ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໖ ກັນຍາ ໒໐໒໓

ປ. ໂອບາມາ ແຍ້ມໃຫ້ຮູ້ລ່ວງໜ້າ ກ່ຽວກັບເນື້ອໃນ ຂອງລາຍງານ ສະພາບການຂອງປະເທດ (ເບິ່ງວີດິໂອ)


ປ. ໂອບາມາ ແຍ້ມໃຫ້ຮູ້ລ່ວງໜ້າ ກ່ຽວກັບເນື້ອໃນ ຂອງລາຍງານ ສະພາບການຂອງປະເທດ (ເບິ່ງວີດິໂອ)

ເບິ່ງວີດິໂອຖະແຫລງການຂອງທ່ານ ໂອບາມາ

ປະທານາທິບໍດີ ບາຣັກ​ ໂອ​ບາມາ ໄດ້​ແຍ້ມ​ໃຫ້​ຮູ້ໜ້ອຍ​ນຶ່ງ​ກ່ຽວ​ກັບ​ເນື້ອ​ໃນ​ຂອງລາຍງານ
ກ່ຽວກັບສະພາບການຂອງປະ​ເທດ​ຊາດ ທີ່ທ່ານ​ຈະສະ​ເໜີ​ຕໍ່​ປະ​ເທດ​ຊາດໃນອາທິດໜ້ານີ້
ຊຶ່ງທ່ານກ່າວ​ວ່າ ທ່ານຈະປະກາດ “​ແຜນຜັງເສດຖະກິດ” ໃໝ່ ທີ່ແນໃສ່​ເພື່ອເຮັດໃຫ້ຊາວ
ອາເມຣິກັນທຸກຄົນໄດ້ຮັບຜົນປະໂຫຍດ.

ໃນສານທີ່ກ່າວຢູ່ໃນວີດີໂອທີ່ຖືກນໍາອອກເຜີຍແຜ່ໃນວັນເສົາວານນີ້ ຕໍ່ຜູ້ສະໜັບສະໜຸນ
ທາງການເມືອງຂອງທ່ານນັ້ນ ທ່ານ​ໂອ​ບາມາກ່າວວ່າ ແຜນການ​ຂອງທ່ານຈະຊ່ວຍພາກ ສ່ວນການຜະລິດແລະພະລັງງານຂອງເສດຖະກິດປະເທດຕະຫລອດທັງດ້ານການສຶກສາ,
ການຝຶກງານ ແລະອັນທີ່ທ່ານເອີ້ນວ່າ “ການກັບຄືນ​ໄປ​ສູ່ຄ່ານິຍົມຂອງຄອບຄົວ.”

ທ່ານປະທານາທິບໍດີ ຈະ​ສະ​ເໜີລາຍງານກ່ຽວກັບສະພາບການຂອງປະ​ເທດ​ຊາດປະຈໍາປີ
ຂອງທ່ານ ໃນວັນອັງຄານທີ່ຈະມາເຖິງນີ້ ​ໃນ​ຄໍາ​ປາ​ໃສ​ຕໍ່ລັດຖະສະພາຄົບ​ຊຸດ ຊຶ່ງຈະທໍາ
ການ​ອະພິປາຍ ແລະລົງມະຕິ​ກ່ຽວ​ກັບຂໍ້ສະເໜີທາງນິຕິບັດຍັດຂອງທ່ານໃນເວລາຕໍ່ໄປ. ​
ທ່ານ​ໂອ​ບາມາຍັງໄດ້ກ່າວອີກວ່າ ບັນດາ​ຜູ້​ແທນລັດ ຖະສະພາທັງຫລາຍ ສາມາດເລືອກ
ເອົານຶ່ງໃນສອງທິດທາງ ຄື ໄປຫາເສດຖະ ກິດທີ່ມີ “ໂອກາດໜ້ອຍກວ່າແລະມີຄວາມຍຸດ
ຕິທໍາໜ້ອຍກວ່າ” ຫລືຈະໄປຫາ ລະບົບທີ່ “​ໃຫ້ຜົນປະໂຫຍດຕໍ່ທຸກຄົນ ບໍ່ແມ່ນພຽງແຕ່
ພວກຮັ່ງມີ ທີ່ມີຈໍານວນບໍ່​ເທົ່າ​ໃດ​ຄົນເທົ່ານັ້ນ.”

ການຢັ່ງຫາງສຽງປວງຊົນໄດ້ສະແດງໃຫ້ເຫັນວ່າ ຊາວອາເມຣິກັນແມ່ນມີຄວາມເຫັນແຕກ
ຕ່າງກັນ ກ່ຽວກັບການປະຕິບັດງານຂອງທ່ານໂອບາມາໂດຍລວມ ແລະການດໍາເນີນ
ຄວາມພະຍາຍາມຂອງທ່ານ ໃນການເຮັດໃຫ້ເສດຖະກິດ ທີ່ມີບັນຫາຂອງປະເທດມີ​ການ
ຂະຫຍາຍຕົວ.

ເບິ່ງລາຍງານກ່ຽວຂ້ອງກັນ ກ່ຽວກັບການຂັດແຍ້ງກັນລະຫວ່າງສອງພັກ
ການເມືອງໃຫຍ່ຂອງປະເທດ ທີ່ໄດ້ຖ່ວງດຶງເສດຖະກິດ:

XS
SM
MD
LG