ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Barack Obama ແລະທ່ານ Mitt Romney ຈະໂຕ້ວາທີກັນ


ປະທານາທິບໍດີ Obama ແລະທ່ານ Romney ອອກໂຄສະນາ ຫາສຽງ.
ປະທານາທິບໍດີ Obama ແລະທ່ານ Romney ອອກໂຄສະນາ ຫາສຽງ.
ທ່ານບາຣັກ ໂອບາມາ ປະທານາທິບໍດີສະຫະລັດ ແລະທ່ານມິດ
ຣອມນີ ຜູ້ທ້າແຂ່ງທ່ານ ຈາກພັກຣີພັບບລິກັນ ກໍາລັງຕຽມການ
ເຂົ້າສູ່ຂັ້ນຕອນທີ່ສໍາຄັນທີ່ສຸດຂອງລະດູການເລືອກຕັ້ງປີ 2012
ນີ້. ນັ້ນ ກໍຄືການໂຕ້ວາທີ ລະຫວ່າງຜູ້ສະມັກເລືອກຕັ້ງປະທານາ
ທິບໍດີ.

ຜູ້ສະມັກເລືອກຕັ້ງທັງສອງທ່ານ ຈະທໍາການໂຕ້ວາທີກັນຄັ້ງທໍາ
ອິດໃນທັງໝົດສາມຄັ້ງດ້ວຍນັ້ນ ໃນວັນພຸດຈະມານີ້ ຢູ່ເດັນເວີ
ເມືອງຫຼວງຂອງລັດ Colorado ທາງພາກກາງຂ້ອນໄປທາງ
ຕາເວັນຕົກຂອງສະຫະລັດ.

ເມື່ອວັນເສົາວານນີ້ ປະທານາທິບໍດີໂອບາມາ ໄດ້ສຸມຄໍາປາໄສ
ປະຈໍາອາທິດຂອງທ່ານ ໃສ່ເລື້ອງນຶ່ງໃນຫຼາຍຫົວຂໍ້ສໍາຄັນຂອງ
ການໂຕ້ວາທີຄັ້ງທໍາອິດ ຄືເລຶ່ອງເສດຖະກິດນັ້ນ. ການໂຕ້ວາທີກັນໃນວັນພຸດຈະມານີ້ ຍັງ ຈະເວົ້າເຖິງເລຶ່ອງການຮັກສາສຸຂະພາບ ແລະບົດບາດຂອງລັດຖະບານ ນໍາ.

ຜູ້ສະມັກເລືອກຕັ້ງທັງສອງທ່ານ ກໍາລັງຝຶກຊ້ອມສໍາລັບການໂຕ້ວາທີ ທີ່ຄາດວ່າ ຈະດຶງ
ດູດຜູ້ຊົມທາງທີວີຫຼາຍກວ່າ 50 ລ້ານຄົນ ໃນແຕ່ລະເທື່ອ.

ທ່ານຣອມນີ ກ່າວວ່າ ການໂຕ້ວາທີ ຈະເປັນໂອກາດອັນດີງາມສໍາລັບທ່ານ ແລະທ່ານ
ໂອບາມາ ເພື່ອທໍາການໂອ້ລົມສົນທະນາກັບປະຊາຊົນອະເມຣິກັນ ກ່ຽວກັບທັດສະນະ
ຂອງແຕ່ລະຄົນ.

ຜົນການຢັ່ງຫາງສຽງມະຫາຊົນຊີ້ແນະວ່າ ປະທານາທິບໍດີ ໂອບາມາ ມີຄະ ແນນນໍາໜ້າ
ທ່ານຣອມນີຫລາຍສົມຄວນ ໃນຫລາຍໆລັດຂອງບັນດາລັດທີ່ຈະເປັນຕົວຊີ້ຂາດ ການ
ເລືອກຕັ້ງ ໃນວັນທີ 6 ເດືອນພະຈິກນີ້.
XS
SM
MD
LG