ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ກ່າວວ່າ ເຊື້ອອີໂບລາ ຍັງເປັນ ອັນຕະລາຍຢູ່


Obama Pledges US Aid for Ebola Recovery Efforts
please wait

No media source currently available

0:00 0:01:17 0:00

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ “​ໄດ້​ມີ​ຄວາມ​ຄືບ​
ໜ້າ​ຢ່າງ​ຫຼວງ​ຫຼາຍ” ​
ໃນ​ການ​ຕໍ່ຕ້ານ​ເຊື້ອ​ໂຣກ Ebola ​ໃນ
​ອາ​ຟຣິກາ​ຕາ​ເວັນ​ຕົກ ​ແຕ່​ເຕືອນ​ວ່າ ປະຊາ​ຄົມນາໆ​ຊາດ​ຈະ​
ຕ້ອງ​ລະມັດລະວັງ ຈົນ​ກວ່າ​ເຊື້ອ​ໄວຣັສດັ່ງກ່າວ​ຈະ​ຖືກ​ກຳຈັດ​
ໃຫ້​ໝົດ​ໄປ.

​ໃນ​ວັນ​ພຸດ​ວານ​ນີ້ ທ່ານ​ໂອ​ບາ​ມາ ​ໄດ້​ພົບ​ປະ​ກັບ​ບັນດາ​ຜູ້ນຳ​
ປະ​ເທດ ກີ​ນີ ​ໄລ​ເບ​ເຣຍ ​ແລະ Siera Leone ຊຶ່ງ​ເປັນ​ພວກ​
ປະ​ເທດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫຼາຍ​ທີ່​ສຸດ ​ຈາກ​ການລະ​ບາດ​
ຂອງ​ເຊື້ອ​ພະຍາດ​ດັ່ງກ່າວ​ໃນ​ປີ​ແລ້ວ​ນີ້ ​ເພື່ອ​ປະ​ເມີນ​ເບິ່ງ​ຄວາມ
​ຄືບ​ໜ້າ ​ແລະ​ໂອ້​ລົມ​ກັນກ່ຽວ ກັບ​ຄວາມ​ພະຍາຍາມ​ເພື່ອ​ຟື້ນຟູເສດຖະກິດຄືນ​ນັ້ນ.

ຄວາມ​ຄືບ​ໜ້າ​ທີ່​ພວກ​ປະ​ເທດ​ເຫຼົ່າ​ນີ້​ໄດ້​ຮັບ ດ້ວຍ​ຄວາມ​ຊ່ອຍເຫຼືອ​ຈາກ​ສະຫະລັດ ​ແມ່ນ​ຊັດ​ແຈ້ງ. ຫຼັງ​ຈາກ​ເຊື້ອພະຍາດ​ດັ່ງກ່າວ​ໄດ້​ສັງຫານ​ປະຊາຊົນ 10 ພັນ​ຄົນ​ໄປ​ໃນ​ຂົງ​ເຂດ ການລະບາດຂອງ​ເຊື້ອ​ໄວຣັສດັ່ງກ່າວ ​ໄດ້​ລົດ​ລົງ​ບໍ່​ຮອດ 40 ກໍລະນີໃໝ່ທີ່​ເກີດ​ໃນ​ກີ​ນີ ​ແລະ Sierra Leone. ​ໄລ​ເບ​ເຣຍບໍ່​ມີ​ຜູ້​ໃດ​ໄດ້​ຕິດເຊື້ອ​ໄວຣັສນີ້​ໃໝ່​ອີກ.

ທ່ານ​ໂອ​ບາ​ມາ ​ໄດ້​ເປັນ​ເຈົ້າພາບ​ຕ້ອນຮັບ​ປະທານາທິບໍດີ Ellen Johnson Sirleaf ​ແຫ່ງ​ໄລ​ເບ​ເຣຍ ປະທານາທິບໍດີ Alpha Conde ແຫ່ງ​ກີ​ນີ ​ແລະ​ປະທານາທິບໍດີ Ernest Bai Koroma ​ແຫ່ງ Sierra Leone ທີ່​ຫ້ອງ​ປະຊຸມ​ຄະນະ​ລັດຖະບານ​ທີ່​ທຳນຽບຂາວ ຊຶ່ງ​ທ່ານ​ໄດ້​ກ່າວ​ຍ້ອງຍໍ​ໃນ​ອັນ​ທີ່​ທ່ານ​ກ່າວ​ວ່າ ​ໄດ້​ເປັນ​ຄວາມ​ກ້າຫານ​ແລະ​ການ​ຕັດສິນ​ໃຈ​ອັນ​ຍິ່ງ​ໃຫຍ່ຂອງ​ພວກ​ທ່ານ ​ໃນ​ການ​ປິ່ນປົວ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ນັ້ນ.

ທ່ານ​ໂອ​ບາ​ມາ ກ່າວ​ຕື່ມ​ວ່າ “ບັດ​ນີ້ ພວກ​ເຮົາ​ກຳລັງ​ເພ່ງ​ເລັງ​ໃສ່​ເປັ້າໝາຍ​ຮ່ວມ​ກັນ ​ແລະ​
ນີ້​ໝາຍ​ຄວາມ​ວ່າ ​ເຮັດ​ໃຫ້​ເຊື້ອ​ໄວຣັສດັ່ງກ່າວ ໝົດ​ໄປ ​ໂດຍ​ກ່າວ​ຕື່ມ​ວ່າ “ ພວກ​ເຮົາ​ບໍ່​ສາມາດ​ເພິ່ງ​ພໍ​ໃຈ​ໄດ້ ​ເຊື້​ອໄວຣັສດັ່ງກ່າວ ​ແມ່ນ​ທຳນາຍ​ລ່ວງ​ໜ້າ​ບໍ່​ໄດ້.”

ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ຮຽກຮ້ອງ​ໃຫ້​ລະມັດລະວັງ ​ໂດຍ​ກ່າວ​ວ່າ ປະຊາ​ຄົມນາໆ​ຊາດ​ຍັງຈະ​ຕ້ອງ​ເຂົ້າ​ພົວພັນ​ຢ່າງ​ເຕັມ​ສ່ວນ​ໃນ​ການ​ເປັນ​ພາຄີ​ກັບ 3 ປະ​ເທດ​ນີ້ “ຈົນ​ກວ່າ ບໍ່​ມີ​
ກໍລະນີ​ເຊື້ອ​ອີ​ໂບລາ​ໃໝ່ ​ເກີດ​ຂຶ້ນ​ອີກ.”

ນອກຈາກ​ການ​ສັງຫານ​ຜູ້​ຄົນ​ໄປ​ຫຼາຍ​ພັນ​ຄົນແລ້ວ ​ເຊື້ອ​ອີ​ໂບລາ ຍັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ການ​ເສດຖະກິດ​ຂອງ​ກີ​ນີ ​ໄລ​ເບ​ເຣຍ ​ແລະ Sierra Leone ​ແລະ​ພວກ​ຜູ້ນຳ​ຂອງ​ເຂົາ​ເຈົ້າ​ກຳລັງ​ຂໍ​ຄວາມ​ຊ່ອຍ​ເຫຼືອ ເພື່ອ​ຟື້ນຟູເສດຖະກິດຂອງ​ພວກ​ເຂົາ​ເຈົ້າ​ຄືນ​ໃໝ່ອີກ.

Obama Ebola
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG