ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານໂອບາມາ ແລະທ່ານຣອມນີ ຕັ້ງໜ້າຫາສຽງ ຢູ່ໃນລັດ ທີ່ມີຄະແນນສູສີກັນ


ທ່ານໂອບາມາ ຂະນະຫາສຽງຢູ່ເມືອງ Las Vegas ລັດເນວາດາ
ທ່ານໂອບາມາ ຂະນະຫາສຽງຢູ່ເມືອງ Las Vegas ລັດເນວາດາ
ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກໍາລັງ​ອອກ​ໂຄສະນາ ຫາ​ສຽງ​ຢ່າງ​ບໍ່​ຢຸດ​ຢ່ອນໃນທົ່ວ​ປະ​ເທດໃນ​ວັນ​ພະຫັດ​ມື້ນີ້ ​ໃນ​ຂະນະ​ທີ່​ທ່ານ ມິຕ ຣອມນີ ຜູ້​ສະໝັກ​ປະທານາ ທິບໍດີ​ຈາກພັກ​ຣີພັບ​ບລິ​ກັນ ​ສຸມ​ຄວາມ​ພະຍາຍາມ​ໃນ​ການໂຄສະນາ​ຫາ​ສຽງ​ຂອງ​ທ່ານໃສ່​ລັດ Ohio ຊຶ່ງ​ເປັນ​ລັດ​ສໍາຄັນລັດນຶ່ງ ​ທີ່ອາດ​ສາມາດ​ສົ່ງຜົນໃຫ້ການ​ເລືອກ​ຕັ້ງ​ ອອກ​ມາ​ແບບ​ໃດ​ນັ້ນ.

ທ່ານ​ໂອ​ບາ​ມາ ມີ​ແຜນ​ການ​ທີ່​ຈະ​ອອກ​ໂຄສະນາ​ຫາ​ສຽງ ​ໃນ​ລັດ Florida, Virginia, Illinois, ​ແລະ ​ໂອ​ໄຣ​ໂອ ​ໃນ​ວັນ​ພະຫັດ​ມື້​ນີ້ ຊຶ່ງຢູ່ທີ່​ລັດ​ອິລລີ ນ​ອຍສ໌ນັ້ນ ທ່ານ​ໂອ​ບາ​ມາຈະ​ປ່ອນ​ບັດ​ສໍາລັບ​ການ​ເລືອກຕັ້ງ​ປີ​ນີ້ໂດຍສວຍ ​ໃຊ້ນະ​ໂຍບາຍອະນຸຍາດ​ໃຫ້​ປ່ອນ​ບັດ​ແຕ່​ຫົວທີ​ຂອງ​ລັດ​ບ້ານ​ເກີດ​ຂອງທ່ານ. ສ່ວນ​ໃນອີກ​ສາມ​ລັດ​ນັ້ນ ​ແມ່ນ​ການ​ຢຸດ​ແວ່​ໂຄສະນາ​ຫາ​ສຽງ ​ໃນບັນດາ​ພວກ​ປ່ອນ​ບັດ​ທີ່ຍັງ​ບໍ່​ໄດ້​ຕັດສິນ​ໃຈ ​ແລະ​ອາດ​ເປັນຜູ້​ຕັດສິນ​ຊີ້​ຂາດຜົນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​. ທ່ານ​ໂອ​ບາ​ມາຈະ​ກັບ​ຕ່າວ​ຄືນ​ໄປ​ວໍ​ຊິງ​ຕັນ​ໃນ​ຕອນ​ຄໍ່າ​ວັນ​ພະຫັດມື້​ນີ້.

​ສ່ວນ​ທ່ານ ມິຕ ຣອມນີ ນັ້ນ​ແມ່ນ​ຈະ​ໃຊ້​ເວລາ​ຫາ​ສຽງ​ຢູ່​ໃນ​ລັດ​ໂອ​ໄຣ​ໂອ​ໝົດ​ມື້ ​ໂດຍ​ການ​ໄປ​ຢ້ຽມຢາມ​ເມືອງ Cincinnati, Worthington ​ແລະ Defiance ​ເພື່ອ​ຈັດ​ງານ​ຫາ​ສຽງ​ຢູ່​ທີ່​ນັ້ນ.

Republican presidential nominee Mitt Romney takes the stage at a campaign rally in Cedar Rapids, Iowa October 24, 2012.
Republican presidential nominee Mitt Romney takes the stage at a campaign rally in Cedar Rapids, Iowa October 24, 2012.
XS
SM
MD
LG