ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ວ່າ ງົບປະມານ ພັກຣີພັບບລີກັນ ຈະເຮັດໃຫ້ ມີໂອກາດ ໜ້ອຍລົງ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວຄຳປາໄສ ປະຈຳສັບປະດາ (5 ເມສາ 2014)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວຄຳປາໄສ ປະຈຳສັບປະດາ (5 ເມສາ 2014)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ
ມີຊາວອາເມຣິກັນ ໃນຈຳນວນຫຼວງຫຼາຍພວມພາກັນເຮັດ
ວຽກເຮັດການຍາກຂຶ້ນກວ່າແຕ່ກ່ອນໂດຍຮູ້ສຶກວ່າ ພວກ ເຂົາເຈົ້າບໍ່ໄດ້ຮັບຄວາມກ້າວໜ້າຫຍັງເລີຍ.

ປະທານາທິບໍດີໂອບາມາ ກ່າວໃນວັນເສົາມື້ນີ້ ໃນຄຳປາ
ໄສປະຈຳສັບປະດາຂອງທ່ານວ່າ ຮ່າງງົບປະມານທີ່ທ່ານ ໄດ້ສົ່ງໄປໃຫ້ລັດຖະສະພາສະຫະລັດໃນຕົ້ນປີນີ້ ແມ່ນອີງ
ຕາມແນວຄວາມຄິດທີ່ໃຫ້ໂອກາດແກ່ທຸກໆຄົນ. ທ່ານເວົ້າ
ວ່າ ງົບປະມານນີ້ ຈະເຮັດໃຫ້ມີຊົນຊັ້ນກາງເພີ້ມຂຶ້ນ ແລະ
ການຂາດດຸນງົບປະມານ ຫລຸດຕ່ຳລົງ ທີ່ໄດ້ມີການຫລຸດ
ລົງໄປແລ້ວຫຼາຍກວ່າເຄິ່ງນຶ່ງ ນັບຕັ້ງແຕ່ທ່ານໄດ້ເຂົ້າຮັບ
ຕຳແໜ່ງມາ.

ທ່ານໂອບາມາ ກ່າວວ່າ ສະມາຊິກຂອງພັກຣີພັບບລີກັນ
ໄດ້ສະເໜີງົບປະມານທີ່ ແຕກຕ່າງໄປຫຼາຍ ທີ່ຈະເຮັດໃຫ້ມີໂອກາດໜ້ອຍລົງ ແລະເຮັດ ໃຫ້ເປັນການຍາກຂຶ້ນສຳລັບຊາວອາເມຣິກັນທີ່ເຮັດວຽກດ້ວຍຄວາມຍາກລຳບາກເພື່ອ ທີ່ຈະກ້າວໜ້າ.

ທ່ານເວົ້າວ່າຮ່າງງົບປະມານຂອງພັກຣີພັບບລີກັນແມ່ນເລີ້ມດ້ວຍການໃຫ້ຕັດພາສີຂະ ໜາດໃຫຍ່ ສຳລັບຄອບຄົວທີ່ມີລາຍໄດ້ຫລາຍກວ່າ 1 ລ້ານໂດລາຕໍ່ປີ.

ໃນຄຳປາໄສປະຈຳສັບປະດາ ຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາສູງ Tim Scott
ຈາກລັດ South Carolina ກ່າວວ່າ ໂຄງການຝຶກອົບຮົມວຽກງານ ຂອງລັດຖະບານ ກາງແມ່ນຢູ່ກະຈັດກະຈາຍຈົນເກີນໄປ ມີລະບຽບການບໍລິຫານງານຫຼາຍໂພດ ແລະບໍ່ ມີປະສິດທິພາບ. ທ່ານເວົ້າວ່າສະມາຊິກພັກເດໂມແຄຣັດຄວນໃຫ້ການສະໜັບສະໜຸນ ຕໍ່ຮ່າງກົດໝາຍຂອງພັກຣີພັບບລີກັນ ເພື່ອປັບປຸງໂຄງການເຫລົ່ານີ້ ໃຫ້ມີປະສິດທິຜົນ ຫລາຍຂຶ້ນ.
XS
SM
MD
LG