ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດ Sony ນຳເອົາຮູບເງົາ ເລື້ອງ 'The Interview' ອອກເຜີຍແຜ່ ທາງອິນເຕີແນັດ


ພາບໂຄສະນາຮູບເງົາເລື້ອງ The Interview ຕິດຢູ່ຝາ ຂອງໂຮງສາຍຮູບເງົາ Alamo Drafthouse Cinema ເມື່ອວັນອັງຄານທີ 23 ທັນວາ 2014.
ພາບໂຄສະນາຮູບເງົາເລື້ອງ The Interview ຕິດຢູ່ຝາ ຂອງໂຮງສາຍຮູບເງົາ Alamo Drafthouse Cinema ເມື່ອວັນອັງຄານທີ 23 ທັນວາ 2014.

ບໍລິສັດຮູບເງົາ​ Sony ໄດ້​ເລີ້ມ​ທຳ​ການ​ແຈກ​ຢາຍ​ຮູບ​ເງົາ​
ຕະຫ​ລົກ​ເລື້ອງ The Interview ທີ່ເປັນບັນຫາ​ໂຕ້​ແຍ້​ງກັນ
ຜ່ານ​ທາງ​ອິນ​ເຕີ​ແນັດ ຫຼື online ມື້​ໜຶ່ງ ຫຼັງຈາກ​ທີ່​ໄດ້ມີ​ການ
​ປະກາດ​ວ່າ ໂຮງສາຍ​ຮູບ​ເງົາ​ເອກະ​ຊົນ ຈຳນວນ 200 ​ໂຮງ
ຈະ​ນຳ​ເອົາ​ຮູບ​ເງົາ​ດັ່ງກ່າວ​ນັ້ນ ອອກ​ສາຍ​ໃນ​ວັນ​ຄຣິສມັສມື້​ນີ້.

ຮູບ​ເງົາ​ດັ່ງກ່າວ ​ແມ່ນ​ມີໃຫ້​ເບິ່ງໃນ​ຫຼາຍໆລະບົບ​ທີ່​ລວມທັງ
YouTube Google Play ​ແລະ Microsoft Xbox.

Sony ກ່າວ​ວ່າ ມັນມີ​ຄວາມ​ສຳຄັນ ​ທີ່​ຈະ​ຕ້ອງ​ນຳ​ເອົາ​ຮູບ​ເງົາ​
ອອກ​ສາຍ​ “​ໂດຍ​ພິ​ເສດ​ແລ້ວ ຍ້ອນການ​ທີ່​ ທຸລະ​ກິດ​ຂອງ​ພວກ​ເຮົາ ຖືກໂຈມຕີ​
ໂດຍ​ພວກ​ທີ່​ຫວັງ​ຢາກ​ຢຸດ​ຢັ້ງ ສິດ​ເສລີພາບ​ໃນ​ການ​ປາກ​ເວົ້ານັ້ນ.”

Dozens of US Theaters to Show 'The Interview'
please wait

No media source currently available

0:00 0:02:45 0:00

Sony ​ໄດ້​ຖອນ​ຮູບ​ເງົາ​ເລື້ອງ The Interview ອອກ​ຈາກ​ກຳນົດສາຍ ​ເມື່ອ​ທ້າຍ​ອາທິດ
​ແລ້ວ​ນີ້ ຫຼັງຈາກເຄືອ​ຂ່າຍໂຮງສາຍ​ຮູບເງົາ​ໃຫຍ່ໆ​ ໃນ​ສະຫະລັດ ກ່າວ​ວ່າ ພວກ​ເຂົາ​ເຈົ້າ ​
ປະຕິ​ເສດ​ທີ່ຈະສາຍຮູບ​ເງົາ​ດັ່ງກ່າວ ຍ້ອນ​ການ​ຂົ່ມຂູ່​ທີ່ຈະມີການ​ກໍ່​ຄວາມ​ຮຸນ​ແຮງ​ນັ້ນ.

​ເລື້ອງ​ຕະຫລົກດັ່ງກ່າວ ​ບັນ​ລະ​ຍາຍເຖິງ​ເລື້ອງ​ຂອງ​ນັກ​ຂ່າວ​ສອງ​ຄົນ ຜູ້​ທີ່​ໄດ້​ຖືກ​ເກນ​
ໂດຍ​ໜ່ວຍ​ສືບ​ລັບ​ສະຫະ​ລັດ​ ເພື່ອໃຫ້​ທຳ​ການ​ລອບສັງຫານ ຜູ້ນຳ​ເກົາຫຼີ​ເໜືອ Kim
Jong Un.

​ເກົາຫຼີ​ເໜືອ ​ໄດ້​ປະນາມ​ຮູບ​ເງົາ​ນັ້ນ ​ແລະ ​ໄດ້​ມີ​ພວກໂຈມ​ຕີບໍ່​ຊາບ​ຝ່າຍ ​ລັກ​ເຈາະຂໍ້ມູນ​
ຂອງ​ບໍລິສັດ Sony ​ເມື່ອ​ຕົ້ນ​ເດືອນ​ນີ້ ​ແລ້ວ​ກໍຂະໂມຍ ເອົາຂໍ້​ມູນຕ່າງໆ ​ທີ່​ມີ​ຄຸນຄ່າ ​ແລະ
ທີ່​ເປັນຄວາມ​ລັບ ສຳຄັນໆໄປ.

ສະຫະລັດ ​ໄດ້​ຖິ້ມ​ໂທດ​ໃສ່​ເກົາຫຼີ​ເໜືອ ສຳ​ຫລັບ​ການ​ໂຈມ​ຕີ​ທາງອິນເຕີ ແນັດດັ່ງກ່າວ ຊຶ່ງ​
ເປັນ​ການ​ກ່າວ​ຫາ ທີ່​ພຽງ​ຢາງ ປະຕິ​ເສດ.

ປະທານາທິບໍດີສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ກ່າວ​ເມື່ອ​ທ້າຍ​ອາທິດ​ແລ້ວ​ນີ້​ວ່າ Sony ​ໄດ້​ຜິດພາດ​ໃນ​ການ​ຍົກ​ເລີກ​ການ​ນຳ​ອອກສາຍຮູບ​ເງົາ​ດັ່ງກ່າວ​ນັ້ນ.

​ໂຄສົກ​ທຳນຽບຂາວ ທ່ານ Eric Schultz ກ່າວໃນ​ວັນ​ພຸດ​ວານ​ນີ້ ວ່າ ບັດ​ນີ້ ທ່ານ​ໂອ​ບາມາ ມີ​ຄວາມ​ຍິນ​ດີນຳ ​ການ​ນຳເອົາ​ຮູບ​ເ​ງົາອອກສາຍ​ໃນ​ວົງ​ຈຳກັດ ​ແລະ​ກ່າວ​ວ່າ ມັນ​ຈະ ​ປ່​ອຍ​ໃຫ້​ຄົນ​ທັງຫຼາຍ ຕັດສິນ​ໃຈ​ດ້ວຍ​ຕົນ​ເອງ​ວ່າ ພວກ​ເຂົາ​ເຈົ້າຢາກ​ເບິ່ງ​ເລື້ອງ​ນັ້ນ ຫຼືບໍ່.

Mocking Kim Jong Un, a Serious Matter
please wait

No media source currently available

0:00 0:02:38 0:00

XS
SM
MD
LG