ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໑ ຕຸລາ ໒໐໒໓

ທ່ານໂອບາມາຈະກ່າວຄໍາປາໄສ ກ່ຽວກັບສະພາບການຂອງ ປະເທດຊາດ ໃນຄືນນີ້


ທ່ານ Obama ກ່າວຄໍາປາໄສຕໍ່ລັດຖະສະພາ ຄັ້ງວັນທີ່ 27 ມັງກອນ ປີ 2010

ຄາດວ່າ ປະທານາທິບໍດີ Barack Obama ຈະເພ່ງ
ເລັງໃສ່​ເລື້ອງທີ່ມີ​ຄວາມສໍາຄັນທີ່​ສຸດຕໍ່ຊາວອະເມຣິກັນໃນ
ຄໍາປາໄສຕໍ່ລັດຖະສະພາແລະປະຊາຊົນອະເມຣິກັນກ່ຽວ
ກັບສະພາບການຂອງປະເທດຊາດ ໃນຄໍ່າວັນອັງຄານ
ມື້ນີ້ ນັ້ນ​ກໍ​ຄື​ເລື້ອງການປັບປຸງເສດຖະກິດແລະສ້າງວຽກ
ເຮັດງານທໍາໃຫ້ດີຂຶ້ນ.

ໂຄສົກທໍານຽບຂາວ ທ່ານ Robert Gibbs ກ່າວ​ວ່າ ​
ທ່ານ​ຄາດ​ວ່າ​ ຄໍາ​ປາ​ໄສ​ຂອງທ່ານປະ​ທາ​ນາ​ທິບໍດີ​ນັ້​ນ
ສ່ວນ​ໃຫຍ່​ແ​ມ່ນຈະ​ເວົ້າ​ກ່ຽວ​ກັບສະພາບການ​ຂອງເສດຖະ
ກິດ​ ແລະ​ສິ່ງ​ທ້າ​ທາຍ​ຕ່າງໆທີ່ປະ​ເທດ​ຊາດກໍາລັງ​ປະ​ເຊີນ
ຢູ່​ໃນ​ຂະນະ​ນີ້ ຊຶ່ງ​ຮວ​ມ​ເຖິງການສ້າງວຽກເຮັດງານທໍາ​ແລະ
ຍົກ​ລະດັບ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ໃນດ້ານ​ທຸລະ​ກິດ​
ຂອງ​ສະຫະລັດ ຕະຫລອດ​ທັງ​ຄວາມຄິດ​ປະດິດ​ສ້າງໃໝ່​ໆ.

ໃນວີ​ດີ​ໂອ ທີ່​ນໍາ​ອອກ​ເຜີຍ​ແຜ່​ລ່ວງ​ໜ້າການ​ກ່າວ​ຄໍາ​ປາ​ໄສ​ໃນ​ຄືນ​ນີ້ ​ປະ​ທາ​ນາ​ທິບໍດີ​
Obama ກ່າວ​ວ່າ ທ່ານ​ຢາກ​ໃຫ້ລັດຖະບານ​ເອົາ​ບາດ​ກ້າວ​ ເພື່ອ​ສົ່ງ​ເສີມ ການ​ສ້າງ​
ໜ້າວຽກ​ແລະ​ການ​ຂະຫຍາຍ​ໂຕ​ຂອງ​ເ​ສດຖະກິດ ​ໂດຍ​ການຈັດ​ຕັ້ງ​ປະຕິບັດ​ພວກໂຄງ
ການໃຊ້​ຈ່າຍ​ເງິນສະ​ເພາະ​ຕ່າງໆເຊັ່ນ: ​ໂຄງການສ້າງທາງ​ລົດ​ໄຟຄວາມ​ໄວ​ສູງ, ​ໂຄງ
ການ​ໃຊ້​ພະລັງງານ​ທີ່​ສະ​ອາດ​ແລະ​ງົບປະມານ​ເພື່ອ​ການ​ສຶກສາລະດັບ​ມະຫາ​ວິທະຍາ​ໄລ.

ແຕ່ວ່າ​ພັກ Democrats ແລະພັກ Republicans ນັ້ນແມ່ນມີ​ຄວາມ​ເຫັນ​ຄັດ​ແຍ້​ງກັນ
ຢ່າງໜັກ ກ່ຽວກັບບາດກ້າວເພື່ອສົ່ງເສີມເສດຖະກິດນັ້ນ.

XS
SM
MD
LG