ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ຢູເຄຣນ ຍຶດໂຮງການເມືອງ ເມືອງ Mariupol ຄືນ (ສະໄລດ໌/ວີດີໂອ)


CN-Ukraine Resumes Operations Against Pro-Russian Separatists
please wait

No media source currently available

0:00 0:01:42 0:00
ທ່ານ Arsen Avakov ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ
​ຢູ​ເຄຣນ ກ່າວ​ວ່າ ຕຳຫຼວດ​ໄດ້​ຂັບ​ໄລ່​ພວກ​ຫົວ​ແບ່ງ​ແຍກ​ດິນ
ແດນ​ນິຍົມຣັດ​ເຊຍ ອອກ​ຈາກ​ໂຮງການ​ເມືອງ ​ຂອງ​ເມືອງ
Mariupol ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

ທ່ານ Avakov ກ່າວ​ຢູ່​ໃນ Facebook ​ໃນ​ວັນ​ພະຫັດ​ມື້​ນີ້
ວ່າ ພວກເຈົ້າ​ໜ້າທີ່​ໃນ​ໂຮງການ​ເມືອງ​ທຸກໆ​ຄົນມີ​ສິດ​ກັບ​ຄືນ​
ມາ​ເຮັດ​ວຽກ​ໄດ້​ຢ່າງ ເສລີ ​ແຕ່​ທ່ານ Avakov ບໍ່​ໄດ້​ແຈ້ງ​ລາຍ
​ລະອຽດ​ໃດໆ​ໃຫ້​ຊາບ​ກ່ຽວ​ກັບ​ວ່າ ​ພວກ​ຕຳຫຼວດ​ຍຶດ​ເອົາ​ອາຄານ
​ຫຼັງ​ນີ້​ກັບ​ຄືນ​ມາ​ໄດ້ແນວໃດ ​ແຕ່​ແຈ້ງ​ໃຫ້​ຊາບ​ວ່າ ບໍ່​ມີຜູ້​ບາດ​ເຈັບ​
ຫຼື​ລົ້ມ​ຕາຍ ໃນການຍຶດເອົາອາຄານຫຼັງນີ້ຄືນມາ.

ນອກ​ນັ້ນ ​ລັດຖະບານ​ຍັງ​ກ່າວ​ຕື່ມ​ວ່າ ກຳລັງ​ຂອງ​ຝ່າຍ​ລັດຖະບານ​ຢູ​ເຄຣນ​ໄດ້​ຂັບ​
ໄລ່​ການ​ໂຈມ​ຕີ​ຂອງ​ພວກ​ຫົວ​ແບ່ງ​ແຍກ​ທີ່​ປະກອບ​ອາວຸດ​ໃຫ້​ຖອຍ​ໜີ​ໄປ​ຢູ່​ໃນ​ຖານ
​ທັບແຫ່ງ​ນຶ່ງ​ໃນ​ເມືອງArtemivsk ໂດຍມີ​ທະ ຫານ​ຄົນ​ນຶ່ງ​ ໄດ້​ຮັບ​ບາດ​ເຈັບ.

ຢູ​ເຄຣນ ກ່າວ​ວ່າ ຕົນໄດ້​ເລີ້ມຄືນ ໃນ​ອັນ​ທີ່​ເອີ້ນ​ວ່າ ການ​ປະຕິບັດ​ງານ “ຕໍ່ຕ້ານ
​ພວກ​ກໍ່​ການ​ຮ້າຍ”
ຕໍ່​ພວກ​ຫົວ​ນິຍົມຣັດ​ເຊຍ​ທີ່​ປະກອບ​ອາວຸດ ທີ່​ໄດ້​ພາກັນ​
ຍຶດ​ເອົາໂຮງການ​ຕ່າງໆ​ຂອງ​ລັດຖະບານ​ໃນ​ປະມານ 10 ຫົວ​ເມືອງ​ທາງ​ພາກ​
ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ. ພວກ​ຫົວ​ແບ່ງ​ແຍກ​ດັ່ງກ່າວ ພາກັນຮຽກຮ້ອງ​ເອົາ​
ສິດ​ ເພື່ອລົງມະຕິ​ວ່າ​ ຈະ​ແຍກ​ອອກ​ຈາກ​ຢູ​ເຄຣນ ແລະເຂົ້າ​ຮ່ວມ​ກັບຣັດ​ເຊຍ​ນັ້ນ.
Putin Strategy With Ukrainian Separatists Differs from Crimea
please wait

No media source currently available

0:00 0:03:13 0:00

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ​ໃນ​ການ​ຖະ​ແຫຼ​ງຕໍ່​ພວກ​ນັກ​
ຂ່າວໃນ​ວັນ​ພະຫັດ​ມື້​ນີ້​ທີ່​ນະຄອນຫຼວງ​ໂຕ​ກຽວ​ຂອງ​ຍີ່ປຸ່ນ ກ່າວ​ວ່າຣັດ​ເຊຍ​ບໍ່ປະຕິ
ບັດ​ຕາມຂໍ້​ຕົກລົງ​ທີ່​ໄດ້​ບັນ​ລຸ​ກັນ​ຢູ່ນະຄອນ​ຈີ​ນີວາເພື່ອ​ ຜ່ອນຄາຍ​ວິ​ກິດ​ການ​ລົງ​ໃນ
ຢູ​ເຄຣນ ​ແລະ​ກ່າວ​ວ່າ ທ່ານ​ບໍ່​ຫວັງ​ວ່າ ຣັດ​ເຊຍ​ຈະ​ໃຫ້ການ​ຮ່ວມ​ໄມ້​ຮ່ວມ​ມື​ກ່ຽວ
ກັບ​ເລື້ອງ​ນີ້.
Ukraine VOSOTVO
please wait
Embed

No media source currently available

0:00 0:01:05 0:00

ທ່ານ​ໂອ​ບາ​ມາ​ກ່າວ​ຕື່ມ​ວ່າ ຣັດ​ເຊຍ​ບໍ່ໄດ້​ເລືອກ​ເອົາ “ເສັ້ນທາງ​ທີ່​ສະ ຫຼາດສ່ອງ​
ໃສ” ​
ແລະ​ຈະ​ປະ​ເຊີນ​ກັບ​ການ​ລົງ​ໂທດ​ຕ່າງໆ​ທີ່​ແຮງ​ຂຶ້ນ​ໄດ້ ​ໃນ​ຂະນະ​ດຽວ​ກັນ ທ່ານ​
ໂອ​ບາ​ມາ​ກ່າວ​ວ່າ ຢູ​ເຄຣນ​ໄດ້​ເອົາ​ບາດ​ກ້າວ​ຕ່າງໆ​ທີ່​ເປັນ​ຮູບ​ປະ​ທຳ​ທີ່ຕົນ​ໄດ້​ຕົກລົງ​
ໃນ​ສັບປະດາ​ແລ້ວ​ນີ້​ທີ່​ນະຄອນ​ ຈີ​ນີວາ​ນັ້ນ. ການ​ເອົາ​ບາດກ້າວ​ເຫຼົ່າ​ນີ້ ​ແມ່ນ​ຮວມ
ທັງ​ການສະ​ເໜີ​ໃຫ້​ນິລະ​ໂທດ​ກຳ​ແກ່​ພວກ​ຫົວ​ແບ່ງ​ແຍກດິນແດນ​ນິຍົມຣັດ​ເຊຍໃຫ້​ພາ
ກັນ​ອອກ​ຈາກ​ພວກຕຶກ​ອາຄານ​ຕ່າງໆ​ຢ່າງ​ສັນຕິ​ນັ້ນ.
XS
SM
MD
LG