ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ກ່າວລະລຶກ ເຖິງວັນຄົບຮອບ 10 ປີ ໃນການໂຈມຕີ ຢູ່ສະຫະລັດ (ເບິ່ງວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ອັດຄຳປາໄສ ປະຈຳສັບປະດາ (9 ກັນຍາ 2010)
ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ອັດຄຳປາໄສ ປະຈຳສັບປະດາ (9 ກັນຍາ 2010)

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາໄດ້ລະລຶກເຖິງວັນຄົບຮອບ 10 ປີໃນການ
ໂຈມຕີຂອງພວກກໍ່ການຮ້າຍຢູ່ສະຫະລັດໃນວັນທີ 11 ກັນຍາດ້ວຍການໄວ້ອາໄລແລະສັນ
ລະເສີນພວກເຈົ້າໜ້າທີ່ຮັບມືກັບເຫດການສຸກເສີນ ທະຫານ ແລະປະຊາຊົນຫຼາຍພັນຄົນທີ່
ໄດ້ສູນເສຍຊີວິດ.

ໃນການກ່າວຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ທ່ານໂອບາມາໄດ້ກ່າວເຖິງ
ວິລະກຳເມື່ອນຶ່ງທົດສະວັດຜ່ານມາ ທີ່ຕຶກແຝດສູນກາງການຄ້າໂລກ ໃນນະຄອນນິວຢອກ
ທີ່ທຳນຽບ 5 ແຈ ນອກນະຄອນຫຼວງວໍຊິງຕັນ ແລະຖ້ຽວບິນ 93 ທີ່ເມືອງ Shanksville
ໃນລັດ Pennsylvania.

ປະທານາທິບໍດີໂອບາມາເວົ້າວ່າ ໃນໄລຍະສອງ-ສາມປີຜ່ານມານີ້ ສະຫະລັດໄດ້ຕາມລ່າທຳ
ລາຍກຸ່ມກໍ່ການຮ້າຍອາລກາຍດາໂດຍໄດ້ກຳຈັດຫົວໜ້າຄົນສຳຄັນໆຂອງກຸ່ມຮວມທັງຜູ້ວາງ ແຜນກ່ຽວກັບການໂຈມຕີນາຍ Osama bin-Laden ທີ່ຖືກຂ້າຕາຍໂດຍໜ່ວຍກອມມັງໂດ
Navy Seals ໃນຕົ້ນປີນີ້.

ທ່ານໂອບາມາເວົ້າວ່າ ພະແນກການຕ່າງໆຂອງລັດຖະບານ ຍັງເຝົ້າລະວັງ ສືບຕໍ່ເສີມຂະ
ຫຍາຍ ການຮັກສາຄວາມປອດໄພ ຢູ່ຕາມສະໜາມບິນຕ່າງໆ ທ່າກຳປັ່ນ ແລະຊາຍແດນ
ຂະນະທີ່ພວກກໍ່ການຮ້າຍທຳການພະຍາຍາມຕື່ມອີກເພື່ອຫາທາງໂຈມຕີພວກເຮົາ.

ອະດີດເຈົ້າຄອງກຳແພງນະຄອນນິວຢອກ ທ່ານ Rudy Giuliani ເປັນຜູ້ກ່າວຄຳປາໄສປະ
ຈຳສັບປະດາຂອງພັກຣີພັບບລີກັນ ໃນວັນເສົາມື້ນີ້ ໂດຍເວົ້າວ່າ ສະຫະລັດມີຄວາມປອດໄພ
ຫຼາຍຂຶ້ນກວ່າກ່ອນທີ່ຖືກໂຈມຕີໃນວັນທີ 11 ກັນຍາແຕ່ກໍຍັງບໍ່ມີຄວາມປອດໄພເທົ່າທີ່ຄວນ
ຈະເປັນ. ທ່ານເວົ້າວ່າສະຫະລັດຍັງບໍ່ທັນໄດ້ປັບປຸງການຮັກສາຄວາມປອດໄພທີ່ສຳຄັນໃດໆ
ຢູ່ທີ່ທ່າກຳປ່ັນ ແລະລັດຖະບານລັດຕະຫຼອດທັງລັດຖະບານທ້ອງຖິ່ນໄດ້ຖືກຈັດຢູ່ໃນຂັ້ນທີ່ມີ
ການກະກຽມດີທີ່ສຸດ ໄປຫາຂັ້ນບໍ່ໄດ້ມີການກະກຽມເລີຍ.

ທ່ານ Giuliani ກ່າວວ່າ ຄວາມປອດໄພຂອງສະຫະລັດຢູ່ພາຍໃນປະເທດແມ່ນຕ້ອງການ ການມີໜ້າທາງທະຫານໃນໄລຍະຍາວຢູ່ຕາມສະຖານທີ່ຕ່າງໆເຊັ່ນວ່າອີຣັກແລະອັຟການິສ
ຖານບ່ອນທີ່ທ່ານເວົ້າວ່າ ພວກຫົວຮຸນແຮງຈັດຕ້ອງການຢາກສັງຫານຊາວອະເມຣິກັນນັ້ນ.
ທ່ານ Giuliani ເວົ້າວ່າ ການເມືອງບໍ່ຄວນຈະມີອິດທິພົນກ່ຽວກັບວ່າ ພວກທະຫານຄວນ ຈະປະຈຳການດົນປານໃດຢູ່ໃນຕ່າງປະເທດເພື່ອກຳຈັດໄພຂົ່ມຂູ່ໃນການໂຈມຕີຂອງພວກກໍ່
ການຮ້າຍຢູ່ພາຍໃນ ສະຫະລັດ.

ທ່ານ Giuliani ກ່າວວ່າ ການໂຈມຕີໃນວັນທີ 11 ກັນຍາແມ່ນແນໃສ່ເພື່ອທັບມ້າງວິນຍານ
ຈິດໃຈຂອງສະຫະລັດແຕ່ກັບຈົບລົງດ້ວຍການສ້າງຄວາມປຸ້ມລຸມສາມະຄີໃຫ້ແກ່ປະເທດຊາດ.

ຄຳປາໄສປະຈຳສັບປະດາ ຂອງປະທານາທິບໍດີບາຣັກໂອບາມາ

ຄຳປາໄສປະຈຳສັບປະດາ ຂອງພັກຣີພັບບລີກັນ

XS
SM
MD
LG