ທ່ານ ບາຣັກ ໂອບາມາ ປະທານາທິບໍດີສະຫະລັດ ໄດ້ສະແດງຄວາມຍິນດີນໍາຂໍ້ຕົກລົງ ທີ່ສະຫະລັດໄດ້ບັນລຸກັນກັບຣັດເຊຍ ເມື່ອວັນເສົາວານນີ້ ກ່ຽວກັບຮ່າງປະຕິບັດງານເພື່ອລົບລ້າງອາວຸດເຄມີຂອງຊີເຣຍ ໂດຍເອີ້ນວ່າ ມັນເປັນບາດກ້າວອັນສໍາຄັນ ແລະເດັດຂາດທີ່ສຸດ.
ແຕ່ປະທານາທິບໍດີໂອບາມາ ເວົ້າວ່າ ຍັງມີພາລະອີກຫຼາຍສິ່ງຫຼາຍຢ່າງຕ້ອງໄດ້ປະຕິ ບັດ. ໃນຖະແຫຼງການສະບັບນຶ່ງທີ່ອອກເມື່ອວັນເສົາວານນີ້ ທ່ານໂອບາມາເວົ້າວ່າ ສະ ຫະລັດ ຈະສືບຕໍ່ປະຕິບັດງານຮ່ວມກັບບັນດາປະເທດພັນທະມິດຂອງຕົນ ແລະຣັດເຊຍ ເພື່ອຮັບປະກັນຂັ້ນຕອນການດໍາເນີນການໃຫ້ສາມາດພິສູດໄດ້ ແລະພ້ອມກັບເຕືອນວ່າ ອາດມີຜົນຮັບຮ້າຍແຮງຕາມມາໄດ້ ຖ້າຫາກລັດຖະບານຂອງປະທານາທິບໍດີ Bashar al-Assad ຍັງບໍ່ຍອມປະຕິບັດຕາມ.
ທ່ານໂອບາມາ ໄດ້ເນັ້ນຢໍ້າ ເຖິງຂໍ້ຄວາມຕອນນຶ່ງ ຢູ່ໃນຄຳປາໄສ ປະຈໍາອາທິດຂອງທ່ານເມື່ອວັນເສົາວານນີ້ວ່າ ຖ້າການແກ້ໄຂກັນທາງການທູດ ບໍ່ປະສົບຜົນສໍາເລັດແລ້ວ ສະຫະລັດຍັງຢູ່ໃນທ່າຕຽມພ້ອມ ທີ່ຈະປະຕິບັດ ການທາງທະຫານໄດ້.
ຂະນະດຽວກັນລັດຖະບານໂອບາມາ ໄດ້ຖິ້ມໂທດໃສ່ລັດຖະບານຊີເຣຍທີ່ໄດ້ໃຊ້ອາວຸດ ເຄມີໃນການໂຈມຕີ ເມື່ອວັນທີ 21 ສິງຫາຜ່ານມາ ທີ່ມີ ລາຍງານວ່າ ໄດ້ສັງຫານປະຊາຊົນຊີເຣຍໄປຫຼາຍກວ່າ 1,400 ຄົນນັ້ນ. ທ່ານໂອບາມາ ໄດ້ຜັກດັນໃຫ້ມີການປະຕິບັດການຕອບໂຕ້ທາງທະຫານຕໍ່ ລັດຖະບານຊີເຣຍ ແຕ່ກໍຕ້ອງໄດ້ໂຈະໄວ້ ໃນຂະນະທີ່ມີການເຈລະຈາກັນ ທາງການທູດນັ້ນ.
ແຕ່ທ່ານໂອບາມາ ໄດ້ເວົ້າຕອນນຶ່ງໃນຄຳປາໄສຂອງທ່ານທີ່ໄດ້ບັນທຶກສຽງໄວ້ ເມື່ອວັນສຸກຜ່ານມານັ້ນວ່າ ສະຫະລັດ ແມ່ນກໍາລັງເຮັດໃຫ້ເປັນທີ່ແຈ້ງຂາວທີ່ສຸດວ່າ ຂໍ້ລິເລີ່ມເພື່ອແກ້ໄຂທາງການທູດທີ່ນໍາໂດຍຣັດເຊຍນັ້ນອາດ ຈະບໍ່ສາມາດຖືກໃຊ້ ເປັນຍຸທະວິທີເພື່ອຖ່ວງເວລາເທົ່ານັ້ນ ຊຶ່ງທ່ານໂອບາມາເວົ້າວ່າ ທ່ານ Assad ຈະຕ້ອງປະຕິບັດການຢ່າງເດັດດ່ຽວ ເພື່ອສະແດງໃຫ້ເຫັນວ່າ ທ່ານເອົາຈິງເອົາຈັງກ່ຽວກັບການປະຖິ້ມອາວຸດເຄມີນັ້ນ.