ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ແລະທ່ານພູຕິນ ຫາລືກັນ ເລື້ອງການກໍ່ການຮ້າຍ


ທ່ານ Vladimir Putin ແລະທ່ານ ບາຣັກ ໂອບາມາ
ທ່ານ Vladimir Putin ແລະທ່ານ ບາຣັກ ໂອບາມາ
ຣັດ​ເຊຍ​ແລະ​ສະຫະລັດ​ໄດ້​ຮັບປາກ​ກັນ​ວ່າ​ຈະ​ປະຕິ​ບັດ​ງານ​ຮ່ວມ​ກັນ​ຢ່າງ​ໃກ້ຊິດຫຼາຍ ຂຶ້ນ ​ໃນ​ດ້ານຄວາມ​ພະຍາຍ​າມປາບ​ປາມ​ການ​ກໍ່​ການ​ຮ້າຍລຸນຫຼັງ​ເຫດການວາງລະ​ເບີດ​ ທີ່ງານ​ແຂ່ງຂັນ​ແລ່ນ​ທົນ​ມາ​ຣາທອນ​ ທີ່​ບອສຕັນ ລັດ​ Massachusetts ​ໃນ​ສະຫະລັດ ນັ້ນ.

ທໍານຽບຂາວ ​ແລະ​ວັງ Kremlin ​ໄດ້​ອອກ​ຖະ​ແຫຼງການ ຄົນ​ລະສະບັບ ເວົ້າວ່າ ຜູ້​ນໍາ​ທັງ​ສອງ​ປະ​ເທດ​ໄດ້ລົມ​ກັນ​ທາງ​ໂທລະ
ສັບ​ເມື່ອ​ວັນເສົາ​ວານ​ນີ້ ລຸນຫຼັງການ​ຈັບ​ຕົວຜູ້​ຕ້ອງ​ສົງ​ໄສ​ຄົນທີ​ສອງ​ໃນ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ ທ້າວ Dzhokhar Tsamaev ​ທີ່​ເປັນຊົນ​ເຜົ່າ Chechen ນັ້ນໄດ້ ​ເມື່ອ​ຕອນ​ແລງວັນສຸກ.

ວັງ ​ເເຄຣມລິນ ​ເວົ້າ​ວ່າ ທ່ານ ​ວຣາດິ​ເມຍ ພູ​ຕິນ ປະທານາທິບໍດີຣັດ​ເຊຍ ​ໄດ້​ສະ​ແດງ​ຄວາມ​ເສົ້າໂສກ​ເສຍ​ໃຈ​ຂອງ​ທ່ານ​ຊໍ້າ​ອີກ ຕໍ່​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ກ່ຽວ​ກັບ​ການ​ສູນ​ເສຍ​ຊີວິດ ໃນ​ເຫດວາງ​ລະ​ເບີດເມື່ອ​ວັນ​ຈັນ​ຜ່ານ​ມາ. ວັງ​ເ​ເຄຣມລິນເວົ້າ​ອີກ​ວ່າ ນອກ​ນີ້​ແລ້ວ ທ່ານ ພູ​ຕິນ ຍັງຢາກ​ຈະປຶກສາ​ຫາລື​ກັນ​ຊອກ​ຫາ​ຊ່ອງ​ທາງ ທີ່​ທັງ​ສອງ​ປະ​ເທດ​ສາມາດ​ປະຕິບັດ​ງານ​ຮ່ວມ​ກັນ​ໄດ້​ຢ່າງ​ໃກ້ຊິດ​ກັນຫຼາຍຂຶ້ນ ​ໃນ​ເລື້ອງ​ຄວາມ​ໝັ້ນຄົງ.

ທໍານຽບຂາວ​ເວົ້າ​ວ່າ ທ່ານ​ໂອ​ບາ​ມາ ​ໄດ້​ຊົມ​ເຊີຍ ການ​ຮ່ວມ​ມື​ທີ່​ໃກ້ຊິດ​ ທີ່ສະຫະລັດ​ໄດ້​ຮັບ​ຈາກຣັດ​ເຊຍ​ກ່ ຽວກັບການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ​ໂຮມ​ທັງລຸນ​ຫລັງເຫດການ​ໂຈມ​ຕີ​ທີ່​ເມືອງ​ບອສຕັນນັ້ນ​ນໍາ.
XS
SM
MD
LG