ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ສັນຍາ ທີ່ຈະປິດ ບ່ອນຄຸມຂັງ ທະຫານ ຢູ່ອ່າວ ກວັນຕານາໂມ (ວີດີໂອ)


​ພວກ​ປະ​ທ້ວງ​ພາ​ກັນ​ນຸ່ງ​ເຄື່ອງ​ນັກ​ໂທດ ຢືນ​ຢູ່​ຕໍ່​ໜ້າ ທຳ​ນຽບ​ຂາວ ຣຽກ​ຣ້ອງ​ໃຫ້ ປະ​ທາ​ນາ​ທິ​ບໍ​ດີ​ແກ້​ໄຂ ບັນ​ຫາ ນັກ​ໂທດ​ທີ່​ຍັງ​ຖືກ​ກັກ​ຂັງ​ຢູ ຄຸກ Quantanamo.
​ພວກ​ປະ​ທ້ວງ​ພາ​ກັນ​ນຸ່ງ​ເຄື່ອງ​ນັກ​ໂທດ ຢືນ​ຢູ່​ຕໍ່​ໜ້າ ທຳ​ນຽບ​ຂາວ ຣຽກ​ຣ້ອງ​ໃຫ້ ປະ​ທາ​ນາ​ທິ​ບໍ​ດີ​ແກ້​ໄຂ ບັນ​ຫາ ນັກ​ໂທດ​ທີ່​ຍັງ​ຖືກ​ກັກ​ຂັງ​ຢູ ຄຸກ Quantanamo.
ຢູ່​ໃນ​ຄໍາ​ປາ​ໄສ ທີ່​ເວົ້າ​ເຖິງຄວາມ​ປອດ​ໄພແຫ່ງ​ຊາດຂອງສະຫະ
ລັດ ​ແລະຍຸດທະ ສາດ ​ຕໍ່​ຕ້ານການກໍ່​ການ​ຮ້າຍນັ້ນ ປະທານາ
ທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ປະກາດ ​ກ່ຽວກັບ
ການ​ເອົາ​ບາດກ້າວ​ເພີ້ມ​ເຕີມເພື່ອ​ໃຫ້ການ​ຢືນຢັນ ​ອີກ​ຄັ້ງ​ນຶ່ງ​
ເຖິງ​ການໃຫ້​ຄໍາ​ໜັ້ນສັນຍາຂອງ​ທ່ານ ທີ່​ຈະ​ປິດ​ຄຸກ​ຫຼືສູນ​ຄຸມ​ຂັງ​
ຂອງ​ທະ​ຫານ ທີ່​ອ່າວ Quantanomo ​ໃນ​ປະ​ເທດຄິວ​ບາ.

ທ່ານກ່າວ​ວ່າ ສູນ​ຄຸມ​ຂັງ ທີ່​ອ່າວ Quantanamo “​ໄດ້​ກາຍມາ​
ເປັນສັນຍາ​ລັກ ຢູ່​ໃນ​ທົ່ວ​ໂລ​ກ ສຳລັບອາ​ເມຣິກາ ທີ່ເຍາະເຍີ້ຍຕໍ່​
ການ​ປົກຄອງ​ ດ້ວຍ​ຕົວ​ບົດ​ກົດ ໝາຍ.”

ຢູ່​ໃນ​ຄໍາ​ປາ​ໄສ ​ທີ່ມະຫາວິທະຍາ​ໄລປ້ອງ​ກັນ​ປະ​ເທດ​ແຫ່ງ​ຊາດ
ທີ່ວໍ​ຊິງ​ຕັນ ປະ ທານາທິບໍດີ Obama ​ໄດ້ຮຽກຮ້ອງ​ໃຫ້ລັດຖະ​ສະ
|ພາສະຫະລັດ ຍົກ​ເລີກ​ຈຳກັດ​ກ່ຽວ​ກັບການ​ຍົກ​ຍ້າຍພວກທີ່​ຖືກ​
ກັກ​ຂັງ​ 166 ຄົນ​ຢູ່ອ່າວ Guantanamo.

ທ່ານ​ກ່າວ​ວ່າ ທ່ານ​ໄດ້​ຮ້ອງ​ຂໍ​ໃຫ້ກະຊວງ​ປ້ອງ​ກັນ​ປະ​ເທດ ຊອກ​
ຫາ​ສະຖານ​ທີ່​ໃນ ​ສະຫລັດເພື່ອ​ໃຫ້​ຄະນະ​ກຳມາ​ທິການ​ທະຫານ​ພິຈາລະ​ການ​ກ່ຽວ​ກັບ​ພວກ
ທີ່​ຖືກ​ຄຸມ​ຂັງ​ທັງ​ໝົດ ​ເພື່ອ​ຕັດສິນ​ວ່າຜູ້​ໃດ​ຄວນ​ຈະ​ຖືກ​ສົ່ງ​ໄປ​ປະ​ເທດ​ໃດ​ແດ່ ​ແລະ​ຜູ້​ໃດຄວນ​ຈະ​
ຖືກ​ດຳ​ເນີນ​ຄະດີ​ໂດຍສານ​ຂອງ​ພົນລະ​ເຮືອນຫຼືລະບົບສານ​ທະຫານ ປະທານາທິບໍດີ ກ່າວວ່າ
ທ່ານ​ກໍາລັງ​ມອບໜ້າ​ທີ່​ນີ້ ໃຫ້ທູດພິ​ເສດ​ຄົນ​ນຶ່ງ ຈັດ​ແຈງ​ການ​ຍົກຍ້າຍພວກ​ນັກ​ໂທ​ດທີ່​ຖືກ​ຄຸມ
​ຂັງ ​ໄປ​ຍັງປະ​ເທດ​ທີ​ສາມ.

ລັດຖະສະພາແລະ​ທໍາ​ນຽບຂາວ ​ແມ່ນ​ມີ​ຄວາມ​ເຫັນ​ບໍ່​ລົງ​ຮອຍ​ກັນກ່ຽວກັບຊະຕາ ​ກໍາ​ຂອງບັນ
ດາ​ຜູ້​ຕ້ອງ​ສົງໄສ​ເຫຼົ່ານີ້. ​ໃນ​ຂະນະ​ດຽວ​ກັນ ບັນດາ​ພວກ​ນັກ​ໂທດ​ຈຸນີ້​ໄດ້​ຖືກ​ກັກ​ຂັງ​ມາເປັນ
​ເວລາ​ຫລາຍ​ປີ​ແລ້ວ ໂດຍປາດ​ສະ​ຈາກ​ການ​ກ່າວ​ຫາ​ຫຼືການ ​ດຳ​ເນີນ​ຄະດີ​ໃດໆ.

ກ່ຽວຂ້ອງກັນ

XS
SM
MD
LG