ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Barack Obama ​ຢ້ຽມຢາມ Puerto Rico


ມື້ລາງປະທານາທິບໍດີ John F. Kennedy ແລະປະທານາທິບໍດີ​ Barack Obama ເປັນສອງຜູ້ນໍາສະຫະລັດ ທີ່ໄດ້ຟປຢ້ຽມຢາມຢ້ຽມຍາມ Puerto Rico.
ມື້ລາງປະທານາທິບໍດີ John F. Kennedy ແລະປະທານາທິບໍດີ​ Barack Obama ເປັນສອງຜູ້ນໍາສະຫະລັດ ທີ່ໄດ້ຟປຢ້ຽມຢາມຢ້ຽມຍາມ Puerto Rico.

ປະທານາທິບໍດີສະຫະລັດ ​ທ່ານ Barack Obama ​ເດີນທາງ​ໄປຍັງ Puerto Rico
ໃນ​ວັນ​ອັງຄານ​ມື້ນີ້ ຊຶ່ງ​ຈະ​ເປັນ​ປະທານາທິບໍດີສະຫະລັດ ຜູ້​ທໍາ​ອິດໃນ​ຮອບ 50 ປີ
ທີ່​ໄດ້​ໄປ​ຢ້ຽມຢາມດິນ​ແດນ​ທີ່ຢູ່​ໃນ​ຄວາມ​ຄຸ້ມຄອງດູ​ແລຂອງ​ສະຫະລັດ.

ເປັນທີ່ຄາດກັນວ່າ ປະທານາທິບໍດີໂອບາມາຈະ​ເວົ້າເຖິງເງິນກະຕຸກຊຸກ ຍູ້ເສດຖະກິດໃນ
ມູນຄ່າ​ 7 ພັນ​ລ້ານໂດ​ລາທີ່ສະຫະລັດໄດ້ຊ່ອຍ Puerto Rico ເວລາທ່ານ​ປຶ​ກສາກັບ​
ທ່ານ​ຜູ້ປົກຄອງເກາະດັ່ງກ່າວ ຄື​ທ່ານ Luis Fortuno. ທ່ານ Fortuno ກ່າວ​ວ່າ ເງິນ
ກະຕຸກຊຸກຍູ້​ເສດຖະກິດດັ່ງກ່າວ​ໄດ້ເຮັດ​ໃຫ້​ມີການວ່າຈ້າງຄົນງານເພີ່ມ​ຂຶ້ນ​ ​ເຖິງ​ແມ່ນ​ວ່າ​
ມັນ​ໄດ້ໃຊ້​ເວລາ​ດົນ​ນານກ່ອນທີ່ຈະເຫັນຜົນກໍຕາມ. Puerto Rico ມີ​ອັດຕາຄົນ​ຫວ່າງ​
ງານສູງ​ເຖິງ 16%.

ທ່ານ Obama ​ແມ່ນ​ປະທານາທິບໍດີ​ສະຫະລັດຜູ້ທີ 5 ​ທີ່​ໄດ້​ຢ້ຽມ​ຍາມ​ເກາະ​ດັ່ງກ່າວແລະ​
ເປັນ​ຜູ້​ທໍາ​ອິດ​ຫຼັງ​ຈາກມື້ລາງປະທານາທິບໍດີ John F. Kennedy ໄດ້ເດີນທາງໄປຢ້ຽມ
ໃນປີ 1961 ພຸ້ນ.

ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ໄດ້​ມີ​ຄວາມ​ໝາຍ​ທາງ​ການ​ເມືອງ​ຫຼາຍ​ເປັນ​ພິ​ເສດເພາະວ່​າ
ຊາວ Puerto Rico​ ແມ່ນກຸ່ມຊາວອະ​ເມຣິກາ​ລາ​ຕິນທີ່​ໃຫຍ່ ເປັນອັນດັບ​ 2 ຮອງຈາກ
ຊາວ Mexico ​ແລ້ວແລະ​ຊາວອະ​ເມຣິກາ​ລາ​ຕິນ​ແມ່ນ​ກຸ່ມປ່ອນບັດທີ່ພວມມີອິດທິພົນ
ເພີ່ມຂຶ້ນ.

XS
SM
MD
LG