ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ.ໂອບາມາ ຊຸກຍູ້ ໃຫ້ສ້າງ ວຽກການ ເພີ້ມຕື່ມ ສຳລັບ ຊາວອາເມຣິກັນ (ວີດີໂອ)


ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ທ່ານ
ພວມກະກຽມທີ່ຈະດຳເນີນການ ເວລາໃດທີ່ລັດຖະສະພາຫາກບໍ່
ສ້າງວຽກເຮັດງານທຳ ແລະສ້າງໂອກາດໃຫ້ແກ່ຊາວອາເມຣິກັນ.

ໃນຄຳປາໄສ ປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ ປະທາ
ນາທິບໍດີໂອບາມາໄດ້ກ່າວເຖິງ 3 ຈຸດທີ່ທ່ານເວົ້າວ່າລັດຖະບານ
ຂອງທ່ານພວມດຳເນີນການຢູ່ໃນເວລານີ້ເພື່ອສ້າງວຽກເຮັດງານ
ທຳເພີ້ມຂຶ້ນ.

ປະທານາທິບໍດີໂອບາມາ ເວົ້າວ່າ ທ່ານພວມດຳເນີນການ ເພື່ອ
ຊ່ອຍໃຫ້ທຸລະກິດ ໃນຈຳນວນເພີ້ມຂຶ້ນ ນຳເອົາວຽກການ ຈາກ
ຕ່າງປະເທດ ມາໃຫ້ຊາວອາເມຣິກັນໄດ້ເຮັດ. ສອງມາ ທ່ານໂອບາມາເວົາວ່າ ທ່ານຈະຂະ ຫຍາຍການທ່ອງທ່ຽວ ໂດຍເຮັດໃຫ້ເປັນການງ່າຍຂຶ້ນ ສຳລັບພວກນັກທ່ອງທ່ຽວ ຕ່າງປະ ເທດເດີນທາງມາຢ້ຽມຢາມ ແລະໃຊ້ຈ່າຍເງິນ ຢູ່ຕາມແຫຼ່ງທ່ອງທ່ຽວຕ່າງໆ ແລະສວນອຸດ ທະຍານແຫ່ງຊາດ ຂອງສະຫະລັດ. ຈຸດສຸດທ້າຍ ປະທານາທິບໍດີໂອບາມາ ກ່າວວ່າ ທ່ານ ຈະຊຸກຍູ້ໃຫ້ປັບປຸງໂຄງລ່າງພື້ນຖານ ຂອງປະເທດຊາດ.
ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້







.

ໃນຄຳປາໄສຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາສູງ John McCain ທີ່ເຄີຍລົງສະໝັກ ເອົາຕຳແໜ່ງປະທານາທິບໍດີແຂ່ງກັບທ່ານໂອບາມາໃນປີ 2008 ກ່າວວ່າ ການຊັກຊ້າໃນການ ໃຫ້ການປິ່ນປົວຢູ່ຕາມໂຮງໝໍນັກລົບເກົ່າແຫ່ງຕ່າງໆໃນທົ່ວປະເທດນັ້ນແມ່ນການຂາດສາມັນ ສຳນຶກ ແລະກະຊວງກິດຈະການນັກລົບເກົ່າ ຈຳເປັນຕ້ອງໄດ້ຮັບການປັບປຸງໃໝ່ ທັງໝົດ.
Republican Weekly Address, May 17, 2014
please wait

No media source currently available

0:00 0:06:16 0:00
XS
SM
MD
LG