ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ວ່າ ການ​ມີໜ້າ ທາງທະຫານ ຂອງ ຣັດ​ເຊຍ ໃນຢູເຄຣນ ລະ​ເມີດ ​ກົດໝາຍສາກົນ (ວີດີໂອ)


Obama Budget
please wait
Embed

No media source currently available

0:00 0:00:19 0:00
ປະທານາທິບໍດີ​ສະຫະລັດ ທ່ານ Barrack Obama ​
ໄດ້​ຖະ​ແຫຼ​ງເຖິງ​ສະພາບ​ການ​ທີ່​ເຄັ່ງ​ຕຶງ​ໃນ​ຢູ​ເຄຣນ ​ໃນ​ວັນ
​ອັງຄານວານ​ນີ້​ ​ໂດ​ຍກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ເຊື່ອ​ວ່າ
​ໃນ​ທາງ​ຫຼັກ ການ​ແລ້ວ “ປະຊາຊົນທີ່​ມີ​ອະທິປະ​ໄຕ ມີເອກ
​ກະລາດ​ນັ້ນ​ແມ່ນມີ​ຄວາມ​ສາມາດ​ທີ່​ຈະທຳການ ​
ຕັດສິນ​ໃຈ ກ່ຽວ​ກັບ​ວິຖີ​ຊີວິດ​ຂອງ​ພວກ​ເຂົາ​ເຈົ້າ
ດ້ວຍ​ຕົວ​ຂອງ​ເຂົາ​ເຈົ້າ​ເອງໄດ້.​”


ທ່ານໂອ​ບາ​ມາ ​ໄດ້​ຕຳນິຕິ​ຕຽນ​ການ​ເອົາ​ບາດກ້າວ​ທາງ​ທະ
ຫານ​ຂອງຣັດ​ເຊ​ຍ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ໃນ​ຂະນະ​ທີ່​ທ່ານ​ໄດ້
​ໄປ​ຢ້ຽມຢາມໂຮງຮຽນ​ແຫ່ງນຶ່ງໃນ​ກຸງ​ວໍ​ຊິງ​ຕັນ ​ເພື່ອ​ເນັ້ນ
​ເຖິງຮ່າງງົບປະມານສະບັບ​ໃໝ່​ຂອງ​ທ່ານ. ກອງທັບ​ຂອງຣັດ​ເຊຍ​ ໄດ້​ເຂົ້າຄວບຄຸມ
ແຫຼມ Crimea ຂອງ​ຢູ​ເຄຣນ ຊຶ່ງເປັນຈຸດຍຸດ​ທະ​ສາດທີ່ປະຊາຊົນ​ສ່ວນ​ໃຫຍ່ ​ນິຍົມ
ຣັດ​ເຊຍ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງປະ​ເທດ.

ທ່ານ ​ໂອ​ບາ​ມາ​ກ່າວ​ວ່າ: “ມັນເປັນການ​ເຊື່ອ​ຢ່າງແຂງ​ຂັນ​ວ່າ ການ​ເອົາ​ບາດກ້າວ
​ທີ່​ວ່າ​ນີ້ຂອງ ຣັດ​ເຊຍ ແມ່ນລະ​ເມີດ​ກົດໝາຍສາກົນ. ຂ້າພະ​ເຈົ້າ​ຊາບ​ວ່າ ປະທາ
​ນາທີ​ບໍດີ Vladimir Putin ຄື​ວ່າ ມີ​ພວກ​ທະນາຍຄວາມ​ຫຼາຍ​ໆຊຸດ ທີ່​ໄດ້​ແປ​
ຄວາມ​ໝາ​ຍ ​ໃນ​ຫຼາຍໆ​ທາງ, ​ແຕ່ ຂ້າພະ​ເຈົ້າ​ບໍ່ເຊື່ອວ່າ ມັນສາມາດ​ຕົບ​ຕາ​ຜູ້
ໃດໄດ້. ຂ້າພະ​ເຈົ້າ​ຄິດ​ວ່າ ​ແມ່ນ​ຜູ້ໃດກໍ່ຮັບຮູ້ວ່າ ເຖິງແມ່ນຣັດ​ເຊຍ​ມີຜົນປະ
ໂຫຍດຢ່າງຖືກຕ້ອງຊອບທຳ ໃນສິ່ງທີ່ເກີດຂຶ້ນຢູ່ໃນປະເທດເພື່ອນ ບ້ານກໍຈິງ
ບໍ່ໄດ້ໝາຍຄວາມວ່າຣັດເຊຍມີສິດ ທີ່ຈະໃຊ້ກຳລັງ ເພື່ອຂະຫຍາຍອິດທິພົນ
ຂອງ ຕົນຢູ່ໃນປະເທດດັ່ງກ່າວ.”




ລັດຖະບານ​ຂອງ​ທ່ານ ​ໂອ​ບາ​ມາ ​ໄດ້​ປະກາດກ່ຽວກັບໂຄງການໃຫ້ຄວາມຊ່ວຍເຫລືອ
ທາງ ດ້ານ​ພະລັງງານ ​ມູນຄ່າ 1 ພັນ​ລ້ານ​ໂດ​ລ່າ​ ​ໃນ​ກຸງ​ວໍ​ຊີງ​ຕັນ ​ໃນ​ວັນ​ອັງຄານວານ​ນີ້
​ໃນ​ຂະ ນະ​ທີ່ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະ​ລັດ ທ່ານ John Kerry ​ໄດ້​ເດີນທາງ
​ໄປ​ຮອດ ​ກຸງ Kyiv ນະ​ຄອນ​ຫຼວງ​ຂອງ​ຢູ​ເຄຣນ​ແລ້ວ. ສະຫະລັດ ​ກຳລັງຊອກ​ຫາ​ຊ່ອງ​ທາງ
​ທີ່ຈະ​ລົງ​ໂທດທາງດ້ານ​ເສດຖະກິດ ທ່າມກາງທີ່ມີ​ການ​ຢ້ານ​ກົວ​ວ່າກຸງມົສກູ ອາດຈະ
ຂະຫຍາຍການ ໃຊ້ກຳລັງທະຫານ​ຂອງຕົນ ເລິກເຂົ້າໄປໃນ​ຢູ​ເຄຣນນັ້ນ.

XS
SM
MD
LG