ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໂອ​ບາ​ມາ ສືບ​ຕໍ່​ ຮ້ອງຂໍເອົາ​ ການສະໜັບສະໜຸນ ຈາກລັດຖະສະພາ​ ເລື່ອງຊີເຣຍ (ສະໄລດ໌/ວີດິໂອ)


US Unveils Intelligence on Syrian Chemical Attacks
please wait

No media source currently available

0:00 0:03:04 0:00
ລິງໂດຍກົງ

ວີດີໂອກ່ຽວກັບການເອົາບາດກ້າວໃນຊີເຣຍ

ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ກໍາລັງ​ສືບ
​ຕໍ່​ການ​ຊຸກຍູ້​ຂອງ​ທ່ານ ​ເພື່ອ​ໃຫ້​ໄດ້​ຮັບ​ການ​ສະໜັບສະໜຸນ​
ຈາກ​ລັດຖະສະພາ ກ່ຽວ​ກັບ​ການ​ເອົາ​ບາດກ້າວ​ທາງ​ທະຫານ
ຢູ່​ໃນຊີ​ເຣຍນັ້ນ ​ໃນ​ຂະນະ​ທີ່​ສະມາ​ຊິກສະພາ​ບາງ​ຄົນສະ​ແດງ​
ຄວາມ​ບໍ່​ແນ່​ໃຈ​ກ່ຽວ​ກັບ​ແຜນ ການ​ຂອງ​ທ່ານ ​ແລະຣັດ​ເຊຍ
​ສະ​ແດງ​ຄວາມ​ສົງໄສ​ກ່ຽວ​ກັບ​ຫລັກ​ຖານ​ຢູ່ເບື້ອງ​ຫລັງ​ແຜນ
ການ​ນັ້ນ.

ທ່ານ Obama ​ຈັດ​ໃຫ້ມີ​ການ​ພົບ​ປະກັນ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ທີ່​
ທໍາ​ນຽບ​ຂາວ ​ກັບສະມາຊິ​ກະ​ສະພາ​ສູງ​ຄົນ​ສໍາຄັນ ທ່ານJohn
McCain ຜູ້​ທີ່​ໄດ້​ຮຽກຮ້ອງ​ມາ​ດົນ​ແລ້ວ ​ໃຫ້​ປະທານາທິບໍດີ
​ເອົາ​ບາດກ້າວ​ທີ່​ໜັກ​ແໜ້ນຕໍ່​ຊີ​ເຣຍ. ທ່ານ McCain ​ໄດ້​ກ່າວໃນ​ວັນ​ອາທິດວານ​ນີ້ວ່າ ສະຫະລັດ​ຄວນ​ຈະ​ດໍາ​ເນີນ​ການ​ໄປ​ໄກກ່ວາ​ ການ​ໂຈມ​ຕີທາງ​ອາກາດ​ແບບຈໍາກັດ ​ໂດ​ຍ
ຮວມ​ເອົາ​ທັງ​ການຂູ່ທີ່​ຈະ​ໂຄ່ນ​ລົ້ມ ປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad ລົງ​
ຈາກ​ອໍານາດ ນໍາ.

ສະມາຊິ​ກະ​ສະພາ​ສູງບາງ​ທ່ານນັ້ນ​ໄດ້​ມີ​ຄວາມ​ເຫັນກົງກັນຂ້າມ ແລະຕັ້ງຄໍາຖາມວ່າ​
ຄວນ​ຈະ​ເອົາທະຫານ ເຂົ້າໄປພົວພັນນໍາ​ຫລື​ບໍ່?


ພວກເຈົ້າໜ້າທີ່ສະຫະລັດ ໄດ້ລາຍ​ງານ​ຫຍໍ້​ຕໍ່ບັນດາສະມາຊິ​ກະ​ສະພາ ໃນວັນອາທິດ
ວານນີ້ ກ່ຽວ​ກັບຂໍ້ມູນສືບລັບຂອງລັດຖະບານ ທີ່ສະແດງໃຫ້ເຫັນກອງທະຫານຊີເຣຍ
ເອົາ​ແກ໊ສພິດ​ໄປ​ຖິ້ມໃສ່ພົນລະ​ເຮືອນ ຢູ່ຂ້າງນອກກຸງດາມັສກັສ ໃນເດືອນແລ້ວນີ້ ທີ່ໄດ້
ສັງຫານຫຼາຍກວ່າ 1 ພັນຄົນ ນັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ໄດ້ກ່າວໃນວັນຈັນມື້ນີ້ວ່າ
ຫຼັກຖານທີ່ທາງສະຫະລັດໄດ້ສະເໜີນັ້ນ ແມ່ນບໍ່​ເປັນ​ທີ່​ໜ້າເຊື່ອ​ໝັ້ນ​ພໍ ​ໂດຍ​ບໍ່​ມີ​ຈຸດ​ພິກັດ
ທາງພູມິປະເທດ ແລະບໍ່​ມີ​ຊື່​ໃດໆ ທີ່​ພົວພັນ​ກັບການໂຈມຕີດ້ວຍອາວຸດ ເຄມີນັ້ນ.

US Lawmakers Divided on Syria Despite Administration's Case for Action
please wait

No media source currently available

0:00 0:03:02 0:00
ລິງໂດຍກົງ
XS
SM
MD
LG