ກັບການ​ລັກລອບ​ຄ້າ​ຢາ​ເສບ​ຕິດ​ຈາກ ​ອາເມຣິກາລາ
ຕິນ ​ກໍ​ຄື​ສ້າງ​ຕັ້ງການ​ສຶກສາ ​ແລະໃຫ້ໂອກາດ​ທາງ​ດ້ານເສດຖະກິດ​ແກ່ປະຊາຊົນ.

ທ່ານ Obama ກຳລັງຢູ່​ທີ່​ປະ​ເທດ Costa Rica ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ວ່າ ດ້ວຍ​ການ​ພັດ
ທະນາ​ເສດຖະກິດ​ແບບ​ຍືນ​ຍົງໃນ​ເຂດ​ອາ​ເມຣິກາ​ກາງ ​ໃນວັນ​ເສົາ​ມື້ນີ້. ບັນດາ​ຜູ້​ນໍາຂອງ​ເຈັດ​
ປະ​ເທດອາ​ເມຣິກາ​ລາ​ຕິນຈະ​ຮ່ວມ​ກັບທ່ານ Obama ສົນທະນາ​ຫາລື​ເພື່ອສົ່ງ​ເສີມ​ການ​ຄ້າ ​ແລະ
​ຕໍ່ສູ້​ກັບ​ຄວາມ​ຮຸນ​ແຮງ​ ຂອງກຸ່ມຄ້າ​ຢາ​ເສບ​ຕິດ.

Obama
please wait
Embed

No media source currently available

0:00 0:03:21 0:00

ກ່ຽວຂ້ອງກັນ

XS
SM
MD
LG