ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ໂອບາມາ ສະຫຼອງ ວັນເອກກະລາດ ສະຫະລັດ (ວີດີໂອ)


ປະທານາທິບໍດີໂອບາມາ ກ່າວຄຳປາໄສ ຕໍ່ປະເທດຊາດ ໃນວັນທີ 4 ກໍລະກົດ
ປະທານາທິບໍດີໂອບາມາ ກ່າວຄຳປາໄສ ຕໍ່ປະເທດຊາດ ໃນວັນທີ 4 ກໍລະກົດ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ສະເຫຼີມ
ສະຫຼອງວັນເອກກະລາດ ຊຶ່ງເປັນວັນພັກແຫ່ງຊາດທີ່ເປັນຂີດ
ໝາຍວັນເກີດຂອງສະຫະລັດອາເມຣິກາຄົບຮອບ 238 ປີ ໃນ
ມື້ວັນສຸກວານນີ້.

ໃນຄຳປາໄສປະຈຳສັບປະດາຂອງທ່ານຕໍ່ປະເທດຊາດ ທີ່ນຳ
ອອກເຜີຍແຜ່ ໃນຕອນເຊົ້າຂອງມື້ວານນີ້ ປະທານາທິບໍດີໂອ
ບາມາໄດ້ກ່າວເຖິງປະຫວັດສາດ ຄວາມເປັນມາຂອງປະເທດ
ຢ້ອນຄືນໄປເຖິງ ບັນດາສະມາຊິກ ຜູ້ກໍ່ຕັ້ງ ປະເທດຊາດທີ່ປະ
ກອບດ້ວຍ ພວກພໍ່ໄຮ່ຊາວສວນແລະນັກທຸລະກິດ ພວກທ່ານ
ໝໍແລະທະນາຍຄວາມ ພວກພະສອນສາສະໜາແລະນັກວິທະຍາສາດທີ່ຫຼິ້ນວ່າວ ຄືທ່ານ Benjamin Franklin ທີ່ໃຫ້ການອະນຸມັດ ຕໍ່ຄຳປະກາດເອກກະລາດໃນວັນທີ 4 ກໍລະກົດ
ປີ 1776.

ປະທານາທິບໍດີເວົ້າວ່າ ນັບແຕ່ນັ້ນຈົນເຖິງເວລານີ້ ພວກຜູ້ນຳຂອງປະເທດ ແມ່ນມາຈາກພື້ນ ຖານທີ່ແຕກຕ່າງກັນ ແຕ່ພວກທ່ານກໍມີຄວາມເຊື່ອແບບດຽວກັນ ໃນຄວາມຈິງທີ່ງ່າຍໆ ທີ່ວ່າ ພວກເຮົາທຸກຄົນໄດ້ຖືກສ້າງມາໂດຍເທົ່າທຽມກັນ.

ທ່ານໂອບາມາໄດ້ກ່າວຢ້ຳເຖິງຄຳປະກາດເອກກະລາດທີ່ເວົ້າວ່າ ທຸກໆຄົນມີສິດທິ ທີ່ບໍ່ສາມາດ ໂອນໃຫ້ກັນໄດ້ ຮວມທັງຊີວິດ ອິດສະຫຼະພາບ ແລະການຊອກສະແຫວງຫາຄວາມສຸກ.

ປະທານາທິບໍດີເວົ້າວ່າ ຫລັກການເຫລົ່ານັ້ນ ໄດ້ຊ່ອຍເຮັດໃຫ້ສະຫະລັດ ສາມາດຜ່ານຜ່າສົງ ຄາມ ແລະສະພາບເສດຖະກິດຕົກຕ່ຳ ຕະຫລອດທັງສັນຕິພາບແລະ ຄວາມອຸດົມຮັ່ງມີມາໄດ້.

ທ່ານເວົ້າວ່າ ຄວາມຄິດກ່ຽວກັບຄຳວ່າອິດສະຫຼະພາບແລະຄວາມສະເໝີພາບ ໄດ້ຊ່ອຍໃຫ້ ພວກເຮົາ ກໍ່ສ້າງປະຊາທິປະໄຕ ທີ່ເຂັ້ມແຂງສຸດ ຊົນຊັ້ນກາງທີ່ໃຫຍ່ ທີ່ສຸດ ແລະກອງທັບທີ່ມີ ກຳລັງແຂງແຮງທີ່ສຸດໃນໂລກ ເທົ່າທີ່ເຄີຍພົບເຫັນມາ.

ທ່ານໂອບາມາໄດ້ກ່າວເພີ້ມຕື່ມດ້ວຍຄວາມຮັກຊາດວ່າ ແລະໃນທຸກມື້ນີ້ ບໍ່ມີປະເທດໃດ ໃນ ໂລກ ທີ່ບໍ່ຢາກແລກບ່ອນ ດ້ວຍຄວາມເພິງພໍໃຈ ກັບສະຫະລັດອາເມຣິກາ.

US INDEPENDENCE VO
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG