ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ແລະ ທ່ານຣອມນີ ອອກຫາສຽງ ຢ່າງຂຸ້ນຂ້ຽວ (ວີດິໂອ)


An African asylum seeker, who entered Israel illegally via Egypt, uses handcuffs and raises up his hands painted in black and white during a protest in front of the Israeli Interior Ministry in the Mediterranean coastal city of Tel Aviv after several days of mass protests against Israel's immigration policies.
An African asylum seeker, who entered Israel illegally via Egypt, uses handcuffs and raises up his hands painted in black and white during a protest in front of the Israeli Interior Ministry in the Mediterranean coastal city of Tel Aviv after several days of mass protests against Israel's immigration policies.
ອີກ​ພຽງສອງ​ອາທິດເທົ່ານັ້ນ ກໍຈະ​ຮອດ​ມື້​ເລືອກ​ຕັ້ງ ທັງ​ປະທາ
ນາທິບໍດີ ບາຣັກ ​ໂອ​ບາ​ມາ ​ແລະ​ທ່ານ​ມິຕ ຣອມນີ ຕ່າງ​ກໍ​ພາ
ກັນ​ດໍາ​ເນີນ​ຄວາມ​ພະຍາຍາມ​ຢ່າງ​ຂຸ້ນຂ້ຽວ ​ເພື່ອຂໍ​ຮ້ອງ​ເປັນ
​ຄັ້ງສຸດທ້າຍ​ຕໍ່​ພວກ​ເລືອກ​ຕັ້ງ ​ທີ່​ຍັງ​ບໍ່ໄດ້​ຕັດສິນ​ໃຈ​ວ່າ ​ຈະ
ປ່ອນ​ບັດເອົາໃຜ​ເທື່ອ​ນັ້ນ.

ຜົນ​ການ​ຫຢັ່ງ​ຫາງ​ສຽງ​ມະຫາຊົນ ພົບ​ວ່າການ​ແຂ່ງຂັນ​ເລືອກ​ຕັ້ງ​ປະທານາ ທີ​ບໍດີ​ຄັ້ງ​ນີ້​ ມີ​ຄະ​ແນນ​ເທົ່າໆ​ກັນ ​ແລະ​ການ​ໄດ້​ຮັບ​ສຽງ​ສະໜັບສະໜຸນຈາກ​ພວກ​ປ່ອນ​ບັດ​ທີ່​ຍັງ​ບໍ່​ຕັດສິນ​ໃຈ ​ໂດຍ​ສະ​ເພາະ​ໃນບັນດາ​ລັດ​ທີ່ສາມາດ​ປ່ຽນ ​ແປງ​ຜົນ​ການ​ເລືອກ​ຕັ້ງ​ໄດ້​ນັ້ນ ​ແມ່ນ​ສໍາຄັນ​ທີ່​ສຸດ.

​ໃນ​ລະຫວ່າງ​ການໂຄສະນາ​ຫາ​ສຽງ​ເມື່ອ​ວັນ​ອັງຄານ​ວານ​ນີ້ ​ໃນ​ລັດ Florida ທາງ​ພາກ​ໃຕ້​ຂອງ​ສະຫະລັດ ຊຶ່ງ​ເປັນ​ນຶ່ງ​ໃນຫຼາຍໆລັດ​ທີ່​ຈະ​ເປັນ​ຜູ້​ຕັດສິນ​ຊີ້​ຂາດ​ຜົນ​ຂອງ​ການ​ເລືອກ​ຕັ້ງນັ້ນ ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ຫາ​ທ່ານ​ຣອມນີ ວ່າ ປ່ຽນ​ແປງ​ແນວ​ຄິດຂອງ
ຕົນກ່ຽວ​ກັບ​ບັນຫາ​ສໍາຄັນ​ຕ່າງໆ ​ໂຮມ​ທັງການ​ປະຕິບັດງານ​ສັງຫານ​ນາຍ​ໂອຊາ​ມາ ບິນ​ລາ​ເດັນ​ ນັ້ນ​ນໍາ. ທ່ານ​ໂອ​ບາ​ມາໄດ້​ເອີ້ນ ການ​ໂຕ້​ວາທີ​ຂອງ​ທ່ານຣອມນີ ​ໃນ​ຕອນ​ແລງ​ວັນ​ຈັນ​ຜ່ານ​ມາ ​ວ່າ ກາ​ນລະ​ເບີດ​ຂຶ້ນ​ຢ່າງ​ສາຫັດ ຂອງອັນ​ທີ່​ທ່ານ​ໃຊ້​ຄໍາ​ເວົ້າ​ວ່າ​ Romenesia ຊຶ່ງ​ທ່ານ​ໝາຍ​ເຖິງ ​ໂຣກຄວາມ​ຈໍາ​ເຊື່ອມ​ຂອງ​ທ່ານ ຣອມນີນັ້ນ.

ຝ່າຍ​ທ່ານຣອມນີ ກໍ​ໄດ້​ບອກ​ຝຸງ​ຊົນ​ທີ່​ສະໜັບສະໜຸນ​ທ່ານຢູ່​ນະຄອນ Las Vegas ລັດ​ເນ​ວາດາ ວ່າ ການ​ໂຈມ​ຕີຕົນ​ນັ້ນ ບໍ່​ແມ່ນ​ເລຶ່ອງຢູ່​ໃນ​ຫົວ​ຂໍ້​ການ​ເມືອງ ຊຶ່ງ​ທ່ານກ່າວ​ຕໍ່​ໄປ​ວ່າ ຫຼັງຈາກ​ການ​ໂຕ້​ວາທີ​ທັງ​ສີ່​ເທື່ອ ທີ່​ໂຮມ​ທັງ​ການ​ໂຕ້​ວາ​ທີ​ລະຫວ່າງ​ຜູ້​ສະມັກ​ເປັນ​ຮອງ​ປະທານາ​ທິບໍ​ດີນໍາ​ນັ້ນ ການ​ໂຄສະນາ​ຫາ​ສຽງຂອງ​ໂອ​ບາ​ມາ ​ແມ່ນກໍາລັງ​ຈະຈົມ​ນໍ້າ ​ໃນ​ຂະນະ​ທີ່ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານຣອມນີ​ເອງນັ້ນ​ ແມ່ນ​ໄດ້ຮັບ​ການເສີມ​ກໍາລັງ​ໂດຍ​ການໂຕ້​ວາທີ​ກັນ ​ແລະກໍາລັງ​ມຸ້ງ​ໜ້າ​ຢ່າງ​ເຕັມທີ່​ຕໍ່​ໄປ.

ທັງໜ່ວຍ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ໂອ​ບາ​ມາ ​ກັບ​ທ່ານຣອມນີ ຕ່າງ​ກໍ​ອ້າງ​ວ່າ ຜູ້​ສະມັກ​ຂອງ​ຕົນເປັນຝ່າຍຊະນະ​ໃນ​ການ​ໂຕ້​ວາທີ​ກັນ ​ເມື່ອ​ຕອນ​ແລງ​ວັນ​ຈັນ​ຜ່ານ​ມາ ທີ່​ສຸມ​ເລຶ່ອງ​ນະ​ໂຍ
ບາຍ​ຕ່າງປະ​ເທດ ​ແຕ່​ຜົນ​ການ ຫຢັ່ງ​ສຽງ​ສ່ວນ​ໃຫຍ່ເວົ້າ​ວ່າ ປະທານາທິບໍດີ ​ໂອ​ບາ​ມາ ຊະນະ​ການ​ໂຕ້​ວາທີຄັ້ງ​ສຸດ​ທ້າຍ​ນັ້ນ.

ວີດິໂອການໂຕ້ວາທີກັນຄັ້ງສຸດທ້າຍ ລະຫວ່າງທ່ານໂອບາມາ ແລະທ່ານຣອມນີ

XS
SM
MD
LG