ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ໂອບາມາ ຍ້ອງຍໍ ຄວາມສໍາພັນ ລະຫວ່າງ ສະຫະລັດ ກັບຈີນ (ວີດີໂອ)


ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຊ້າຍ) ພົບປະກັບ ນາຍົກລັດຖະມົນຕີ ຈິນ ທ່ານ Wen Jiabao (ຂວາ) ຢູ່ທີ່ ກອງປະຊຸມສຸດຍອດ ທີ່ກຸງ ພະນົມເປັນ ວັນທີ 20, ເດືອນພະຈິກ ປີ 2012.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຊ້າຍ) ພົບປະກັບ ນາຍົກລັດຖະມົນຕີ ຈິນ ທ່ານ Wen Jiabao (ຂວາ) ຢູ່ທີ່ ກອງປະຊຸມສຸດຍອດ ທີ່ກຸງ ພະນົມເປັນ ວັນທີ 20, ເດືອນພະຈິກ ປີ 2012.
ປະທານາທິບໍດີ Barack Obama ຍ້ອງຍໍ ຄວາມ​ສຳພັນ
ລະຫວ່າງ ສະຫະລັດ ຈີນ ວ່າ​ “ເປັນການ​ຮ່ວມ​ມືທີ່​ດີ ​ແລະ​
ສ້າງສັນ” ​ໃນ​ຂະນະ​ທີ່​ທ່ານມ້ວນທ້າ​ຍ ການຢ້ຽມຢາມພາກ
​ພື້ນເອ​ເຊຍ​ອາຄະ​ເນ​ໃນ​ມື້ສຸດ​ທ້າຍ ຂອງ​ທ່ານ.


​ໃນການ​ພົບ​ປະ ​ຢູ່​ນອກ​ກອງ​ປະ​ຊຸມສຸດ​ຍອດ​ຂອງ​ຂົງ​ເຂດ​ໃນນະຄອນ​ຫຼວງ ກຳ​ປູ​ເຈຍ ທ່ານ Obama ກ່າວ​ຕໍ່ນາຍົກລັດຖະມົນຕີ ຈີນ ທ່ານ Wen Jaibao ​ວ່າ ວໍ​ຊິງ​ຕັນ ​ແລະ​ປັກ​ກິ່ງ ຄວນ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ ​ເຮັດ​ໃຫ້​ເສດຖະກິດ​ຂອງ​ໂລກ​ດີ​ຂື້ນ.

ທ່ານ​ໂອ​ບາ​ມາກ່າວ​ວ່າ “​ໃນ​ຖານະ​ທີ່​ເປັນເສດຖະກິດ​ໃຫຍ່ທັງ​ສອງ​ຂອງ​ໂລກ ພວກ​ເຮົາ​ມີ​ຄວາມ​ຮັບຜິດ​ຊອບ​ພິ​ເສດ ​ເພື່ອນໍາພາ ​ແລະໃຫ້ການ ຄໍ້າປະກັນ​ເພື່ອຊຸກຍູ້​ໃຫ້​ເສດຖະກິດ​ເຕີບ​ໂຕ ​ແລະ​ກໍ້າ​ເກິ່ງ​ແບບ​ຍືນ​ຍົງ ບໍ່ພຽງ​ແຕ່ຢູ່​ໃນ​ເອ​ເຊຍ ​ແຕ່​ຢູ່​ໃນ​ໂລກນຳ​ດ້ວຍ.

​ເບິ່ງ​ຄື​ວ່າ ມັນ​ເປັນ​ການ​ພົບ​ປະຢ່າງເປັນທາງ​ການ ຄັ້ງສຸດ​ທ້າຍ​ຂອງ ທ່ານ Obama ກັບ​ທ່ານ Wen ຜູ້​ທີ່​ຈະລາ​ອອກ​ຈາກ​ຕໍາແໜ່​ງ ອັນ​ເປັນ​ພາກ​ສ່ວນ​ນຶ່ງ​ໃນ​ການ​ປ່ຽນ​ຜູ້​ນໍາຢູ່ປັກ​ກິ່ງ. ນາຍົກຜູ້​ທີ່​ຈະລາ​ອອກ​ໄປ ຍັງ​ໄດ້​ກ່າວ​ເຖິງ​ຄວາມ​ສໍາຄັນ ລະຫວ່າງ ສະຫະລັດ ​ແລະ​ຈີນ.

ທ່ານ Wen ​ເວົ້າວ່າ “​ໃນ​ລະຍະ​ຍາວ ການ​ເຕີບ​ໂຕປົກກະຕິລະຫວ່າງ ຄວາມສໍາພັນ​ຈີນ ​ສະຫະລັດ ບໍ່​ພໍ​ພຽງແຕ່​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດພື້ນຖານ ​ຂອງສອງ​ປະ​ເທດທໍ່​ນັ້ນ ​ແຕ່​ວ່າ ມັນ​ຍັງມີ​ຄວາມ​ສໍາຄັນ​ຕໍ່ສັນຕິພາບ ສະຖຽນ​ລະ​ພາບ ​ແລະ​ມັ່ງ​ຄັ່ງ​ສົມ​ບູນ​ໃນ​ເອ​ເຊຍ ປາຊິ​ຟິກ ​ແລະທົ່ວ​ໂລກນຳ​ດ້ວຍ.

ປະທານາທິບໍດີ Obama ຍັງ​ໄດ້​ປະ​ຊຸມສອງ​ຝ່າຍ​ຮ່ວມ​ກັນໃນ​ວັນ​ອັງຄານ ກັບ ນາຍົກລັດ
ຖະມົນ​ຕີ ຍີ່​ປຸ່ນ ທີ່​ຍັງມີ​ການ​ຂັດ​ແຍ້​ງ​ການ​ໂຕ້​ຖຽງ​ເລື່ອງເຂດ​ນໍ້າ​ແດນ​ດິນ ກັບ​ ຈີນ ກ່ຽວ​ກັບໝູ່ເກາະທີ່​ບໍ່​ມີ​ຄົນ​ຢູ່​ນັ້ນ.

XS
SM
MD
LG