ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໂອບາມາ ສະດຸດີ ພວກຄົນງານ ອາເມຣິກັນ ໃນວັນແຮງງານ (ວີດິໂອ)


ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ເວົ້າເຖິງ​ວັນແຮງ​ງານ ​ອັນເປັນ
​ວັນພັກລັດຖະບານ​ກາງ ກໍ​ຄື​ທົ່ວ​ປະ​ເທດ ​ແລະການ​ປະກອບ
ສ່ວນຂອງ​ຜູ້ເຮັດ​ວຽກອອກ ແຮງ​ງານ​ຊາຍ​ແລະ​ຍິງທັງຫຼາຍ
ຕໍ່​ປະ​ເທດ​ຊາດ ​ໃນ​ຄໍາ​ຖະ​ແຫຼງ​ປະ​ຈໍາ​ອາທິດ​ຂອງ​ທ່ານ ​ເມື່ອ
ວັນ​ເສົາ​ວານ​ນີ້.

ທ່ານ​ໂອ​ບາ​ມາ ​ເວົ້າ​ວ່າ ​ໃນວັນ​ແຮງ​ງານ ຫຼື Labor Day ​ທີ່​
ສະ​ເຫຼີມສະຫຼອງ​ໃນ​ວັນ​ຈັນ ອາທິດ​ທໍາ​ອິດ​ຂອງ​ເດືອນ​ກັນຍາ​ນັ້ນ
ຊາວ​ອາ​ເມ​ຣິກັນຈະພາກັນສະດຸ​ດີ​ຄ່າ​ນິຍົມ​ຕ່າງໆ ທີ່​ຊາວ​ອາ​ເມ​
ຣິກັນ​ຜູ້​ເຮັດ​ວຽກທັງຫຼາຍ​ຍຶດຖື ນັ້ນ​ກໍ​ຄື ກາ​ນທໍາ​ງານ​ໜັກ ມີ
​ຄວາມ​ຮັບຜິດ​ຊອບ ​ເສຍສະຫຼະ ແລະ​ເບິ່ງ​ແຍງ​ຊຶ່ງ​ກັນ​ແລະ​ກັນ.

​ແຕ່​ແນວ​ໃດ​ກໍ​ດີ ທ່ານ​ໂອ​ບາ​ມາ ​ເວົ້າ​ວ່າ ການ​ເດີນທາງ​ຟັນ​ຝ່າເພື່ອ​ຍົກ​ຖານະ​ຂອງ​ຕົ​ນ​ໃຫ້​ສູງ​ຂຶ້ນ ແມ່ນ​ລໍາບາກຫຼາຍຂຶ້ນ ສໍາລັບ​ພວກ​ຄົນ​ງານ ຫຼາຍໆ​ຄົນ ​ແລະ​ເງົາ​ຂອງ​ຄວາມທຸກ​ຈົນ​ຍັງ​ສືບ​ຕໍ່​ປົກ​ຄຸມ​ຄົນ​ງານຫຼາຍຄົນ. ປະທານາທິບໍດີ​ໂອ​ບາ​ມາ ​ເວົ້າ​ວ່າ ການຕ່າວ​ປິ້ນ
ທ່າ​ອຽງ​ອັນນັ້ນ​ແມ່ນ​ເປັນ​ບຸລິມະສິດ​ສູງ​ສຸດຂອງ​ທ່ານ​ໃນ​ຂະນະ​ນີ້ ​ແລະ​ຕ້ອງ​ເປັນ​ບຸລິມະ​ສິດ​ສູງ​ສຸດ ຂອງ​ວໍ​ຊິງ​ຕັນ​ນໍາ ​ເຊັ່ນ​ກັນ.

ເບິ່ງວີດິໂອ ຄໍາປາໄສປະຈໍາສັບປະດາ ຂອງປະທານາທິບໍດີ ໂອບາມາ:



ທ່ານ Mike Fitzpatrick ສະມາຊິກ​ສະພາ​ຕໍ່າ​ຈາກ​ລັດ Pennsylvania ເປັນ​ຜູ້​ຖະ​ແຫຼງ
ຕອບຂອງ​ພັກຣີພັບ​ບລິ​ກັນ ຊຶ່ງ​ທ່ານ​ເວົ້າ​ວ່າ ພວກ​ຄົນ​ງານ​ບໍ່​ເຫັນຫຍັງ “​ເຫັນ​ແຕ່​ການ​ສະກັດ​ກັ້ນ​ຈາກ​ວໍ​ຊິງ​ຕັນ.” ທ່ານ​ກ່າວ​ຕໍ່​ໄປວ່າ ພັກຂອງ​ທ່ານ​ຢາ​ກປົກ​ປ້ອງ​ທຸກໆ​ຄົນ ຈາກ​ການ​ຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ ຮັກສາ​ສຸຂະພາບ​ທີ່​ຖືກ ຂອງ​ທ່ານ​ໂອ​ບາ​ມາ ຫຼືທີ່​ຮູ້​ກັນ​ດີ​ໃນ​ຊື່​ນຶ່ງວ່າ Obamacare ທີ່​ແນ​ເປົ້າໝາຍ​ໃສ​ການ​ສະໜອງ​ການ​ປະກັນ​ໄພ​ສຸ​ຂະ​ພາບ​ໃນ​ລາຄາ​ຕໍ່​າ ​ໃຫ້​ແກ່ຊາວ​ອາ​ເມ​ຣິກັນ ຫຼາຍລ້ານ​ຄົນ​ນັ້ນ.

ເບິ່ງຄໍາປາໄສຕອບ ຂອງພັກຣີພັບບລິກັນ:

XS
SM
MD
LG