ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ໂອບາມາ ກ່າວວ່າ ການທົດລອງ ນິວເຄລຍ ຂອງເກົາຫຼີເໜືອ ເປັນໄພຂົ່ມ ທີ່ຮ້າຍແຮງ


ປະທານາທິບໍດີ ບາຣັກ ໂອບາມາ ພວມຖະແຫຼງ ທີ່ທຳນຽບຂາວ
ປະທານາທິບໍດີ ບາຣັກ ໂອບາມາ ພວມຖະແຫຼງ ທີ່ທຳນຽບຂາວ

ປະທານາທິບໍດີ​ບາຣັກ ​ໂອບາ​ມາ​ ປະນາມ​ການ​ທົດ​ລອງ ​ອາວຸດ​ນິວ​ເຄລຍຂອງ​ເກົາຫລີ ເໜືອ​ໃນ​ວັນ​ສຸກ​ວານ​ນີ້​ໂດຍ​ເອີ້ນວ່າ “​ເປັນ​ໄພ​ຂົ່ມຂູ່ທີີ່​ຮ້າຍ​ແຮງຕໍ່​ຄວາມໝັ້ນຄົງ​ຂອງ​ຂົງ​ເຂດ​ແລະ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ນາໆ​ຊາດ.

​ໃນ​ຖະ​ແຫຼງການ​ຂອງ​ທຳນຽບຂາວນັ້ນ ປະທານາທິບໍດີ​ກ່າວ​ວ່າ ການ​ກະທຳ​ທີ່​ເປັນ​ການ ​ທ້າ​ທາຍ​ແລະ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງມີ​ແຕ່​ຈະ​ສ້າງ​ຄວາມ​ໂດດດ່ຽວ​ແລະຄວາມທຸກ​ຍາກ​ໃຫ້​ແກ່​ປະ​ຊາ​ຊົນຂອງ​ຕົນ ​ໂດຍ​ການ​ສືບ​ຕໍ່​ສືບ​ຂະຫຍາຍ​ຄວາມ​ສາມາດ​ທາງ​ດ້ານ​ອາວຸດ​ນິວ​ເຄລຍ​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ.

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ປະຊຸມ​ແບບ​ປິດ​ລັບ​ໃນ​ຕອນບ່າຍ​ວັນ​ສຸກ​ວານ​ນີ້ທີ່​ນະຄອນ​ນິວຢອກ. ປະທານ​ສະພາ​ຄວາມ​ໝັ້ນຄົງຊຶ່ງແມ່ນ​ເອກ​ອັກຄະ​ລັດຖະ ທູດ​ນິວ​ຊີ​ແລນ​ ທ່ານ Gerard van Bohemen ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ສະມາຊິກ​ທັງ 15 ປະ​ເທດ​ໄດ້​ປະນາມ​ຢ່າງ​ແຮງ ຕໍ່​ການ​ທົດລອງ​ອາວຸດ​ນິວ​ເຄລຍ​ໃຕ້​ດິນແລະ​ໄດ້​ຕົກລົງ​ກັນ ທີ່​ຈະ​ເຮັດ​ວຽກ​ໃນ​ທັນທີ​ເພື່ອເອົາ​ມາດ​ຕະການ​ທີ່​ເໝາະ​ສົມ ທີ່​ບັນຈຸ​ຢູ່​ໃນ​ມາດຕາ 41 ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ຊຶ່ງ​ມາດຕາ​ດັງ​ກ່າວແມ່ນ​ກວມ​ເອົາ​ການ​ລົງ​ໂທດ​ຕ່າງໆ.

ສ່ວນ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ​ປະຈຳ​ສະຫະ​ປະຊາ​ຊາດ ທ່ານ​ນາງ Samantha Power ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ສະພາ​ຄວາມ​ໝັ້ນຄົງ​ ຕ້ອງ​ໄດ້​ນຳໃຊ້​ທຸກ​ເຄື່ອງມື​ທີ່​ຕົນ ​ມີຢູ່ ​ເພື່ອ​ປ່ຽນ​ແປງ​ການ​ຄິດ​ໄລ່​ຄຳນວນ​ຂອງ​ເກົາຫຼີ​ເໜືອ. ທ່ານ​ນາງ​ກ່າວ​ວ່າ ວໍ​ຊິງ​ຕັນ​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ພາຄີ​ນາໆ​ຊາດ​ຂອງ​ຕົນ ​ເພື່ອ​ບັງຄັບ​ໃຫ້​ມີ​ການຈັດຕັ້ງປະຕິບັດ​ຢ່າງ​ເຄັ່ງ​ຄັດ​ກ່ຽວ​ກັບ​ມາດ​ຕະການ​ຕ່າງໆ​ທີ່​ມີ​ຢູ່ ​ໃນ​ມະຕິ​ສີ່​ສະບັບ​ກ່ອນ​ໜ້ານີ້ ຂອງ​ອົງການ​ສະຫະ​ປະຊາ​ຊາດ. ​ແລະ​ພວກ​ເຮົາ​ຈະ​ເອົາ​ບາດກ້າວ​ທີ່​ສຳຄັນ​ຈຳນວນ​ນຶ່ງຮວມທັງ​ການ​ລົງ​ໂທດ​ຄັ້ງ​ໃໝ່ ​ເພື່ອ​ສະ​ແດງໃຫ້​ເກົາຫລີ​ເໜືອ​ເຫັນ​ວ່າ ຕ້ອງ​ມີ​ຜົນ​ທີ່​ຕິດຕາມ​ມາ ຕໍ່​ການ​ປະຕິບັດ​ແບບ​ຜິດ​ກົດໝາຍ​ແລະ​ເປັນ​ອັນຕະລາຍ​ຂອງ​ຕົນ.”

ສ່ວນ​ເອກ​ອັກຄະ​ລັດຖະທູດ​ຂອງ​ຍີ່ປຸ່ນ ທ່ານ Koro Bessho ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ຈະ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ໃຫ້​ມີ​ການ​ເອົາ​ມະຕິ​ສະບັບ​ໃໝ່ ​ແລະມາດ​ຕະການ​ໃໝ່ໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG