ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ອອກ​ຄຳ​ສັ່ງ ​ໃຫ້ເພີ້​ມ ກຳລັງ​ພິ​ເສດ ສະຫະລັດ​ ໃນຊີເຣຍ


ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ ໃນງານສະແດງສິນຄ້າ ອຸດສາຫະກຳ ທີ່ເມືອງ Hannover Messe ທີ່ໃຫຍ່ສຸດໃນໂລກ ທາງພາກເໜືອ ຂອງປະເທດ ເຢຍຣະມັນ.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ ໃນງານສະແດງສິນຄ້າ ອຸດສາຫະກຳ ທີ່ເມືອງ Hannover Messe ທີ່ໃຫຍ່ສຸດໃນໂລກ ທາງພາກເໜືອ ຂອງປະເທດ ເຢຍຣະມັນ.

ປະທານາທິບໍດີ Barack Obama ອອກ​ຄຳ​ສັ່ງ​ໃຫ້ເພີ້​ມຈຳ​ນວນກຳລັງ​ພິ​ເສດ​ທີ່​ພວມ​ ປະຕິ​ບັດ​ງານ​ຢູ່​ໃນ​ຊີ​ເຣຍຂຶ້ນຢ່າງ​ສຳຄັນ ​ແລະ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດໃນຢູ​ໂຣບ ເພີ້ມການ​ປະກອບສ່ວນ​ຂອງ​ເຂົາ​ເຈົ້າ ຕໍ່ແນວ​ໂຮມທີ່​ພວມ​ຕໍ່ສູ້​ກັບ​ກຸ່ມລັດ​ອິສລາມ.

Obama to Deploy More Special Troops to Syria
please wait

No media source currently available

0:00 0:00:41 0:00

ໃນ​ຄຳ​ປາ​ໄສ ​ຢູ່ທີ່​ງານ​ສະ​ແດງ​ສິນ​ຄ້າອຸດສາຫະກຳ ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ເມືອງ Hanno- ver ປະ​ເທດ​ເຢຍຣະມັນ ທ່ານ Obama ກ່າວ​ວ່າ ຈະ​ມີກຳລັງ​ຫຼາຍ​ເຖິງ 250 ຄົນ ໄປ​ຮ່ວມ​ສົມທົບ​ການ​ປະຕິບັດ​ງານຂອງທະຫານ​ສະຫະລັດ ​ປະ ມານ 50 ຄົນ​ຢູ່​ໃນ​ຊີ​ເຣຍ.

ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ນັ່ງຢູ່ກັບ ປະທານາທິບໍດີ ສະຫະລັດທ່ານ Barack Obama ປະທານາທິບໍດີຝຣັງທ່ານ Francois Hollande (ຂວາ) ແລະ ນາຍົກລັດຖະມົນຕີອີຕາລີ ທ່ານ Matteo Renzi.
ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ນັ່ງຢູ່ກັບ ປະທານາທິບໍດີ ສະຫະລັດທ່ານ Barack Obama ປະທານາທິບໍດີຝຣັງທ່ານ Francois Hollande (ຂວາ) ແລະ ນາຍົກລັດຖະມົນຕີອີຕາລີ ທ່ານ Matteo Renzi.

ປະທານາທິບໍດີ Obama ກ່າວ​ວ່າ “ຄວາມ​ຊຳນານ​ຂອງ​ເຂົາ​ເຈົ້າແມ່ນ​ມີ​ຄວາມ​ສຳຄັນ​ທີ່​ ສຸດ​ ​ໃນ​ຂະນະ​ທີ່ກຳລັງ​ທະຫານ​ທ້ອງ​ຖິ່ນ​ໄດ້​ຂັບ​ໄລ່ກຸ່ມ​ລັດ​ອິສລາມ​ຫລື ISIL ອອກ​ຈາກ​ ບັນດາ​ເຂດ​ທີ່​ສຳຄັນ.”

ພວກປະທ້ວງພາກັນໃສ່ໜ້າກາກ ປະທານາທິບໍດີ ສະຫະລັດ ທ່ານ Barack Obama ແລະນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel.
ພວກປະທ້ວງພາກັນໃສ່ໜ້າກາກ ປະທານາທິບໍດີ ສະຫະລັດ ທ່ານ Barack Obama ແລະນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel.

ໃນ​ຕົ້ນ​ເດືອນ​ນີ້ ສະຫະລັດ ​ໄດ້​ປະກາດ​ສົ່ງ​ກຳລັງທະຫານ​ເພີ້ມ​ເຕີມ 200 ຄົນ ​ແລະ​ເຮືອ ບິນ​ເຮ​ລິ​ຄອບ​ເຕີໂຈມ​ຕີ Apache ​ໄປ​ຍັງອີຣັກບ່ອນ​ທີ່​ເຂົາ​ເຈົ້າຈະ​ໃຫ້ ການ​ຊ່ວຍ​ເຫລືອ ​ແກ່​ກຳລັງລັດຖະບານຢູ່​ທີ່​ນັ້ນ ​ຍຶດຄືນເອົາ​ດິນ​ແດນ​ທີ່ກຸ່ມ​ລັດ​ອິສ ລາມ​ຄວບ​ຄຸມ​ຢູ່​.

ປະທານາທິບໍດີ Obama ​ກ່າວ​ວ່າ ການ​ກຳລັງ​ທະຫານ​ສະຫະລັດ​ ໄປ​ເພີ້ມ​ເຕີີມນີ້ຈະ​ບໍ່
“ນຳ​ໄປ​ສູ່ການສູ້​ລົບ​ທາງ​ພາກ​ພື້ນ​ດິນ ​ແຕ່ເຂົາ​ເຈົ້າ​ແມ່ນ​ມີ​ຄວາມ​ຈຳ​ເປັນ ເພື່ອ​ສະໜອງ ການ​ເຝິກ​ແອບ​ອັນ​ສຳຄັນ ​ແລະ​ໃຫ້ການ​ຊ່ວຍ​ເຫລືອແກ່ກຳລັງ​ທ້ອງ​ຖິ່ນ​ທີ່ພວມ​ສືບ​ຕໍ່​ຂັບ ​ໄລ່ກຸ່ມ​ລັດ​ອິສລາມ​ຫລື ISIL ​ໃຫ້​ລ່າ​ຖອຍ​ໄປ​ນັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG