ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານໂອບາມາ ຕຳໜິ ພັກຣີພັບບລີກັນ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວຄຳປາໄສ ທາງວິທະຍຸແລະອິນເຕີແນັດປະຈຳສັບປະດາ (20 ພະຈິກ 2010)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວຄຳປາໄສ ທາງວິທະຍຸແລະອິນເຕີແນັດປະຈຳສັບປະດາ (20 ພະຈິກ 2010)

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ໄດ້ເພີ່ມ
ທະວີການຕຳໜິຕິຕຽນການດຳເນີນງານຂອງສະມາຊິກສະ
ພາສູງສະຫະລັດສັງກັດພັກຣີພັບບລີກັ ທີ່ເຮັດໃຫ້ການລົງ
ຄະແນນສຽງຮັບຮອງເອົາສົນທິສັນຍາຫຼຸດກຳລັງອາວຸດນິວ
ເຄລຍກັບຣັດເຊຍ ມີການຊັກຊ້າ.

ໃນຄຳປາໄສ ປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້
ທ່ານໂອບາມາກ່າວວ່າ ສະມາຊິກສະພາສູງ ຂອງພັກຣີ
ພັບບລີກັນບໍ່ເອົາຫົວຊານຳບົດຮຽນຂອງມື້ລາງປະທານາ
ທິບໍດີ Ronald Reagan ກ່ຽວກັບເລື່ອງການທູດນິວ
ເຄລຍທີ່ວ່າ “ໄວ້ວາງໃຈແຕ່ຕ້ອງກວດພິສູດ.”

ທ່ານໂອບາມາເວົ້າວ່າ ຖ້າສະພາສູງສະຫະລັດບໍ່ໃຫ້ການອະນຸມັດຕໍ່ສົນທິສັນຍາຫຼຸດກຳລັງ
ອາວຸດຍຸດທະສາດ ທີ່ເອີ້ນຫຍໍ້ວ່າ START ສະບັບທີ່ໄດ້ຮັບການແກ້ໄຂໃໝ່ ພາຍໃນປີນີ້ ຄະນະກວດກາຂອງສະຫະລັດກໍຈະບໍ່ສາມາດກວດພິສູດໄດ້ວ່າຣັດເຊຍໄດ້ປະຕິບັດຕາມຂໍ້
ຕົກລົງຫຼືບໍ່ທີ່ຈະຫຼຸດຄັງອາວຸດນິວເຄລຍຂອງຕົນລົງ 30% ນັ້ນ.

ປະທານາທິບໍດີໂອບາມາແລະຜູ້ນຳຂອງພັກເດໂມແຄຣັທກ່າວວ່າ ຄວາມລົ້ມແຫຼວຂອງສະ ພາສູງສະຫະລັດໃນການດຳເນີນການກ່ຽວກັບເລື່ອງນີ້ ອາດຈະເປັນອັນຕະລາຍໃນການ ໃຫ້ຄວາມສະໜັບສະໜຸນຂອງຣັດເຊຍຕໍ່ວໍຊິງຕັນໃນດ້ານອື່ນໆຮວມທັງຄວາມໄຝ່ຝັນທາງ
ດ້ານນິວເຄລຍຂອງອີຣ່ານ.

ສ່ວນຄຳໄສຂອງພັກຣີພັບບລີກັນໃນວັນເສົາມື້ນີ້ໂດຍສະມາຊິກສະພາສູງ Mitch Mc-
Connell ນັ້ນ ແມ່ນເວົ້າກ່ຽວກັບບັນຫາພາຍໃນປະເທດ.

ທ່ານໄດ້ຮຽກຮ້ອງ ໃຫ້ປະທານາທິບໍດີໂອບາມາ ຕໍ່ອາຍຸໃນການຕັດພາສີໃຫ້ແກ່ຊາວ
ອະເມຣິກັນທຸກຄົນ ບໍ່ແມ່ນແຕ່ສຳລັບຄອບຄົວທີ່ມີລາຍໄດ້ຕໍ່າກວ່າ 250,000 ໂດລາ
ຕໍ່ປີ ທີ່ປະທານາທິບໍດີເຫັນພ້ອມນຳນັ້ນ.

ນອກນັ້ນສະມາຊິກສະພາສູງ McConnell ຍັງໄດ້ຕຳໜິຕິຕຽນທ່ານໂອບາມາ ແລະ
ພັກເດໂມແຄຣັທ ທີ່ບໍ່ໄດ້ດຳເນີນການຢ່າງພຽງພໍເພື່ອຫຼຸດອັດຕາຄົນຫວ່າງງານ.

XS
SM
MD
LG