ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ຂໍໃຫ້ ສະພາຕໍ່າ ຮັບຜ່ານ ກ.ມ. ຄົນເຂົ້າເມືອງ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້ ມີການຮັບຮອງເອົາ ຮ່າງກົດໝາຍວ່າດ້ວຍຄົນເຂົ້າເມືອງ ທີ່ໄດ້
ຮັບການໜຸນຫຼັງຈາກສະພາສູງສະຫະລັດຊຶ່ງຈະເສີມຂະຫຍາຍ
ຄວາມເຂັ້ມແຂງ ໃຫ້ແກ່ການຮັກສາຄວາມປອດໄພ ຢູ່ຕາມບໍລິ
ເວນຊາຍແດນ ແລະສະເໜີໃຫ້ເສັ້ນທາງ ໄປສູ່ ການໄດ້ຮັບສັນ
ຊາດສຳລັບພວກທີ່ເຂົ້າມາຢູ່ໃນສະຫະລັດ ແບບຜິດກົດໝາຍ
ໃນເວລານີ້.

ທ່ານໂອບາມາ ກ່າວໃນຄຳປາໄສປະຈຳສັບປະດາໃນວັນເສົາ
ມື້ນີ້ວ່າ ຮ່າງກົດໝາຍ ທີ່ໄດ້ມີການຮັບຮອງເອົາໂດຍສະພາສູງ
ທີ່ພັກເດໂມແຄຣັດກຳສຽງສ່ວນຫຼາຍນັ້ນຈະອຳນວຍໃຫ້ມີການ
ກະຕຸກຊຸກຍູ້ຢ່າງໃຫຍ່ ຕໍ່ເສດຖະກິດ ຂອງປະເທດ. ທ່ານເວົ້າວ່າ ການປະຕິຮູບ ດ້ານຄົນ
ເຂົ້າເມືອງ ຈະເຮັດໃຫ້ເປັນການງ່າຍຂຶ້ນ ສຳລັບພວກຄົນເຂົ້າເມືອງທີ່ມີຄວາມສາມາດສູງ ແລະພວກທີ່ກຳລັງສຶກສາຢູ່ຕາມວິທະຍາໄລແລະມະຫາວິທະຍາໄລຕ່າງໆຂອງສະຫະລັດ ເລີ້ມເຮັດທຸລະກິດ ແລະສ້າງວຽກເຮັດງານທຳ ທີ່ມີສູນກາງຢູ່ສະຫະລັດ.

ທ່ານຮຽກຮ້ອງໃຫ້ຊາວອາເມຣິກັນ ທີ່ເຫັນພ້ອມກັບທ່ານ ຜັກດັນໃຫ້ສະມາຊິກລັດຖະສະ
ພາຂອງພວກເຂົາເຈົ້າຢູ່ໃນສະພາຕໍ່າ ທີ່ພັກຣີພັບບລີກັນກຳສຽງສ່ວນຫລາຍນັ້ນ ໃຫ້ຮັບ
ຜ່ານຮ່າງກົດໝາຍດັ່ງກ່າວ ເພື່ອວ່າປະທານາທິບໍດີຈະໄດ້ລົງນາມ ໃຫ້ມີຜົນບັງຄັບໃຊ້.

ໃນຄຳປາໄສປະຈຳສັບປະດາຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາສູງ Mike Enzi ໄດ້ເວົ້າເຖິງ ການຮັກສາສຸຂະພາບ ໂດຍຮຽກຮ້ອງໃຫ້ເລື່ອນ ເວລາກ່ຽວກັບການປະຕິຮູບ
ການຮັກສາສຸຂະພາບທັງໝົດ ທີ່ມີຊື່ຫຼິ້ນວ່າ Obamacare ທີ່ທ່ານເວົ້າວ່າ ຈະພັງທະລາຍ
ລົງ ຍ້ອນນໍ້າໜັກຂອງມັນເອງນັ້ນ.

ທ່ານເວົ້າວ່າ ປະຊາຊົນພວມສູນເສຍການໄດ້ຮັບປະກັນໄພສຸຂະພາບໂດຍຜ່ານທາງນາຍ ຈ້າງ ໃນຂະນະທີ່ຄ່າປິ່ນປົວພະຍາບານ ພວມຖີບໂຕສູງຂຶ້ນຢ່າງໄວວາ. ທ່ານກ່າວວ່າ ມັນ ເຖິງເວລາແລ້ວ ທີ່ຈະຕ້ອງຍອມຮັບຕໍ່ອັນທີ່ທ່ານເອີ້ນວ່າ ການທົດລອງແຕ່ພຽງພັກດຽວໃນ ການຮັກສາສຸຂະພາບທີ່ບໍລິຫານງານໂດຍລັດຖະບານທີ່ກຳລັງປະສົບກັບຄວາມລົ້ມແຫຼວ.

XS
SM
MD
LG