ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ສະຫະລັດ ພົບປະກັບ ປ. ຣັດ​ເຊຍ ຢູ່ຂ້າ​ງນອກ ກອງ​ປະຊຸມ ​ເອເພັກ


(ແຕ່ຊ້າ​ຍຫາ​ຂວາ) ທ່ານ Obama, ທ່ານ Putin ​ແລະ​ທ່ານ Xi Jinping ​ໃນ​ກອງ​ປະຊຸມ APEC 11 ພະຈິກ 2014.
(ແຕ່ຊ້າ​ຍຫາ​ຂວາ) ທ່ານ Obama, ທ່ານ Putin ​ແລະ​ທ່ານ Xi Jinping ​ໃນ​ກອງ​ປະຊຸມ APEC 11 ພະຈິກ 2014.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ແລະ ປະທານາ
ທິບໍດີຣັດ​ເຊຍ ທ່ານVladimir Putin ​ໄດ້​ພົບ​ປະກັນ​ເປັນເວລາ
ສັ້ນໆ ​ຢູ່ຂ້າ​ງນອກກອງ​ປະຊຸມ​ໃນ​ປັກ​ກິ່ງ ຊຶ່ງ​ໄດ້ໂອ້ລົມກັນກ່ຽວກັບ
ບັນຫາ​ສຳຄັນ​ຂອງ​ໂລກຈຳນວນນຶ່ງ ​ທີ່​ທາງ​ລັດຖະບານ​ຂອງ
​ທັງ​ສອງຝ່າຍ​ບໍ່​ລົງຮອຍກັນ​ນັ້ນ.

ທ່ານ​ ໂອ​ບາ​ມາ ​ແລະ ທ່ານ Putin ທີ່ມີ​ປະທານ​ປະ​ເທດ​ຈີນ ທ່ານ
Xi Jinping ຢູ່ທາງ ຂ້າງນັ້ນ ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ
ກ່ຽວກັບເລື່ອງ​ຫ້ອງ ​ໃນ​ຂະນະ​ທີ່ບັນດາຜູ້ນຳ ພາກັນຍ່າງ​ ໄປ​ຍັງ
ຫ້ອງປະຊຸມສຸດ​ຍອດ​ເອ​ເຊຍ-​ປາ​ຊິກ​ຟິກຫຼືເອເພັກ ໃນວັນ​ອັງຄານ
ມື້​ນີ້.

​ແຕ່​ຢູ່ຫ່າງໄກຈາກບ່ອນເຈລະຈາກັນນັ້ນ ທຳນຽບຂາວ​ໄດ້​ກ່າວ​ວ່າ ບັນດາ​ຜູ້ນຳ​ສະ​ຫະລັດ​ແລະຣັດ​ເຊຍ ​ໄດ້​ພົບ​ປະກັນ 3 ຄັ້ງ ໃນມື້ນີ້ ເປັນ​ເວລາ​ຮວມກັນ ທັງ​ໝົດ​ ປະ​ມານ ​15 ຫາ 20 ນາ​ທີ.

​ໂຄສົກ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດສະຫະລັດ ທ່ານນາງ Bernadette Meehan ​ ​ກ່າວ​ວ່າ ຫົວ​ຂໍ້​ໃນການສົນທະ​ນາ​ກັນ​ນັ້ນ ​ແມ່ນ​ຮ່ວມ​ທັງ​ເລື້ອງ​ອີຣ່ານ ຊີ​ເຣຍ ​ແລະ​ຢູ​ເຄຣນ ​ແຕ່ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ເພີ້​ມຕື່ມ​ແຕ່​ຢ່າງ​ໃດ.

​ສະ​ຫະລັດ​ແລະຣັດ​ເຊຍ ​ແມ່ນ​ສ່ວນນຶ່ງໃນການດຳເນີນ​ຄວາມ​ພະຍາຍາມຮ່ວມ​ກັນຂອງ​ສະ ມາຊິກ​ຖາວອນປະຈຳ​ສະພາຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ ​ແລະ​ເຢຍຣະມັນ ທີ່ພະຍາຍາມ​ເຈລະຈາ ໃຫ້ບັນລຸຂໍ້​ຕົກລົງ​ກັບ​ອີຣ່ານ ​ເພື່ອຄ້ຳປະກັນວ່າ ໂຄງການ​ນິວ​ເຄລຍ ​ຂອງອີຣ່ານ ແມ່ນມີຈຸດປະສົງໃນ​ທາງ​ສັນຕິ​ເທົ່ານັ້ນ.

US RUSSIA VO
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG