ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ປ. ໂອບາມາ ພົບປະ ສຸນລະຕານຂອງບຣູໄນ ທີ່ທຳນຽບຂາວ


ປະທານາທິບໍດີ Barack Obama ແລະ Sultan Brunei ສໍາພັດມື ກັນ ໃນຂະນະທີ່ສົນທະນາກັນ ທີ່ ທໍານຽບຂາວ
ປະທານາທິບໍດີ Barack Obama ກ່າວ​ວ່າ ບັນດາປະ​ເທດ​ເອ
​ເຊຍທີ່​ພົວພັນ​ກັບ​ການ​ຂັດ​ແຍ້​ງ​ເຂດ​ທາງທະ​ເລຕ້ອງ​ເຄົາລົບ​ຕໍ່​
ລະບຽບກົດໝາຍ ​ແລະ​ມາດຕະຖານ​ຂອງ​ນາໆ​ຊາດ​ເພື່ອ​ຫລຸດ
ຜ່ອນ​ຄວາມເຄັ່ງ​ຕືງຢູ່​ໃນ​ຂົງ​ ເຂດ. ​ໃນ​ວັນ​ອັງຄານ​ວານ​ນີ້ ປ​ະທາ​
ນາ​ທິບໍດີ​ໂອບາ​ມາ​ໄດ້​ສົນທະນາຫາ ລື ໃນ​ການ​ດຳ​ເນີນ​ຄວາມ
ພະ​ຍາ​ຍາມ​ຫາ​ທາງໄກ່ເກ່ຍກ່ຽວ​ກັບການ​ຂັດແຍ້ງດັ່ງກ່າວ ກັບ
Sultan ຂອງ Brunei ທີ່ກຳລັງ​ຢ້ຽມຢາມ​ສະຫະລັດ.

ທ່ານ Obama ​ໄດ້​ຍ້ອງຍໍ Sultan ວ່າ “​ເປັນ​ຜູ້​ນໍາຄົນ​ສຳຄັນ​ຢູ່​ໃນ​ຂົງ​ເຂດເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້.” ທ່ານ​ໄດ້​ກ່າວຂອບ​ຕໍ່ Sultan ຂອງ Brunei ໃນ​ຄວາມ​ພະຍາຍາມ
ຂອງ​ພະ​ອົງ​ເພື່ອ​ຫາ​ທາງ​ຫຼຸດຜ່ອນ​ຄວາມ ​ເຄັ່ງ​ຕຶງ ລະຫວ່າ​ງຈີນກັບຍີ່​ປຸ່ນແລະກັບຟິລິບ​ປິນ ກ່ຽວ​ກັບ​ການອ້າງ​ກຳ ມະ​ສິດເອົາ​ໝູ່​ເກາະ​ຕ່າງໆ​ໃນ​ທະ​ເລຈີນ​ໃຕ້ ​ແລະທະ​ເລ​ຈີນ​ຕາ​ເວັນ​ອອກ. ຈີນ ​ໄດ້ເພີ້​ມການ​ລາດຕະ​ເວນໃກ້​ກັບ​ບັນດາ​ໝູ່​ເກາະ​ເຫລົ່າ​ນີ້.

​ການ​ຜິດຂ້ອງຕ້ອງ​ຖຽງ​ທາງ​ທະ​ເລ ​ໃນ​ເຂດ​ເອ​ເຊຍ-ປາຊິ​ຟິກ ຈະ​ມີ​ການ​ສົນທະນາ​ກັນ
ຫາລື​ກັນ​ທີ່ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ​ຕາ​ເວັນ​ອອກແລະ ທີ່ກອງ​ປະຊຸ​ມສຸດ​ຍອດ
ສະຫະລັດ​ອາ​ຊ່ຽນ ຊຶ່ງ​ກອງ​ປະຊຸມ​ທັງ​ສອງ​ນີ້ ບຣູໄນ ​ຈະ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ ​ໃນ​ເດືອນ​ຕຸລາ​ປີນີ້.

​ເປັນ​ທີ່​ຄາດ​ກັນ​ວ່າ ປະທານາທິບໍດີ​ໂອ​ບາ​ມາ ຈະ​ໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະຫະລັດ​ອາ​ຊ່ຽນ ຊຶ່ງ​ທ່ານ​ກ່າວ​ວ່າ ຈະ​ຫາລື​ກັນ​ກ່ຽວ​ກັບ​ບັນ ຫາ​ຕ່າງໆ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ​ຮວມທັງ​ການ​ຄ້າ​ແລະ​ເສດຖະ ກິດ​ຂອງ​ໂລກ.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ

“ພວກ​ເຮົາ​ຂະຫຍາ​ຍການ​ຄ້າ​ແບບ​ໃດ ມີ​ໂອກາດ​ເປັນ​ໄປ​ໄດ້​ໂດຍຜ່ານ​ທາງ ພາຄີ​ຂ້າມ​ມະຫາ​ສະມຸດປາຊິ​ຟິກ ​ຊຶ່ງ​ເປັນໂອກາດໃນ​ການສ້າງວຽກ​ເຮັດ​ງານ​ທຳ ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ຢູ່​ທີ່​ນີ້ ​ໃນສະຫະລັດ ​ແລະໃນທົ່ວ​ຂົງ​ເຂດ.”

ທ່ານ Obama ​ໄດ້​ຊີ້ໃຫ້​ເຫັນ​ວ່າ ທ່ານ​ເປັນ​ປະທານາທິບໍດີ ຄົນ​ທີ​ເກົ້າ ຂອງສະຫະລັດ ​ໃນ​ສ​ະ​ໄໝການ​ປົກຄອງ​ 45 ປີ ຂອງ Sultan. ທ່ານ ຍັງ​ກ່າວ​ອີກ​ວ່າ ​ດ້ວຍຄວາມ​ສົນ​ໃຈ​ກ່ຽວ​ກັບ​ເຮືອບິນຂອງ​ພະ​ອົງນັ້ນ ພະ​ອົງໄດ້​ຊົງ​ເປັນ​ຜູ້​ນໍາ​ປະ​ເທດ​ຄົນ​ດຽວທໍ່​ນັ້ນ ທີ່ສາມາດ​ຂັບ​ເຮືອ​ບິນ​ Boeing 747 ມາ​ກຸງວໍ​ຊິງ​ຕັນ​ເອງ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG