ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໂອບາມາ ໃຫ້ການສະໜັບສະໜຸນ ແກ່ ທ. ໄບເດັນ ຢ່າງເປັນທາງການ ໃຫ້ຖືກເລືອກເປັນປະທານາທິບໍດີ ສຫລ ໃນ ປີນີ້


ອະດີດປະທານາທິບໍດີ Barack Obama ແລະອະດີດຮອງປະທານາທິບໍດີ Joe Biden ພາກັນຍ່າງໄປຫາຫ້ອງການຮູບຊົງໄຂ່ ພາຍຫລັງກ່າວຄໍາປາໄສຢູ່ສວນກຸຫລາບຢູ່ໜ້າທໍານຽບຂາວແລ້ວ (ພາບຖ່າຍໃນວັນທີ 9 ພະຈິກ, 2016)
ອະດີດປະທານາທິບໍດີ Barack Obama ແລະອະດີດຮອງປະທານາທິບໍດີ Joe Biden ພາກັນຍ່າງໄປຫາຫ້ອງການຮູບຊົງໄຂ່ ພາຍຫລັງກ່າວຄໍາປາໄສຢູ່ສວນກຸຫລາບຢູ່ໜ້າທໍານຽບຂາວແລ້ວ (ພາບຖ່າຍໃນວັນທີ 9 ພະຈິກ, 2016)

ອະດີດປະທານາທິບໍດີ ບາຣັກ ໂອບາມາ ໄດ້ໃຫ້ການຮັບຮອງສະໜັບສະໜຸນ ແກ່ທ່ານ ໂຈ ໄບເດັນຢ່າງເປັນທາງການ, ອະດີດຮອງຜູ້ບັງຄັບບັນຊາຂອງທ່ານໃຫ້ເປັນປະທານາທິບໍດີໃນວັນອັງຄານວານນີ້ ໂດຍທີ່ເອີ້ນທ່ານໄບເດັນວ່າ ເປັນການເລືອກເອົາແບບຈະແຈ້ງເລີຍເພື່ອໄປກໍາຕໍາແໜ່ງແທນປະທານາທິບໍດີ ດໍໂນລ ທຣໍາ ຢູ່ໃນການເລືອກຕັ້ງແຫ່ງຊາດໃນເດືອນພະຈິກຈະມາເຖິງນີ້.

ທ່ານໂອບາມາກ່າວວ່າ “ອະນາຄົດຂອງປະເທດຊາດຂອງພວກເຮົາ ແມ່ນຂຶ້ນກັບການເລືອກຕັ້ງຄັ້ງນີ້.” ທ່ານກ່າວຕໍ່ໄປວ່າ ມັນຈະບໍ່ງ່າຍ ທີ່ຈະເອົາຊະນະ ທ່ານທຣໍາ ຜູ້ທີ່ຊະນະຢ່າງໜ້າ ເສຍໃຈຕໍ່ອະດີດລັດຖະມົນຕີກະຊວງການຕ່າງ ປະເທດ ຮີລລາຣີ ຄລິນຕັນ ໃນ ການເລືອກຕັ້ງປີ 2016 ນັ້ນໄດ້.

ທ່ານໂອບາມາ ໄດ້ຊຸກຍູ້ຄົນອາເມຣິກັນ “ໃຫ້ສືບຕໍ່ເຊື່ອໝັ້ນໃນຄວາມເປັນໄປໄດ້ ວ່າຈະມີໂລກທີ່ດີຂຶ້ນ” ໂດຍການສະໜັບສະໜຸນການໂຄສະນາຫາງສຽງຂອງ ທ່ານໄບເດັນ.

ທ່ານໂອບາມາໄດ້ສັນລະເສີນຄວາມກ້າຫານ ແລະຄວາມຊໍານິຊໍານານຂອງບັນ ດາພະນັກງານການແພດ ໃນການປິ່ນປົວພວກໄດ້ຮັບເຄາະຮ້າຍຈາກໄວຣັສ ໂຄ ໂຣນາ. ແຕ່ທ່ານກໍເວົ້າວ່າ ການນໍາພາຂອງຊາດໃນການຕໍ່ສູ້ຕ້ານກັບການທໍາ ລາຍ ລ້າງຜານຂອງພະຍາດດັ່ງກ່າວ ແມ່ນຂາດຫາຍໄປຢູ່ໃນທໍານຽບຂາວ ຂອງທ່ານທຣໍໍໍາ.

“ຖ້າຫາກມີສິ່ງນຶ່ງທີ່ພວກເຮົາໄດ້ຮຽນຈາກປະເທດທີ່ຕົກຢູ່ໃນຊ່ວງແຫ່ງວິກິດການອັນໃຫຍ່ຫລວງນີ້ ມັນກໍຄືຈິດໃຈແຫ່ງຄວາມເປັນຫ່ວງເປັນໃຍເຊິ່ງກັນ ແລະກັນ ບໍ່ຄວນທີ່ຈະຖືກຈໍາກັດໃຫ້ຢູ່ແຕ່ໃນເຮືອນຂອງພວກເຮົາ ຫລື ໃຫ້ຢູ່ພຽງແຕ່ບ່ອນ ເຮັດວຽກເຮັດການຂອງພວກເຮົາຫລືຢູ່ໃນແຕ່ຄຸ້ມບ້ານຢູ່ອາໄສຂອງພວກເຮົາຫລື ໃນສະຖານທີ່ໄປສວດມົນພາວະນາຂອງພວກເຮົາເທົ່ານັ້ນ. ມັນຕ້ອງສະທ້ອນໃຫ້ ເຫັນຢູ່ໃນລັດຖະບານຂອງຊາດອີກດ້ວຍ,” ນັ້ນຄືຄໍາເວົ້າຂອງທ່ານ ໂອບາມາ ທີ່ ກ່າວຢູ່ໃນວີດິໂອ ທີ່ມີຄວາມຍາວເກືອບຮອດ 12 ນາທີ.

ທ່ານກ່າວຕໍ່ໄປວ່າ “ການນໍາພາໃນປະເພດທີ່ຖືກຊີ້ສ່ອງທາງໂດຍການມີຄວາມຮູ້ ແລະປະສົບການ, ຄວາມຊື່ສັດ ແລະມີມະນຸດສະທໍາ, ມີຄວາມເຫັນອົກເຫັນໃຈ ແລະມີຄວາມກະລຸນາ.” ທ່ານກ່າວອີກວ່າ “ການນໍາພາປະເພດນັ້ນ ບໍ່ແມ່ນພຽງ ເປັນຂອງຫ້ອງການລັດຖະສະພາຢູ່ໃນລັດຕ່າງໆ ແລະຫ້ອງການຂອງເຈົ້າເມືອງ ຕ່າງໆເທົ່ານັ້ນ. ມັນເປັນຂອງທໍານຽບຂາວ. ແລະ ເພາະສະນັ້ນ ຂ້າພະເຈົ້າຈຶ່ງມີ ຄວາມພູມໃຈຫລາຍທີ່ຈະຮັບຮອງສະໜັບສະໜຸນຢ່າງເປັນທາງການໃຫ້ທ່ານ ໂຈ ໄບເດັນເປັນປະທານາທິບໍດີຂອງສະຫະລັດ.”

ທ່ານໂອບາມາເວົ້າອີກວ່າ: “ການເລືອກເອົາ ໂຈເປັນຮອງປະທານາທິບໍດີຂອງ ຂ້າພະເຈົ້າເປັນການຕັດສິນໃຈທີ່ດີທີ່ສຸດທີ່ຂ້າພະເຈົ້າເຄີຍໄດ້ເຮັດມາ. ແລະລາວ ກໍໄດ້ ກາຍມາເປັນເພື່ອນທີ່ສະໜິດຜູ້ນຶ່ງ. ຂ້າພະເຈົ້າເຊື່ອວ່າ ໂຈ ມີຄຸນນະພາບ ທຸກຢ່າງ ທີ່ພວກເຮົາຕ້ອງການຢູ່ໃນປະທານາທິບໍດີຜູ້ນຶ່ງໃນເວລານີ້.”

“ໂຈຢູ່ທີ່ນັ້ນ ໃນຕອນທີ່ພວກເຮົາກໍ່ສ້າງປະເທດຄືນໃໝ່ ໃນໄລຍະທີ່ຕົກຢູ່ໃນສະ ພາບເສດຖະກິດທົດຖອຍໜັກ (ໃນປີ 2008 ຫາ 2009) ແລະກອບກູ້ເອົາອຸດ ສາຫະກໍາດ້ານການຜະລິດລົດຍົນຂອງອາເມຣິກາໄວ້,” ນັ້ນຄືຄໍາເວົ້າທີ່ທ່ານໂອ ບາມາ ທີ່ຫວນຄືນຫາເບື້ອງຫລັງທີ່ຈື່ໄດ້. ທ່ານເວົ້າຕໍ່ໄປວ່າ “ທ່ານເປັນຜູ້ທີ່ຕັ້ງ ຄໍາຖາມວ່າ ແຕ່ລະນະໂຍບາຍຈະເຮັດໃຫ້ມີຫຍັງເກີດຂຶ້ນສໍາລັບຄົນໃນຊົນຊັ້ນ ກາງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG