ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໂອບາມາ ຈະສົ່ງ ທະຫານ ຊຸດພິເສດໄປ ຊີເຣຍ ເພີ່ມເຕີມ


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວຄຳປາໄສໃນງານ Hannover Messe, ເຊິ່ງເປັນງານວາງສະແດງສິນຄ້າເທັກໂນໂລຈີ ອຸດສາຫະກຳທີ່ໃຫຍ່ທີ່ສຸດໃນໂລກ, ໃນເມືອງ Hannover, ພາກເໜືອຂອງປະເທດ ເຢຍລະມັນ, 25 ເມສາ, 2016.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວຄຳປາໄສໃນງານ Hannover Messe, ເຊິ່ງເປັນງານວາງສະແດງສິນຄ້າເທັກໂນໂລຈີ ອຸດສາຫະກຳທີ່ໃຫຍ່ທີ່ສຸດໃນໂລກ, ໃນເມືອງ Hannover, ພາກເໜືອຂອງປະເທດ ເຢຍລະມັນ, 25 ເມສາ, 2016.

ປະທານາທິບໍດີ ບາຣັກ ໂອບາມາ ມີແຜນການທີ່ຈະສົ່ງທະຫານອີກ 250 ຄົນເຂົ້າໄປໃນ ຊີເຣຍ ເພື່ອຊ່ວຍເຫຼືອນັບຮົບຝ່າຍຄ້ານ ຕໍ່ສູ້ກັບພວກລັດອິສລາມ, ອິງຕາມບັນດາເຈົ້າ ໜ້າທີ່ ສະຫະລັດ ໃນວັນອາທິດວານນີ້.

ທ່ານ ໂອບາມາ ວາງແຜນວ່າຈະປະກາດຢ່າງເປັນທາງການໃນວັນຈັນມື້ນີ້ໃນເມືອງ Hannover ປະເທດ ເຢຍລະມັນ ເຊິ່ງເປັນບ່ອນຢຸດແວ່ຄັ້ງສຸດທ້າຍໃນການເດີນທາງ ຍາວນານໜຶ່ງສັບປະດາ ບ່ອນທີ່ທ່ານໄດ້ປຶກສາຫາລື ກ່ຽວກັບ ຄວາມໄພຂົ່ມຂູ່ຈາກພວກ ລັດອິສລາມ ກັບບັນດາຜູ້ນຳຈາກປະເທດ ເຢຍລະມັນ, ອັງກິດ ແລະ ຊາອູດີ ອາເຣເບຍ.

ກອງກຳລັງພິເສດຂອງ ສະຫະລັດ ແມ່ນຄາດວ່າຈະລວມມີເຈົ້າໜ້າທີ່ການແພດ ແລະ ເຈົ້າໜ້າທີ່ສືບລັດຖະການລັບ.

ຈຳນວນທະຫານ ສະຫະລັດ ຈະກາຍເປັນທັງໝົດ 300 ຄົນ ທີ່ຖືກສົ່ງເຂົ້າໄປໃນ ຊີເຣຍ.

ກ່ອນໜ້ານີ້, ທ່ານ ໂອບາມາ ໄດ້ກ່າວຕໍ່ໂທລະພາບ BBC ວ່າມັນຕ້ອງມີຄວາມພະຍາ ຍາມໃນການແກ້ໄຂບັນຫາໃນ ຊີເຣຍ ຫຼາຍກວ່າການໃຊ້ທະຫານເທົ່ານັ້ນ.

ແທນທີ່ຈະໄປປະເຊີນໜ້າທາງການທະຫານໂດຍກົງກັບກອງກຳລັງ ຊີເຣຍ, ທ່ານ ໂອບາ ມາ ກ່າວວ່າປະຊາຄົມນາໆຊາດ ຄວນວາງມາດຕະການກົດດັນຕໍ່ ຣັດເຊຍ ແລະ ອີຣ່ານ “ຜູ້ທີ່ເປັນປັດໃຈສຳຄັນ ໃນການຄ້ຳຊູທ່ານ Assad” ໃຫ້ດຳເນີນການຕໍ່ລອງກັບພວກ ກະບົດ ຊີເຣຍ ເພື່ອສ້າງຕັ້ງລັດຖະບານທີ່ມີການປ່ຽນແປງໃໝ່ຂຶ້ນມາ.

ທ່ານ ໂອບາມາ ໄດ້ເອີ້ນສົງຄາມໃນ ຊີເຣຍວ່າ ເປັນ ດັ່ງກັບ “ສະຖາ ນະການທີ່ເສົ້າສະ ຫຼົດໃຈຂອງຄວາມວຸ້ນວາຍອັນໃຫຍ່ຫຼວງ.”

ທ່ານ ກ່າວວ່າ “ກ່ອນພວກເຮົາຈະແກ້ໄຂບັນຫາໄລຍະຍາວໃນປະເທດ ຊີເຣຍ ໄດ້, ການແກ້ໄຂບັນຫາທາງການທະຫານຢ່າງດຽວ ແລະ ແນ່ນອນວ່າ ການທີ່ພວກເຮົາຈະ ສົ່ງທະ ຫານພື້ນດິນເຂົ້າໄປນັ້ນ ແມ່ນຈະບໍ່ນຳເອົາຄວາມສະຫງົບມາເລີຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Obama to Deploy More Special Troops to Syria
please wait

No media source currently available

0:00 0:00:41 0:00
XS
SM
MD
LG