ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ໂອບາມາ ກ່າວວ່າ ຄວນປົກປ້ອງ ໂລກຂອງເຮົາ ເພື່ອ ຄົນຮຸ້ນຕໍ່ໄປ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້
ຊາວອາເມຣິກັນ ດຳເນີນການຫຼາຍຂຶ້ນ ເທົ່າທີ່ເປັນໄປໄດ້ ເພື່ອ
ປົກປັກຮັກສາ “ຊັບສົມບັດທຳມະຊາດ” ຂອງປະເທດ.

ໃນຄຳປາໄສປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ ປະທາ
ນາທິບໍດີໂອບາມາ ກ່າວວ່າ ສະຫະລັດ ເປັນ “ທີ່ຕັ້ງຂອງພູມປະ
ເທດທີ່ສວຍສົດງົດງາມທີ່ສຸດໃນໂລກ ທີ່ພະເຈົ້າໄດ້ປະທານໃຫ້ ນັບແຕ່ສວນອຸດທະຍານແຫ່ງຊາດ Grand Titons ຕະຫລອດ
ຈົນ Grand Canyon ນັບແຕ່ປ່າໄມ້ທີ່ຂຽວງາມຫາທະເລຊາຍ
ທີ່ກວ້າງໃຫຍ່ໄພສານ ຈົນຮອດແມ່ນ້ຳລຳທານທີ່ເຕັມໄປດ້ວຍປູ
ປານາໆຊະນິດ.”

ເບິ່ງຄຳປາໄສ ຂອງ ປະທານາທິບໍດີ ບາຣັກ ໂອບາມາ

​ປະທານາທິບໍດີກ່າວວ່າ “ມັນແມ່ນຄວາມຮັບຜິດຊອບຂອງພວກເຮົາ ທີ່ຈະຕ້ອງປົກປັກຮັກ
ສາຊັບສົມບັດເຫຼົ່ານີ້ ໄວ້ໃຫ້ຜູ້ຄົນ ຮຸ້ນຕໍ່ໄປ ດັ່ງທີ່ພວກຜູ້ຄົນຮຸ້ນກ່ອນໆ ໄດ້ພາກັນປົກປ້ອງ ຄຸ້ມຄອງຊັບສົມບັດດັ່ງກ່າວ ໄວ້ໃຫ້ພວກເຮົາ.”

ປະທານາທິບໍດີໂອບາມາ ກ່າວວ່າ ທ່ານໄດ້ຈັດເອົາດິນຫລວງແລະແມ່ນ້ຳຕ່າງໆໃນພື້ນທີ່ ກວ້າງກວ່າ 1 ລ້ານກິໂລແມັດມົນທົນ ໄວ້ໃຫ້ຜູ້ຄົນໃນຮຸ້ນປັດຈຸບັນ ແລະອະນາຄົດໄດ້ຊົມ
ໃຊ້ ໂດຍໄດ້ປົກປັກຮັກສາທີ່ດິນ ຫຼາຍກວ່າປະທານາທິບໍດີ ຄົນໃດໆທັງໝົດ.

ໃນຄວາມພະຍາຍາມຂອງທ່ານເພື່ອຈະເນັ້ນຢ້ຳໃຫ້ເຫັນເຖິງການປ່ຽນແປງຂອງດິນຟ້າອາ ກາດນັ້ນ ປະທານາທິບໍດີໂອບາມາ ແມ່ນປະທານາທິບໍດີ ທີ່ຍັງຢູ່ໃນຕຳແໜ່ງຄົນທຳອິດ ທີ່
ໄດ້ໄປຢ້ຽມຢາມປະຊາຄົມ ໃນເຂດຂົ້ວໂລກເໜືອ ຂອງສະຫະລັດ. ພວກນັກວິທະຍາສາດ ແລະນັກເຄື່ອນໄຫວ ເຕືອນວ່າ ອຸນຫະພູມໃນເຂດຂົ້ວໂລກເໜືອ ກຳລັງສູງຂຶ້ນ ໃນລະດັບ ສອງເທົ່າ ຂອງອັດຕາສະເລ່ຍຢູ່ໃນທົ່ວໂລກ. ເຂົາເຈົ້າກ່າວວ່າ ການສູນເສຍຫິມະແລະນ້ຳ ກ້ອນໃນເຂດຂົ້ວໂລກເໜືອພວມເລັ່ງລັດໃຫ້ໂລກຂອງເຮົາ ຮ້ອນເອົ້າຕື່ມຂຶ້ນ.

XS
SM
MD
LG