ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໑ ຕຸລາ ໒໐໒໓

ທ່ານໂອບາມາ ແລະພັກ Republicans ສົນທະນາກັນ ເລື້ອງຕຳແໜ່ງ ຜູ້ພິພາກສາ ສານສູງສຸດ


Vatikanda İsveçrə qvardiyasının andiçmə mərasimi

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ເປັນເຈົ້າພາບ
ຕ້ອນຮັບບັນດາຜູ້ນຳສະມາຊິກສະພາສູງສັງກັດພັກ Republican
ໃນວັນອັງຄານມື້ນີ້ ເພື່ອສົນທະນາຫາລືກ່ຽວກັບ​ແຜນການຂອງ
​ທ່ານ ​ເພື່ອ​ແຕ່ງຕັ້ງຜູ້ພິພາກສາສານສູງສຸດສະຫະລັດນັ້ນ.

ສານສູງສຸດທີ່ມີສະມາຊິກ 9 ທ່ານ ໄດ້ມີບ່ອນນັ່ງຫວ່າງລົງບ່ອນ​ນຶ່ງ
ຫຼັງຈາກການເສຍຊີວິດຂອງຜູ້ພິພາກສາ Antonin Scalia
ໃນເດືອນແລ້ວນີ້. ແຕ່ວ່າ ພັກ Republican ໄດ້ກ່າວວ່າ
ທ່ານໂອບາມາບໍ່ຄວນ​ແຕ່ງຕັ້ງຜູ້​ພິພາກສາ​ສານ​ສູງ​ສຸດທີ່​ຈະ​ເຂົ້າ
ຮັບ​ໜ້າ​ທີ່ຕະຫຼອດຊີວິດ ໃນປີສຸດທ້າຍຂອງການດຳລົງຕຳ​ແໜ່​ງ
ປະທານາທິບໍດີຂອງທ່ານ ​ໂດຍ​ປະກາດ​ແຕ່ງຕັ້ງ​ດັ່ງກ່າວນີ້
ໃຫ້​ເປັນ​ໜ້າ​ທີ່​ຂອງປະທານາທິບໍດີຄົນຕໍ່ໄປ.

ປະທານາທິບໍດີສະຫະລັດ ທ່ານ Barack Obama ທີ່ກ່າວເຖິງເລື້ອງການສະເໜີຊື່ຂອງຜູ້ທີ່ຈະມາເປັນ ຜູ້ພິພາກສາສານສູງສຸດສະຫະລັດ ໃນທຳນຽບນາວ ນະຄອນຫຼວງວໍຊີງຕັນ, 24 ກຸມພາ, 2016.
ປະທານາທິບໍດີສະຫະລັດ ທ່ານ Barack Obama ທີ່ກ່າວເຖິງເລື້ອງການສະເໜີຊື່ຂອງຜູ້ທີ່ຈະມາເປັນ ຜູ້ພິພາກສາສານສູງສຸດສະຫະລັດ ໃນທຳນຽບນາວ ນະຄອນຫຼວງວໍຊີງຕັນ, 24 ກຸມພາ, 2016.

ຜູ້ນຳສຽງສ່ວນຫຼາຍ​ໃນສະພາສູງ ທ່ານ Mitch McConnell
ແລະປະທານຄະນະກຳມະ ການຍຸຕິທຳ ທ່ານ Chuck Grassley
ໄດ້ກ່າວ ກ່ອນການພົບປະກັນທີ່ທຳນຽບຂາວວ່່າ ພວກທ່ານມີ
ຄວາມຕັ້ງໃຈທີ່ກ່າວເນັ້ນຢ້ຳ ໃນຂໍ້ຄວາມທີ່ວ່ານີ້ອີກ.

ທ່ານໂອບາມາ ຈະເຂົ້າຮ່ວມພ້ອມກັບຮອງປະທານາທິບໍດີ ທ່ານ
Joe Biden ທ່ານ Harry Reid ຜູ້ນຳສຽງສ່ວນນ້ອຍ​ໃນ​
ສະພາ​ສູງ ແລະສະມາຊິກສະພາສູງ Patrick Leathy.

ໂຄສົກທຳນຽບຂາວ ທ່ານ Josh Earnest ໄດ້ກ່າວໃນວັນ
ຈັນວານນີ້ວ່າ ປະທານາທິບໍດີ ແມ່ນ​ເປີດ​ກວ້າງ​ຕໍ່ການໂອ້ລົມ
ສົນທະນາແຕ່ວ່າ ທ່າ​ທີຂອງພັກ Republican “ນັ້ນແມ່ນຍາກ​
ທີ່​ຈະໃຫ້ທ່ານພົວພັນຢ່າງສ້າງສັນ​ໄດ້.”
ທ່ານຍັງໄດ້ກ່າວອີກວ່າ
ສານແມ່ນ​ສ່ຽງ​ຕໍ່ການຖືກ​ໃຊ້​ໃນ​ທາງ​ການ​ເມືອງ.

XS
SM
MD
LG