ເມື່ອວັນພຸດວານນີ້ ປະທານາທິບໍດີສະຫະລັດ ທ່ານ ບາຣັກ
ໂອບາມາ ໄດ້ໄປຢ້ຽມຢາມລັດ New Jersey ທີ່ໄດ້ຮັບຄວາມ
ເສຍຫາຍຢ່າງໜັກ ຈາກລົມພາຍຸ Sandy ເມື່ອວັນຈັນຜ່ານມາ
ນີ້ ໂດຍທ່ານໄດ້ບອກຜູ້ປະ ສົບໄພທັງຫຼາຍວ່າ ລັດຖະບານກາງ
ຈະຊ່ວຍໃຫ້ການສະໜັບສະໜຸນພວກເຂົາເຈົ້າຢ່າງເຕັມທີ່.
ທ່ານໂອບາມາ ທີ່ຕິດຕາມດ້ວຍທ່ານ Chris Christie ຜູ້ປົກຄອງລັດ New Jersey ໄດ້ໃຫ້ການຮັບປະກັນຕໍ່ຊາວລັດ New Jersey ຫຼາຍ ລ້ານຄົນທີ່ປະສົບໄພພິບັດຄັ້ງນີ້ ແລະພ້ອມດ້ວຍ ຂົງເຂດນະຄອນນີວຢ໊ອກນັ້ນນໍາ. ທ່ານ ໂອບາມາ ໄດ້ກ່າວສະແດງຄວາມເສົ້າສະຫຼົດໃຈຕໍ່ບັນດາຄອບຄົວທີ່ໄດ້ສູນເສຍຄົນຮັກແພງຂອງພວກເຂົາເຈົ້າໄປ ແລະໃຫ້ ຄໍາໝັ້ນສັນຍາວ່າ “ພວກເຮົາຈະຕິດຕາມກໍາກັບດູແລ ແລະຫາທາງຊ່ວຍເຫຼືອພວກທ່ານທຸກຢ່າງເພື່ອບູລະນະສ້າງສາຄືນໃໝ່ໃຫ້ໄດ້”.
ນອກນີ້ແລ້ວ ປະທານາທິບໍດີໂອບາມາ ຍັງເວົ້າອີກວ່າ ບັນດາບໍລິສັດບໍລິ ການສາທາລະ
ນະທັງຫຼາຍໃນສະຫະລັດ ນັບຕັ້ງແຕ່ລັດແຄລິຟໍເນຍ ກໍຮັບ ປາກວ່າຈະໃຫ້ການຊ່ວຍເຫຼືອຢ່າງເຕັມທີ່. ທ່ານໂອບາມາ ກ່າວຕໍ່ໄປວ່າ ທ່ານໄດ້ມີຄໍາສັ່ງໃຫ້ເຮືອບິນຂົນສົ່ງຂອງກອງທັບ ນໍາສົ່ງອຸບປະກອນ ແລະ ທີມງານຊ່ວຍກູ້ໄພຈາກເຂດອື່ນໆ ໄປຍັງຂົງເຂດທີ່ປະສົບໄພໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້.
ໃນຂະນະດຽວກັນ ໂຮງພະຍາບານກາງ Bellevue ທີ່ນະຄອນນີວຢ໊ອກ ຊຶ່ງໃຊ້ຈັກໄຟຟ້າສຸກເສີນທີ່ບໍ່ລາບລື່ນດີປານໃດນັ້ນ ກໍໄດ້ຍົກຍ້າຍພວກຄົນເຈັບຫຼາຍຮ້ອຍຄົນເມື່ອວັນພຸດວານນີ້. ບໍ່ເທົ່າໃນຊົ່ວໂມງກ່ອນໜ້ານີ້ ໂຮງ ພະຍາບານໃຫຍ່ Langone ຂອງມະຫາວິທະຍາໄລນີວຢ໊ອກ ກໍໄດ້ເລິ່ມ ຍົກຍ້າຍໜີເຊັ່ນກັນ ເວລາເຄຶ່ອງຈັກໄຟຟ້າສໍາຮອງ ກໍໃຊ້ການບໍ່ໄດ້ນັ້ນ.
ເມື່ອວັນພຸດວານນີ້ ໜ່ວຍທະຫານຍາມແຫ່ງຊາດ ທີ່ຕັ້ງຢູ່ໃກ້ນັ້ນ ກໍໄດ້ເລີ່ມ ຍົກຍ້າຍຊາວເມືອງໆ Hoboken ລັດນີວເຈີຊີ ຫຼາຍພັນຄົນ ພວກທີ່ຍັງຕົກຄ້າງຢູ່ໃນບໍລິເວນນໍ້າຖ້ວມທີ່ເປັນພິດ ໃນຕົວເມືອງທີ່ຕັ້ງຢູ່ແຄມແມ່ນໍ້າ Hudson.
ໃນຂະນະທີ່ການເລືອກຕັ້ງທົ່ວປະເທດຍັງເຫຼືອເວລາອີກບໍ່ເທົ່າໃດມື້ນັ້ນ ຄູ່ ແຂ່ງຈາກພັບບລິກັນ ທ່ານ ມິດ ຣອມນີ ກໍອອກໂຄສະນາຫາສຽງຢູ່ລັດຟຼໍຣິດາ ແລະໄດ້ຂໍຮ້ອງໃຫ້ພວກສະໜັບສະໜຸນທ່ານ ຈົ່ງກະທໍາໃນສິ່ງທີ່ພວກເຂົາເຈົ້າພໍເຣັດໄດ້ເພື່ອຊ່ວຍເຫຼືອບັນເທົາຜູ້ປະສົບໄພດັ່ງກ່າວ. ຊຶ່ງທ່ານ ມິດ ຣອມນີ ກ່າວໃນຕອນນຶ່ງວ່າ:
ທ່ານຣອມນີ ກ່າວວ່າ: “ຂະນະນີ້ປະຊາຊົນທົ່ວອະເມຣິກາ ກໍາລັງຮ່ວມແຮງຮ່ວມໃຈກັນໃຫ້ການສະໜັບສະໜຸນໃນທຸກໆດ້ານທີ່ພວກເຂົາເຈົ້າ ສາມາດຊ່ວຍເຫຼືອຜູ້ປະສົບໄພພິບັດທັງຫຼາຍເທົ່າທີ່ຈະຊ່ວຍໄດ້. ແລະນອກ ຈາກນີ້ແລ້ວ ຖ້າຫາກພວກທ່ານມີໃຈສັດທາບໍລິຈາກເງິນຈັກນຶ່ງ ຫຼືສອງໂດລາ ກໍສົ່ງໄປສົມທົບຊ່ວຍເຫຼືອພວກເຂົາເຈົ້າໄດ້ ແລະພ້ອມດຽວກັນກໍຂໍໃຫ້ພວກທ່ານຈົ່ງຄິດເຖິງແລະວິງວອນໃຫ້ກໍາລັງໃຈແກ່ພວກທີ່ເຄາະຮ້າຍທັງ ຫຼາຍ ຂໍໃຫ້ພວກເຮົາຈົ່ງປຸ້ມລຸມກັນໃນເວລາທີ່ພວກເຮົາຕົກຢູ່ໃນສະພາບການເຊັ່ນນີ້.”
ເບິ່ງສະໄລດ໌ພາບຫລັງຖືກພາຍຸ Sandy ຖະລົ່ມ