ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາບັດນີ້ກ່າວວ່າ ທ່ານເຊື່ອວ່າ ພວກຄົນເພດດຽວກັນ ຄວນຈະອະນຸມັດໃຫ້ແຕ່ງງານກັນໄດ້ ຊຶ່ງຈະເປັນການເລີ້ມຕົ້ນເລື້ອງທີ່ສາມາດສ້າງຄວາມແຕກແຍກກັນໄດ້ ກ່ອນໜ້າການເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກທ້າຍປີນີ້.
ປະທານາທິບໍດີກ່າວຖ້ອຍຖະແຫຼງດັ່ງກ່າວໃນວັນພຸດວານນີ້ ໃນການໃຫ້ສໍາພາດກັບຕາໜ່າງໂທລະພາບ ABC. ກ່ອນໜ້ານັ້ນ ປະທານາທິບໍດີໂອບາມາບໍ່ເຄີຍເວົ້າເຖິງການສະໜັບສະໜຸນຂອງທ່ານຕໍ່ການແຕ່ງງານ ລະຫວ່າງຄົນເພດດຽວກັນ ໂດຍກ່າວວ່າ ທັດສະນະຂອງທ່ານກ່ຽວກັບເລື້ອງນີ້ ປ່ຽນແປງໄປ.
ປະທານາທິບໍດີສັງກັດພັກເດໂມກຣັດ ກ່າວໃນການໃຫ້ສໍາພາດວ່າ ໃນທາງສ່ວນຕົວນັ້ນ ມັນເປັນສິ່ງສໍາຄັນສໍາລັບຂ້າພະເຈົ້າເພື່ອໃຫ້ການຢືນ ຢັນ ທີ່ຂ້າພະເຈົ້າຄຶດວ່າຄົນເພດດຽວກັນຄູ່ນຶ່ງຄວນຈະສາມາດແຕ່ງງານກັນໄດ້. ນອກນັ້ນ ທ່ານໂອບາມາຍັງກ່າວຕໍ່ຕາໜ່າງໂທລະພາບ ABC ເຊ່ນກັນວ່າ ອັນນີ້ແມ່ນທ່າທີສ່ວນຕົວຂອງທ່ານແລະວ່າ ທ່ານ ໄດ້ຕັດສິນໃຈກ່ຽວກັບເລື້ອງນີ້ ຫຼັງຈາກໄດ້ທໍາການໂອ້ລົມສົນທະນາກັບຄອບຄົວແລະເພື່ອນຝູງຫຼາຍຄົນມາເປັນເວລາຫຼາຍປີ.
ໜ່ວຍງານສະເພາະກິດແຫ່ງຊາດຂອງພວກກະເທີຍແລະພວກແມ່ຍິງຮັກຄົນເພດດຽວກັນສະແດງຄວາມຍິນດີນໍາຄໍາປະກາດນີ້ໂດຍກ່າວວ່າ ທ່ານໂອບາມາໄດ້ສ້າງປະຫວັດສາດ ທີ່ເປັນປະທານາທິບໍດີທີ່ກໍາລັງດໍາລົງຕໍາແໜ່ງຢູ່ຄົນທໍາອິດທີ່ໄດ້ສະແດງໃຫ້ການສະໜັບສະໜຸນຢ່າງຈະແຈ້ງຕໍ່ການແຕ່ງງານຂອງຄົນປະເພດດຽວກັນ.
ກຸ່ມສົ່ງເສີມສິດທິຂອງພວກກະເທີຍຄື Human Rights Campaign ກ່າວວ່າ ໃນການສົ່ງເສີມຄວາມສະເໝີພາບໃນການແຕ່ງງານນັ້ນ ປະທານາທິບໍດີໂອມາມາ ສົ່ງສານແຫ່ງຄວາມຫວັງ ຕໍ່ພວກແມ່ຍິງອາເມຣິ ກັນທີ່ຮັກຄົນເພດດຽວກັນ ພວກກະເທີຍ ພວກຄົນສອງເພດແລະພວກ ປ່ຽນເພດທີ່ຍັງໜຸ່ມນ້ອຍນັ້ນ.
ແຕ່ທ່ານມິດ ຣອມນີ ສັງກັດພັກ Republican ທີ່ສັນນິຖານວ່າຈະເປັນຄູ່ແຂ່ງກັບປະທານາທິບໍດີໂອບາມານັ້ນ ກ່າວຕໍ່ບັນດານັກຂ່າວທີ່ ລັດ Oklahoma ວ່າທ່ານເຊື່ອວ່າການແຕ່ງງານເອງນັ້ນແມ່ນຄວາມສໍາພັນກັນລະຫວ່າງຜູ້ຊາຍແລະແມ່ຍິງແລະວ່າເລື້ອງນີ້ແມ່ນຄວາມມັກຂອງທ່ານເອງ. ນອກນັ້ນທ່ານຣອມນີຍັງກ່າວເຊ່ນກັນວ່າທ່ານມີຄວາມຮູ້ສຶກວ່າ ເລື້ອງນີ້ເປັນເລື້ອງທີ່ລະອຽດອ່ອນແລະຫລໍ່ແຫຼມຄືກັນກັບບັນຫາສັງຄົມອື່ນໆຫຼາຍເລື້ອງ. ກຸ່ມສະພາຄົ້ນຄວ້າຄອບຄົວ ຫຼື The Family Research Council ອອກຖະແຫຼງການສະບັບນຶ່ງໂດຍກ່າວວ່າ ການສະໜັບສະໜຸນຂອງປະທານາທິບໍດີຕໍ່ການແຕ່ງງານຂອງພວກຄົນເພດດຽວກັນເປັນເລື້ອງທີ່ໜ້າເສຍໃຈ ແຕ່ກໍບໍ່ເປັນເລື້ອງແປກປະຫຼາດຫຍັງເລີຍ.
ເບິ່ງວີດີໂອກ່ຽວກັບ ຄວາມເຫັນຂອງຊາວອາເມຣິກັນ ກ່ຽວກັບເລື້ອງທີ່ທ່ານໂອບາມາ
ສະໜັບສະໜຸນ ການແຕ່ງງານຂອງຄົນເພດດຽວກັນ: