ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Obama ແລະ ທ່ານ Romney ຫາສຽງ ຢູ່ທີ່ລັດ Ohio (ວີດີໂອ)


ທ່ານ Barack Obama ແລະທ່ານ Mitt Romney ກໍາລັງໂຄສະນາ ຫາສຽງຢູ່ທີ່ລັດ Ohio ຊຶ່ງເປັນລັດທີ່ສໍາຄັນ ຈະຊີ້ບອກວ່າໃຜຈະຊະນະ
ທ່ານ Barack Obama ແລະທ່ານ Mitt Romney ກໍາລັງໂຄສະນາ ຫາສຽງຢູ່ທີ່ລັດ Ohio ຊຶ່ງເປັນລັດທີ່ສໍາຄັນ ຈະຊີ້ບອກວ່າໃຜຈະຊະນະ
ປະ​ທານ​າທິບໍດີສະຫະລັດທ່ານ Barack Obama ​ແລະຜູ້​ສະມັກ​
ຂອງ​ພັກຣີພັບ ​ບລີ​ກັນທ່ານ Mitt Romney ທຳ​ການ​ໂຄສະນາ​ຫາ​
ສຽງຢູ່ທີ່​ລັດ Ohio ​ຊຶ່ງ​ເປັນ ລັດສຳຄັນ​ທີ່​ຈະ​ອຽງ​ໄປ​ຫາ​ຝ່າຍ​ໃດ​ກໍ​
ໄດ້ ໃນ​ວັນ​ອັງຄານມື້ນີ້ ​ໃນ​ຂະນະ​ທີ່​ພວກ​ທ່ານຊອກ​ຫາຊ່ອງ​ທາງ​
ເພື່ອ​ໃຫ້​ໄດ້​ຮັບ​ການ​ສະໜັບສະໜຸນຈາກ​ຜູ້​ປ່​ອນບັດ ຊຶ່ງ​ຍັງ​ເຫລືອ​
ເວລາ​ແຕ່ອີກສີ່​ອາທິດ ກ່ອນ​ການ​ເລືອກ​ຕັ້ງຈະ​ມີ​ຂຶ້ນນັ້ນ.

ການ​ຢັ່ງ​ສຽງ​ຄັ້ງຫຼ້າສຸດ​ສະ​ແດງ​ໃຫ້​ເຫັນວ່າ ຜູ້​ສະມັກ​ທັງ​ສອງ​ທ່ານ
ມີ​ຄະ​ແນນ​ສຽງເກືອບ​ວ່າ​ທໍ່ໆ​ກັນ ​ກ່ອນ​ໜ້າ​ການປ່ອນ​ບັດ​ໃນ​ວັນ​ທີ
6 ​ເດືອນ​ພະຈິກ. ລັດ Ohio ​ແມ່ນ​ລັດ​ນຶ່ງ​ໃນ​ຈໍານວນ​ບໍ່ເທົ່າ​ໃດ​ລັດ
ທີ່​ຮ້ອງ​ກັນວ່າ swing states ຫຼືລັດ​ທີ່​ອາດ​ຈະ​ອຽງໄປ​ຫາ​ຝ່າຍ​ໃດ
​ກໍ​ໄດ້ ຊຶ່ງ​ຄາດ​ກັນ​ວ່າ​ຈະ​ເປັນ​ຜູ້​ຕັດສິນຊີ້ຂາດ​ກ່ຽວ​ກັບ​ວ່າຜູ້​ໃດ​ຈະ​
ໄດ້​ຮັບຊະນະ.

​ເຖິງ​ແມ່ນ​ວ່າ ​ໄດ້​ເສຍໄຊ​ໃນກາ​ນຢັ່ງ​ສຽງ​ໃຫ້​ແກ່ທ່ານ Romney ຫຼັງຈາກ​ການ​ໂຕ້​ວາ​ທີ
ກ່ຽວ​ກັບ​ນະ​ໂຍບ​າຍພາຍ​ໃນ​ປະ​ເທດ ​ໃນອາທິດແລ້ວ​ນີ້ ທ່ານ Obama ​ໄດ້​ບອກ​ບັນດາ​ຜູ້​ສະໜັບສະໜຸນ​ ທີ່​ງານ​ຫາ​ລາຍ​ໄດ້ ​ໃນ​ຕອນ​ແລງ​ຂອງ​ວັນ​ຈັນ​ວານ​ນີ້ວ່າ ທ່ານມີ​ຄວາມ​ຕັ້ງ​ໃຈ​ “ທີ່​ສຸດ” ທີ່​ຈະ​ຊະນະ​ການ​ເລືອກ​ຕັ້ງ. ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ສະໜັບສະ​ໜຸນ​ທ່ານ
ຈົ່ງ “ດຳ​ເນີນ​ການ​ຢ່າງ​ຂຸ້ນຂ້ຽວ” ​ໃນ​ການ​ພະຍາຍາມ​ຂອງ​ເຂົາ​ເຈົ້າ​ຈົນ​ກວ່າ​ວັນ​ເລືອກ​ຕັ້ງ.
​ໃນ​ຕອນ​ເຊົ້າ​ຂອງ​ວັນ​ຈັນວານ​ນີ້ ທ່ານ Romney ​ໄດ້​ກ່າວ​ຫາປະທານາທິບໍດີ ວ່າ ​ເປັນ​ຜູ້​ນໍາ​ທີ່​ອ່ອນ​ແອ ​ໂດຍ​ສະ​ເພາະແລ້ວ ກ່ຽວ​ກັບພາກ​ຕາ​ເວັນ​ອອກ​ກາງ.

​ໃນ​ການກ່າວ​ຄໍາ​ປາ​ໄສ​ທີ່ສໍາຄັນຄັ້ງທໍາ​ອິດ ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ນັ້ນ ທ່ານ Romney ​ເວົ້າ​ວ່າ ພາຍ​ໃຕ້​ປະທານາທິບໍດີ Obama ສະຫະລັດຢູ່​ພາຍ​ໃຕ້​ກຄວາມ​ເຫັນ​ໃຈ​ຂອງສະຖານະ​ການ​ແທນ​ທີ່​ຈະ​ໃ​ຊ້​ໃນ​ອັນ​ທີ່​ທ່ານ​ເອີ້ນ ​ວ່າ “ອໍານາດອັນ​ຍິ່ງ​ໃຫຍ່ເພື່ອ​ກຳນົດ​ຫຼື​ຫລໍ່​ຫລອ​ມປະ​ຫວັດ​ສາດ.”

ທ່ານໄດ້​ກ່າວ​ຫາປະທານາທິບໍດີວ່າ ຫລົ້ມ​ແຫລວ​ໃນ​ການເປັນ​ຜູ້ນໍາພາຢູ່​ໃນຊີ​ເຣຍ ຮ້ອງ​ການ​ຖອນກໍາລັງ​ສະຫະລັດອອກ​ຈາກອີຣັກວ່າ “​ເປັນໄປ​ຢ່າງ​ກະທັນຫັນ” ​ແລະ​ກ່າວ​ວ່າ ສະຫະລັດແລະ​ອິສຣາ​ແອ​ລ ໄດ້​ເຫີນຫ່າງ​ອອກ​ຈາກ​ກັນຫຼາຍຂຶ້ນ ຊຶ່ງ​ທ່ານ​ເວົ້າ​ວ່າ ເຮັດ​ໃຫ້ອີຣ່ານກ້າ​ຫານເພີ້​ມຂຶ້ນນັ້ນ.

ທ່ານ Romney ກ່າວ​ອີກ​ວ່າ ຈະ​ບໍ່​ມີ​ການ​ປະນີປະນອມກັບຣັດ​ເຊຍ ກ່ຽວ​ກັບ ການ​ຕິດ​ຕັ້ງລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ ​ຢູ່່​ໃນ​ຢູ​ໂຣບ.

ການ​ໂຄສະນາ​ຫາ​ສຽງ​ຂອງທ່ານ Obama ​ໄດ້​ຕອບ​ໂຕ້​ທັນ​ທີ ຕໍ່​ຄໍາ​ປາໄສ​ຂອງ ທ່ານ Romney ​ໂດຍ​ກ່າວ​ວ່າ ມັນ​ເປັນ​ເຫດຜົນທີ່ດີທີ່​ປະທານາທິບໍດີ​ມີ​ຄະ​ແນນ ນໍາ​ໜ້າ​ໃນ
ການ​ຢັ່ງ​ຫາງສຽງ​ ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ສະຫະລັດ ຊຶ່ງ​ໄດ້​ອ້າງເຖິງການສີ້​ນສຸດ
ລົງຂອງສົງ​ຄາມ​ໃນອີຣັກ​ແລະ​ການ​ສັງຫານຜູ້ນຳ​ກຸ່ມ​ກໍ່​ການ​ຮ້າຍ al-Qaida ທ້າວ Osama Bin Laden.

ຜູ້​ສະມັກ​ທັງ​ສອງ​ທ່ານມີ​ກຳນົດ​ທີ່​ຈະ​ໂຕ້ວາ​ທີ​ກັນ​ອີກ​ຄັ້ງ​ທີສອງໃນ​ອາທິດ​ໜ້າໂດຍ ​ໃຫ້​ປະຊາຊົນ​ເປັນ​ຜູ້ຕັ້ງຄຳຖາມ​ ກ່ຽວ​ກັບບັນຫາຕ່າງໆ ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ. ການ​ໂຕ້​ວາ​ທີຄັ້ງ​ທີ​ສາມ ທີ່​ເນັ້ນ​ໜັກ​ໃສ່ນະ​ໂຍບາຍ​ການ​ຕ່າງປະ​ເທດຈະ​ມີ ​ຂື້ນ​ໃນ​ທ້າຍ​ເດືອນ​ນີ້.
ຮອງ​ປະ​ທາ​ນາ​ທິບໍດີສະຫະລັດ​ທ່ານ Joe Biden ​ແລະຄູ່​ແຂ່ງ​ຂອງທ່ານຄື​ທ່່ານ Paul Ryan ຈະ​ໂຕ້​ວາ​ທີກັນ​ໃນ​ວັນ​ພະຫັດ ອາທິດ​ນີ້.

XS
SM
MD
LG