ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ
ທ່ານຂໍຮັບເອົາຄວາມ ຮັບຜິດຊອບຢ່າງເຕັມທີ່ເພື່ອໃຫ້ເປັນທີ່
ແນ່ໃຈວ່າບັນຫາຕ່າງໆກ່ຽວກັບເວັບໄຊໃໝ່ ຂອງລະບົບຮັກສາ
ສຸຂະພາບ ໄດ້ຮັບການແກ້ໄຂໂດຍໄວເທົ່າທີ່ຈະໄວໄດ້.
ໃນການຖະແຫຼງທີ່ນະຄອນ Boston ໃນລັດ Massachusetts
ເມື່ອວັນພຸດວານນີ້ ປະທານາທິບໍດີໂອບາມາກ່າວວ່າ ເວັບໄຊນີ້
ຊ້າໂພດ ແລະມີຫຼາຍໆຄົນ ທີ່ເຂົ້າໄປຊອກຊື້ປະກັນໄພສຸຂະພາບ
ບໍ່ສາມາດເຮັດໄດ້. ທ່ານເວົ້າວ່າ ທ່ານບໍ່ດີໃຈ ແລະກໍບໍ່ມີຂໍ້ແກ້ຕົວ
ໃດໆກ່ຽວກັບເລື່ອງນີ້.
ແຕ່ປະທານາທິບໍດີໂອບາມາກ່າວວ່າ ອັນທີ່ເອີ້ນວ່າເວັບໄຊຂອງ Obamacare ນັ້ນ ໃນທີ່ສຸດ
ຈະເປັນວິທີທາງທີ່ງ່າຍທີ່ສຸດສຳລັບຊາວອາເມຣິກັນເພື່ອຊອກຊື້ປະ ກັນໄພສຸຂະພາບ.
ກ່ອນໜ້ານັ້ນ ທ່ານນາງ Kathleen Sebelius ລັດຖະມົນຕີກະຊວງສາທາລະ ນະສຸກແລະ
ບໍລິການມະນຸດ ຂອງສະຫະລັດ ໄດ້ຂໍຂະມາໂທດຕໍ່ຄະນະກຳມາທິ ການຂອງສະພາຕໍ່າ
ກ່ຽວກັບບັນຫາໃນເລື່ອງເວັບໄຊ. ທ່ານນາງເອີ້ນບັນຫາທາງ ດ້ານເທັກນິກນີ້ວ່າ ຄວາມລົ້ມ
ແຫຼວຢ່າງກະທັນຫັນແລະໜ້າອັບອາຍ.
ແຕ່ທ່ານນາງ Sebelius ກໍເວົ້າວ່າ ທ່ານໄດ້ນຳເອົາຄະນະຄຸ້ມຄອງໃໝ່ເຂົ້າມາ ແກ້ໄຂ
ບັນຫາເວັບໄຊ ແລະໃນເວລານີ້ ແມ່ນເລີ້ມດີຂຶ້ນແລ້ວ.