ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ກັບ ທ່ານຣອມນີ ໂຕ້ວາທີກັນ ຄັ້ງທີສອງ (ສະໄລດ໌)


ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ແລະ​ຜູ້​ທ້າ​ຊິງ​ຈາກ ພັກຣີພັບ​ບລິ​ກັນ ທ່ານ ມິດ ຣອມນີ ​ໄດ້​ປະ​ທະ​ຄາລົມ​ກັນ​ກ່ຽວ​ກັບ​ເລື້ອງ​ເສດຖະກິດ ພະລັງງານ ​ແລະ​ນະ​ໂຍບາ​ຍຕ່າງປະ​ເທດ​ໃນ​ລະຫວ່າງ​ການ​ໂຕ້​ວາທີຄັ້ງ​ທີ່​ສອງ ​ຂອງ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ ​ໃນ​ການຕອ​ບ ຄໍາ​ຖາມ​ຂອງ​ພວກ​ປ່ອນ​ບັດ ທີ່​ຍັງ​ບໍ່​ຕັດສິນ​ວ່າ​ຈະ​ເລືອກ​ເອົາ​ພັກ​ໃດ ​ໃນ​ລະຫວ່າງ​ການ​ໂຕ້​ວາທີ​ກັນ​ແບບທີ່​ເອີ້ນ​ວ່າ town hall meeting ຄື​ຕອບ​ຄໍາ​ຖາມ​ຂອງ​ປະຊາຊົນ​ໂດຍ​ກົງ ຢູ່​ທີ່​ມະຫາວິ​ທະຍາ​ໄລ Hofstra ນະຄອນ​ນີວຢ໊ອກ ​ຄືນວັນ​ອັງຄານ​ວານ​ນີ້.

ທ່ານຣອມນີ ​ໄດ້​ໂຈມ​ຕິີປະ​ວັດ​ການ​ບໍລິຫານ​ປະ​ເທດ​ຂອງ​ປະທານາທິບໍດີ ​ໂອ​ບາ​ມາ ໃນ​ໄລຍະ​ສີ່​ປີຜ່ານມາ ​ໂດຍ​ກ່າວ​ວ່າ ທ່ານ​ໂອ​ບາ​ມາ ​ໄດ້​ເຮັດ ​ໃຫ້​ປະ​ເທດ​ຊາດ​ຂາດ​ດຸນ​ງົບປະມານ ຫລາຍຂຶ້ນ​ເປັນ​ສອງ​ເທົ່າ​ຕົວ ​ແລະ​ກໍ​ບໍ່ໄດ້​ສໍາ​ເລັດ​ຜົນໃນ​ສິ່ງ​ທີ່​ທ່ານ​ສັນ​ຍາວ່າ​ຈະ​ເຣັດນັ້ນ.

ທ່ານຣອມນີ ກ່າວ​ວ່າ: “​ທ່ານ​ໂອ​ບາ​ມາໄດ້ເວົ້າ​ວ່າ​ ມາ​ຮອດເວລານີ້ ອັດຕາ​ຄົນ ຫວ່າງ​ງານ​ຈະຢູ່​ໃນ​ລະດັບ 5.4 ​ເປີ​ເຊັນ. ຄວາມ​ແຕກ​ຕ່າງ​ກັນ ລະຫວ່າງ​ອັດຕາ​ໃນ​ປັດຈຸບັນ ກັບ 5.4 ​ເປີ​ເຊັນ​ນັ້ນ ກໍ​ຄື ຊາວ​ອະ​ເມຣິກັນ 9 ລ້ານ​ຄົນ​ບໍ່​ມີວຽກ​ເຮັດ. ຂ້າພະ​ເຈົ້າບໍ່​ແມ່ນ​ຜູ້​ທີ່​ເວົ້າ​ວ່າ 5.4 ​ເປີ​ເຊັນ. ນີ້​ແມ່ນ​ເປັນ​ແຜນການ​ຂອງ​ປະທາ ນາທິບໍດີ - ​ແຕ່​ກໍເຮັດ​ບໍ່​ໄດ້. ທ່ານໄດ້ກ່າວ​ອີກ​ວ່າ ​ມາ​ຮອດ​ເວລາ​ນີ້ ກໍ​ແມ່ນທ່ານ​ຈະໄດ້​ມີ​ແຜນການປະຕິ​ຮູບ​ລະບົບ​ການ​ຮັກສາ​ສຸ​ຂະ​ພາບ ຫຼື​ ເມ​ດິ​ແຄ ​ແລະ​ເງິນ​ປະກັນ​ສັງຄົມ ຫຼື Social Security ​ເພາະ​ວ່າ ທ່ານ​ໂອ​ບາ​ມາເວົ້າ​ວ່າ ມັນ​ກໍາ​ລັງກ້າວ​ໄປ​ສູ່​ການ​ລົ້ມ​ລະລາຍ. ​ແລະທ່ານ​ຈະ​ປະຕິ​ຮູບ ທ່ານ​ຈະ​ເຮັດ​ໃຫ້ມັນ​ໄດ້ ​ແຕ່ຄວາມ​ຈິງ​ແລ້ວ​ ທ່ານ​ໂອ​ບາ​ມາ​ຮອດຍັງ​ບໍ່​ໄດ້ ​ຍື່ນ​ສະ​ເໜີ​ກ່ຽວ​ກັບ​ລະບົບໃດນຶ່ງ​ທີ່​ ກ່າວ​ມານັ້ນ​ເລີຍ.”

ທ່ານ​ໂອ​ບາ​ມາ​ໂຕ້​ຕອບ​ຄືນ ​ໂດຍ​ກ່າວ​ວ່າ ທ່ານ​ໄດ້​ຮັກສາ​ຄວາມ​ມຸ້ງ​ໝັ້ນ​ໂດຍ​ສ່ວນ​ໃຫຍ່​ຂອງ​ທ່ານ ​ແລະວ່າ ສິ່ງ​ທີ່​ທ່ານ​ເຮັດ​ບໍ່​ໄດ້​ນັ້ນ ກໍ​ບໍ່​ແມ່ນ​ ຍ້ອນວ່າ ທ່ານບໍ່​ໄດ້​ພະຍາຍາມ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ​“​ເມື່ອ​ສີ່​ປີຜ່ານມາ ຂ້າພະ​ເຈົ້າ​ໄດ້​ບອກ​ຊາ​ວອະ​ເມ​ຣິ ກັນ​ ແລະຂ້າ​ພະ​ເຈົ້​າ​ກໍໄດ້​ບອກພວກທ່ານ​ວ່າ ຂ້າພະ​ເຈົ້າຈະ​ຕັດ​ພາສີ ສໍາລັບ​ພວກ​ຊົນ​ຊັ້ນ​ກາງ ​ແລະ​ຂ້າພະ​ເຈົ້າກໍ​ໄດ້​ເຮັດ​ໄປ​ແລ້ວ. ຂ້າພະ​ເຈົ້າ​ໄດ້​ບອກ​ພວກ​ທ່ານ​ວ່າ ຂ້າພະ​ເຈົ້າຈະ​ຕັດ​ພາສີ​ຂອງ​ວົງ​ການ​ທຸລະ​ກິດ​ລາຍ​ນ້ອຍໆ ​ແລະ​ຂ້າພະ​ເຈົ້າກໍ​ໄດ້​ເຮັດ​ໄປ​ແລ້​ວ. ຂ້າພະ​ເຈົ້າ​ເວົ້າວ່າ ຂ້າພະ​ເຈົ້າ ຈະ​ຍຸດຕິ​ສົງຄາມ​ໃນ​ອິຣັກ ​ແລະ​ກໍ​ໄດ້​ເຮັດ​ແລ້ວ. ຂ້າພະ​ເຈົ້າ​ໄດ້ເວົ້າ​ອີກ​ວ່າ ພວກ​ເຮົາ​ຈະ​ເພ່ງ​ເລັງ​ຄວາມ​ສົນ​ໃຈ​ຄືນ​ໃໝ່​ ໃສ່​ພວກ​ທີ່​ໄດ້​ໂຈມ​ຕີພວກ​ເຮົາແທ້ໆເມື່ອ​ວັນທີ 11 ​ເດືອນ​ 9 ​ນັ້ນ ​ພວກ​ເຮົາ​ກໍໄດ້​ຕາມ​ລ່າ​ພວກຜູ້​ນໍາກຸ່ມ​ອາ​ລຄາ​ອີ​ດາ ​ແບບ​ທີ່​ບໍ່​ເຄີຍເຮັດມາ​ກ່ອນ ​ແລະ​ໂອຊາ​ມາ ບິນ​ລາ​ເດັນ​ ກໍໄດ້​ຕາຍ​ໄປ​ແລ້ວ.”

ນອກ​ນີ້​ແລ້ວ ທັງ​ທ່ານ​ໂອ​ບາ​ມາ ​ແລະ​ທ່ານຣອມນີ ຍັງໄດ້​ປະ​ທະ​ກັນ​ເລຶ່ອງ ​ແຜນການ​ທີ່​ຈະ​ດຶງ​ເອົາສະຫະລັດ ​ອອກ​ຈາກ​ສະພາວະ​ເສດຖະກິດ​ຕົກ​ຕໍ່າ ​ໃນ​ສີ່​ປີ​ຕໍ່ໜ້າ​ນີ້. ທ່ານ​ໂອ​ບາ​ມາບ​ອກທ່ານຣອມນີວ່າ ​ແຜນການ​ຂອງ​ທ່ານ ຕັດ​ພາສີ​ພວກ​ຄົນ​ຮັ່ງມີນັ້ນ ຈະ​ບ່ອນ​ທໍາ ລາຍ​ເສດຖະກິດ.

​ແຕ່​ທ່ານຣອມສີ ​ກ່າວ​ວ່າ ​ແຜນການ​ພາສີ​ຂອງ​ທ່ານນັ້ນ ​ແມ່ນ​ຈະ​ເຮັດ​ໃຫ້​ ມີ​ການ​ເຕີບ​ໂຕ​ທາງ​ໜ້າ​ວຽກຫຼາຍຂຶ້ນ ​ແລະ​ເຮັດ​ໃຫ້​ງົບປະມານມີ​ຄວາມ​ສົມ​ດຸນ.

ນອກ​ນີ້​ແລ້ວ ຜູ້​ສະມັກແຂ່ງຂັນ​ເອົາ​ຕໍາ​ແໜ່​ງປະທານາທິບໍດີທັງ​ສອງ​ທ່ານ ຍັງ​ຕອບ​ຄໍາ​ຖາມ​ກ່ຽວກັບ ເລຶ່ອງການ​ເຂົ້າ​ເມືອງ ​ແລະການ​ໂຈມ​ຕີ​ສະຖານ​ກົງສຸນ​ສະຫະລັດ​ທີ່​ລີ​ເບຍ ​ແລະນະ​ໂຍບາຍ​ພະລັງງານ​ຂອງ​ສະຫະລັດ.
XS
SM
MD
LG