ປະທານາທິບໍດີສະຫະລັດ ທ່ານ Barack Obama ແລະຄູ່ແຂ່ງ
ຈາກ ພັກຣີພັບບລິກັນທ່ານ Mitt Ronmey ພາກັນໃຊ້ການໂຕ້
ວາທີກ່ຽວກັບ ນະໂຍບາຍການຕ່າງປະເທດໃນແລງວັນຈັນວານ
ນີ້ ທີ່ລັດຟຣໍລິດາທາງ ພາກໃຕ້ຂອງສະຫະລັດ ເພື່ອເອົາມາດຕະ
ການທີ່ໜັກມືຕື່ມຂຶ້ນກັບຈີນ.
ປະທານາທິບໍດີ Obama ບັນລະຍາຍວ່າ ຈີນ ເປັນ “ຄູ່ແຂ່ງຂັນ”
ແຕ່ກໍກ່າວວ່າ ທ່ານເບິ່ງໄປຂ້າງໜ້າໃນການເປັນຄູ່ຮ່ວມງານກັບ
ຈີນທີ່ພວມມີອໍານາດເພີ້ມຂື້ນໃນເຂດເອເຊຍ ຕາບໃດທີ່ຈີນຍັງ
ປະຕິບັດຕາມລະບຽບ ການຄ້າຂອງນາໆຊາດຢູ່.
ທ່ານ Obama ກ່າວວ່າ ລັດຖະບານຂອງທ່ານໄດ້ຟ້ອງຈີນກ່ຽວ
ກັບການລ່ວງລະເມີດລະບຽບການຄ້າ ຫຼາຍກວ່າລັດຖະບານສະຫະລັດຊຸດແລ້ວໄດ້ປະຕິບັດ ໃນສອງສະໄໝຜ່ານມາ.
ທ່ານ Romney ທີ່ໄດ້ໃຊ້ສຳນວນຄໍາເວົ້າຢ່າງຮຸນແຮງຕໍ່ຈີນຕະຫລອດ ການໂຄສະນາຫາສຽງກ່າວວ່າ ປັກກິ່ງ “ບໍ່ຈໍາເປັນ ທີ່ຈະຕ້ອງເປັນຄູ່ ແຂ່ງ” ແຕ່ໄດ້ເຕືອນວ່າ ຈີນບໍ່ສາມາດ “ທີ່ຂ້າມພວກເຮົາໄປໝົດ ແລະລັກເອົາວຽກງານຂອງພວກເຮົາ.”
ທ່ານ Romney ໄດ້ກ່າວຢໍ້າກ່ຽວກັບການໃຫ້ຄໍາໝັ້ນສັນຍາ ທີ່ຈະລະບຸ ຈີນວ່າ “ເປັນຜູ້ຄວບຄຸມເງິນຕາ” ໃນມື້ທໍາອິດທີ່ທ່ານເຂົ້າກໍາຕຳແໜ່ງຊຶ່ງ ການລະບຸດັ່ງກ່າວນີ້ ຈະອະນຸຍາດໃຫ້ມີເກັບພາສີຢ່າງໜັກຕໍ່ສິນຄ້າຈີນ.

ການໂຕ້ວາທີຄັ້ງສຸດທ້າຍ ລະຫວ່າງຜູ້ສະມັກເລືອກຕັ້ງ ປະທານາທິບໍດີ ປີ 2012
1/9
ປະທານາທິບໍດີ Barack Obama ກັບຄູ່ແຂ່ງ ທ່ານ Mitt Romney ທັກທາຍສະມາຊິກຄອບຄົວ ຂອງກັນແລະກັນ ຫລັງຈາກການໂຕ້ວາທີ ຄັ້ງສຸດທ້າຍຂອງພວກທ່ານ ທີ່ເມືອງ Boca Raton, ລັດຟລໍຣິດາ, ວັນທີ 22 ຕຸລາ 2012.
ເບິ່ງຕື່ມອີກ
Show less
2/9
ປະທານາທິບໍດີ Barack Obama ທັກທາຍສະມາຊິກຄອບຄົວ ຂອງທ່ານ Mitt Romney ຫລັງຈາກ ການໂຕ້ວາທີ ຄັ້ງສຸດທ້າຍຂອງພວກທ່ານ ທີ່ມະຫາວິທະຍາໄລ Lynn University, ເມືອງ Boca Raton, ລັດຟລໍຣິດາ, ວັນທີ 22 ຕຸລາ 2012.
ເບິ່ງຕື່ມອີກ
Show less
3/9
ທ່ານ Mitt Romney ຟັງປະທານາທິບໍດີ Barack Obama ເວົ້າ ໃນລະຫວ່າງການໂຕ້ວາທີ ຄັ້ງສຸດທ້າຍ ຂອງພວກທ່ານ ທີ່ມະຫາວິທະຍາໄລ Lynn University, ເມືອງ Boca Raton, ລັດຟລໍຣິດາ, ວັນທີ 22 ຕຸລາ 2012.
ເບິ່ງຕື່ມອີກ
Show less
4/9
ທ່ານ Richard Smith ກັບພັນລະຍາ Carol ເບິ່ງການໂຕ້ວາທີທາງຈໍທີວີໃຫຍ່ ທີ່ມະຫາວິທະຍາໄລ Lynn University, ເມືອງ Boca Raton, ລັດຟລໍຣິດາ, ວັນທີ 22 ຕຸລາ 2012.
ເບິ່ງຕື່ມອີກ
Show less
5/9
ທ່ານ Mitt Romney ກັບ Bob Schieffer ຜູ້ດໍາເນີນການໂຕ້ວາທີ ຟັງປະທານາທິບໍດີ Barack Obama ເວົ້າ ໃນລະຫວ່າງການໂຕ້ວາທີ ຄັ້ງສຸດທ້າຍ ຂອງການເລືອກຕັ້ງປີ 2012 ທີ່ມະຫາວິທະຍາໄລ Lynn University, ເມືອງ Boca Raton, ລັດຟລໍຣິດາ, ວັນທີ 22 ຕຸລາ 2012.
ເບິ່ງຕື່ມອີກ
Show less
6/9
ຜູ້ຄົນ ທີ່ພາກັນນັ່ງເບິ່ງ ການໂຕ້ວາທີ ຄັ້ງສຸດທ້າຍ ຂອງທ່ານ Mitt Romney ກັບປະທານາທິບໍດີ Barack Obama ທີ່ມະຫາວິທະຍາໄລ Lynn University, ເມືອງ Boca Raton, ລັດຟລໍຣິດາ, ວັນທີ 22 ຕຸລາ 2012.
ເບິ່ງຕື່ມອີກ
Show less
7/9
ພວກນັກສຶກສາ ກັບອາຈານສອນ ພາກັນຮ້ອງເຊຍແລະເຕ້ນລໍາ ກັບຮູບຕັດຂະໜາດໂຕຄົນຂອງ ປະທານາທິບໍດີ ບາໜັກ ໂອບາມາ ກັບທ່ານ ມິຕ ຣອມນີ ກ່ອນເບິ່ງການຖ່າຍທອດການໂຕ້ວາທີຄັ້ງທີສາມ ຢູ່ສະຖາບັນການປົກ ຄອງ John F. Kennedy ຂອງມະຫາວິທະຍາໄລ Harvard ທີ່ເມືອງ Cambridge, ລັດ Massachusetts, ວັນທີ 22 ຕຸລາ 2012.
ເບິ່ງຕື່ມອີກ
Show less
Previous slide
Next slide