ປະທານາທິບໍດີສະຫະລັດ ທ່ານ Barack Obama ແລະຄູ່ແຂ່ງ
ຈາກພັກຣີພັບບລິກັນ ອະດີດຜູ້ປົກຄອງລັດ Massachusetts
ທ່ານ Mitt Romney ກໍາລັງທໍາການໂຄສະນາຫາສຽງຢ່າງດຸ
ເດືອດຢູ່ໃນອັນທີ່ຮ້ອງວ່າ “ບັນດາລັດທີ່ຍັງບໍ່ມີຝ່າຍໃດກຳຄະ
ແນນສຽງໄດ້ຢ່າງເດັດຂາດ” ໃນລະຍະສຸດທ້າຍ ກ່ອນການປ່ອນ
ບັດເລືອກຕັ້ງ ໃນວັນອັງຄານໜ້ານີ້.
ຫລັງຈາກ ໄດ້ໂຄສະນາຫາສຽງ ຢູ່ທີ່ລັດ Wisconsin, Nevada Corolado ແລະ Ohio ໃນວັນພະຫັດວານນີ້ແລ້ວ ທ່ານ Obama ມີແຜນການ ຈະໃຊ້ເວລາໃນວັນສຸກ
ມື້ນີ້ໝົດມື້ ຫາສຽງຢູ່ທີ່ລັດ Ohio ຊຶ່ງເປັນລັດທີ່ມີຄວາມສໍາຄັນສຸດໃນການທີ່ຈະໄດ້ຮັບໄຊຊະນະ ສຳລັບຜູ້ສະມັກທັງສອງທ່ານ. ທ່ານ Obama ຍັງມີແຜນທີ່ຈະຢຸດແວ່ຢູ່ທີ່ລັດ
Ohio ທຸກໆມື້ ສຳລັບ 4 ມື້ສຸດທ້າຍ ຂອງການໂຄສະນາຫາສຽງນັ້ນ.
ສ່ວນທ່ານ Romney ໃນວັນສຸກມື້ນີ້ ຈະໄປໂຄສະນາຫາສຽງຢູ່ທັງລັດ Ohio ແລະ Wisconsin. ທີ່ເມືອງ West Chester ໃນລັດ Ohio ນັ້ນຄາດວ່າທ່ານ Paul Ryan ຜູ້ສະມັກເປັນຮອງປະທານາທິບໍດີຮ່ວມ ກັບທ່ານ ຈະໄປຮ່ວມໃນການໂຄສະນາຫາສຽງນຳ. ການໂຄສະນາຫາສຽງຂອງ ທ່ານ Romney ກ່າວວ່າ ຕົນຄາດຄະເນວ່າ "ເກືອບ 100 ເປີເຊັນ" ຂອງບັນດາຜູ້ປົກຄອງລັດ ສະມາຊິກສະພາສູງ ເຈົ້າຄອງກຳແພງ ແລະບັນດາເຈົ້າໜ້າທີ່ຕ່າງໆຈະໄປຮ່ວມຮັບຟັງ. ຢູ່ໃນລະຍະວັນສຸດທ້າຍ ໃນການໂຄສະນາຫາສຽງຂອງທ່ານ Romney ນັ້ນ ທ່ານມີແຜນຈະຢຸດແວ່ຢູ່ທີ່ລັດ New Hampshire ລັດ IOWA ແລະ ລັດ Colorado.
ຜູ້ສະມັກເປັນປະທານາທິບໍດີທັງສອງພາກັນເຈາະຈົງໃສ່ ກຸ່ມລັດດຽວກັນ ກໍເພາະເປັນລັດ ທີ່ຮ້ອງວ່າ “ສະໜາມລົບ” ທີ່ອາດຈະປ່ຽນແປງ ການເລືອກຕັ້ງ ບໍ່ທາງໃດ ກໍທາງນຶ່ງ. ເຖິງ
ແມ່ນວ່າການດຳເນີນຄວາມພະຍາຍາມເພື່ອໃຫ້ຊ່ວຍເຫລືອແກ່ຜູ້ປະ ສົບໄພທຳມະຊາດເຮັດໃຫ້ທ່ານ Obama ໄດ້ຮັບການຍ້ອງຍໍທີ່ບໍ່ຄ່ອຍມີຈາກທັງທ່ານ Chris Chistie ຜູ້ປົກຄອງລັດ New Jersey ທີ່ສັງ ກັດພັກຣີພັບບລີກັນ ແລະເຈົ້າຄອງນະຄອນ New York ທ່ານ Michael Bloomberg ທີ່ບໍ່ສັງກັດພັກກໍຕາມ ແຕ່ການຢັ່ງສຽງສະແດງໃຫ້ເຫັນວ່າ ຜູ້ສະມັກທັງສອງທ່ານຕ່າງກໍໄດ້ຮັບສຽງສະໜັບສະ ໜຸນເກືອບເທົ່າໆກັນ.