ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ແລະ ທ່ານຣອມນີ ຈະໂຕ້ວາທີກັນ ຄັ້ງທໍາອິດ (ວີດີໂອ)


2012 Presidential Debates Begin
please wait

No media source currently available

0:00 0:02:50 0:00
ລິງໂດຍກົງ

ເບິ່ງລາຍງານວີດີໂອ ພາສາອັງກິດ ກ່ຽວກັບຄວາມເປັນມາຂອງ ການໂຕ້ວາທີກັນ ລະຫວ່າງຜູ້ສະມັກເລືອກຕັ້ງປະທານາທິບໍດີ ສະຫະລັດ.

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ແລະ​ທ່ານ​ມິດ ຣອມນີ ຜູ້​ທ້າ​ຊິງ​ຈາກ​ພັກ​ຣີພັບ​ບລິ​ກັນ ຈະ​ປະ​ເຊີນ​ໜ້າ​ກັນ ​ໃນ​ຕອນ​ແລງ​ວັນພຸດ​ມື້​ນີ້ ຕາມ​ເວລາ​ໃນ​ສະຫະລັດຫຼືຕອນ​ເຊົ້າວັນ​ພະຫັດ​ຕາ​ມ​ເວລາ​ໃນ​ລາວ ​ໃນ​ການ​ ໂຕ້​ວາທີ​ບັ້ນ​ທໍາ​ອິດ​ຂອງ​ຈຳນວນ​ທັງ​ໝົດ​ສາມ
ບັ້ນ ທີ່​ຈະຖ່າຍ​ທອດ​ອອກອາ ກາດ​ທາງ​ທີ​ວີ​ທົ່ວ​ປະ​ເທດ ​ໃນ​ການ​ແຂ່ງຂັນ​ເອົາ​ຕໍ​າ​ແໜ່​ງ
ປະທານາທິບໍດີ ປີ 2012.

ຍັງ​ເຫຼືອ​ເວລາ​ພຽງ​ຫ້າ​ອາທິດ​ເທົ່າ​ນັ້ນ ກ່ອນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ ວັນ​ທີ 6 ​ເດືອນ​ພະຈິກ​ຕໍ່ໜ້າ​ນີ້. ທ່ານ​ໂອ​ບາ​ມາ​ຈະ​ເຂົ້າ​ໂຕ້​ວາທີ​ ຂະນະ​ທີ່ ທ່ານ​ມີ​ຄະ​ແນນນໍາ​ໜ້າ​ ທ່ານຣອມມີ ຈາກ​ຜົນ​ການ​ຢັ່ງ​ຫາງ​ສຽງ​ມະຫາຊົນໃນ​ທົ່ວປະ​ເທດ ​ແລະ​ໃນຫຼາຍໆ​ລັດ​ທີ່​ເອີ້ນ​ວ່າ ​ເປັນ​ລັດ​ທີ່ຈະ​ຕັດສິນ​ຊີ້​ຂາດຜົນ​ການ​ເລືອກຕັ້ງນັ້ນ.

ທ່ານ ຣອມນີ ນັກທຸລະກິດ​ມະຫາ​ເສດ​ຖີຫຼາຍພັນ​ລ້ານ​ໂດ​ລາ ທີ່​ອອກ​ກິນ​ເບ້ຍ​ບໍ​ານານ​ແລ້ວ​ແລະ​ອະດີດ​ຜູ້​ປົກຄອງ​ລັດ Massachusetts ​ແມ່ນ​ໄດ້ ​ເສຍ​ຄະ​ແນນ​ໄປຢ່າງຫຼວງຫຼາຍ ຫຼັງຈາກ​ຮູບ​ວິ​ດີ​ໂອ​ລັບ ໄດ້​ປະກົດອອກ​ສູ່​ສາຍຕາສາທາລະນະຊົນເມື່ອ​ຕົ້ນ​ເດືອນ​ນີ້ ທີ່​ເປັນ​ວີ​ດີ​ໂອ ​ທ່ານ​ບອກ​ພວກ ​ສະໜັບສະໜຸນ​ຜູ້ຮັ່ງມີ​ຂອງ​ທ່ານວ່າ ຊາວ​ອະ​ເມຣິກັນ 47 ​ເປີ​ເຊັນ ຜູ້​ທີ່​ຈະ​ປ່ອນ​ບັດ​ເອົາປະທານາທິບໍ​ດີ ບໍ່​ວ່າ​ຈະ​ຢູ່ໃນ​ລັກ​ສະ​ນະ​ໃດ ແມ່ນ​ພວກ​ບໍ່​ໄດ້ເສຍ​ພາສີ ​ແລະ​ຖືວ່າ​ພວກ​ເຂົາ​ເຈົາ​ເອງ​ວ່າ​ເປັນ​ຜູ້​ເຄາະ​ຮ້າຍ ທີ່​ສົມຄວນ​ຈະ​ໄດ້​ຮັບ​ການສະໜັບສະໜຸນ​ຈາກ​ລັດຖະບານນັ້ນ.

ຜູ້​ສະໝັກ​ທັງ​ສອງ​ທ່ານ ​ໄດ້​ໃຊ້​ເວລາ​ໃນ​ວັນ​ອັງຄານ​ວານ​ນີ້ ຢູ່​ຫຼັງສາກ​ໃນ​ການ​ເຝິກ​ແອບ​ການ​ໂຕ້​ວາທີຂັ້ນສຸດ​ທ້າຍ. ທ່ານ​ໂອ​ບາ​ມາ​ໄດ້​ໃຊ້​ເວລາ​ມື້​
ທີສອງ​ກັບ​ທີ່ປຶກສາ​ໂຄສະນາ​ຫາ​ສຽງຂອງ​ທ່ານ​ທີ່ຣີສອດ ​ແຫ່ງ​ນຶ່ງ ທີ່ຣັດ
​ເນ​ວາດາ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ ​ໃນ​ຂະນະ​ທີ່​ທ່ານ ຣອມນີ ກໍ​ໂຄສະນາ​ຫາ​ສຽງ​ຢູ່ເມືອງໃກ້​ຄຽງກັນ ​ຄື​ເມືອງ Denver ລັດ Colorado ຊຶ່ງ​ເປັນ​ບ່ອນໂຕ້​ວາທີ​ເທື່ອ​ທໍາ​ອິດໃນ​ວັນ​ພຸດ​ມື້​ນີ້.



XS
SM
MD
LG