ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີ ສະຫະລັດ ທ່ານ Obama ​ປະຕິ​ເສດ​ໂຄ​ງການວາງ​ທໍ່​ນໍ້າມັນ Keystone XL ທີ່ເປັນບັນຫາໂຕ້ແຍ້ງກັນ. ​


ປະທານາທິບໍດີ Barack Obama ປະກາດການປະຕິເສດ ລົບລ້າງ ການວາງທໍ່ນໍ້າມັນ Keystone XL.
ປະທານາທິບໍດີ Barack Obama ປະກາດການປະຕິເສດ ລົບລ້າງ ການວາງທໍ່ນໍ້າມັນ Keystone XL.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ປະຕິ
​ເສດ​ຕໍ່​ການ​ຄັດ​ແຍ້ງ ​ໂຄ​ງການວາງ​ທໍ່​ນໍ້າມັນ Keystone XL
​ແຜນການ​ທີ່​ຈະ​ສ້າງ​ການວາງ​ທໍ່ນໍ້າມັນ​ເກືອບ 1,900 ກິ​ໂລ
​ແມດ ​ເພື່ອ​ນຳ​ເອົາ​ນໍ້າມັນ​ດິບ​ກາ​ນາ​ດາ ມາສູ່​ປາກ​ອ່າວ​ຂອງ
ສະຫະລັດ.

ຢູ່​ທີ່​ທຳນຽບຂາວ​ໃນ​ວັນ​ສຸກ​ວານ​ນີ້ ປະທານາທິບໍດີ Obama
ກ່າວ​ວ່າ ທ່ານ​ເຫັນ​ດີ​ກັບ​ຜົນ​ທົບ​ທວນຂອງ ກະຊວງ​ຕ່າງປ​ະ​
ເທດ ທີ່​ໂຄງການ​ດັ່ງກ່າວ “ຈະ​ບໍ່​ຊ່ວຍ​ຜົນ​ປະໂຫຍ​ດແກ່ ປະ​ເທດສະຫະລັດ.”

Obama Rejects Keystone XL Pipepline
please wait

No media source currently available

0:00 0:00:39 0:00

ໂຄງການ​ວາງ​ທໍ່​ນໍ້າມັນ ​ໄດ້​ກາຍ​ມາ​ເປັນຈຸດ​ຂອງ​ການ​ສົນທະນາ ກ່ຽວ​ກັບ​ລາຍການ​ສິ່ງ
​ແວດ​ລ້ອມ​ຂອງ ປະທານ​າທິບໍດີ ​ແລະ​ໄດ້​ກ່າວວ່າ ການ​ຕັດສິນ​ໃຈທີ່​ຈະ​ເອົາ​ບາດກ້າວ​
ໂດຍ​ກົງ ​ເພື່ອ​ຊ່ວຍ​ການ​ປ່ຽນແປງ​ດິນ​ຟ້າ​ອາກາດ. ການ​ປະກາດ​ໄດ້​ເກີດ​ຂື້ນກ່ອນ ກອງ​
ປະຊຸມ​ສຸດ​ຍອດ ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ດິນ​ຟ້າ​ອາກາດ​ ຢູ່​ທີ່​ນະຄອນຫລວງ​ປາຣີ ​ໃນ​
ເດືອນ​ໜ້າ​ນີ້ ບ່ອນ​ທີ່​ທ່ານ Obama ຄາດວ່າ​ຈະ​ກົດ​ດັນ​ປະ​ເທດຕ່າງໆ ​ຮັບ​ເອົາ​ວິ​ກິດ​ການ​
ທີ່​ໜັກ​ແໜ້ນ​ກວ່າ ​ເພື່ອຊ່ວຍ​ໃຫ້​ຄວາ​ມອົບ​ອຸ່ນ​ຂອງ​ໂລກ​ໃຫ້​ຊ່້າລົງ. ​

ທ່ານ Obama ກ່າວ​ວ່າ ກໍ່​ສ້າງວາງ​ທໍ່ນໍ້າ​ມັນ Keyston XL ຈະ​ບໍ່​ເຮັດ​ໃຫ້ມີ​”ຄວາມ​ໝາຍ​ໃນ​ການປະກອບ​ສ່ວນ​ລະຍະ​ຍາ​ວ” ​ແກ່​ເສດຖະກິດ​ອາ​ເມຣໜິກາ ຈະ​ບໍ່​ເຮັດ​ໃຫ້​ລາຄາ​ນໍ້າມັນ​ລົງ​ແກ່​ຜູ້​ບໍລິ​ໂພ​ກ ​ແລະຈະ​ບໍ່​ເຮັດ​ໃຫ້​ເພີ້ມສະຖຽນ​ລະ​ພາບ​ພະລັງງານ​ສະຫະລັດ.

XS
SM
MD
LG