ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມີນາ ໒໐໒໓

ປະທານາທິບໍດີ ສຫລ ພົບພະສັນຕະປະປາ Francis ທີ່ ວາຕິກັນ (ວີດີໂອ)


ປະທານາທິບໍດີ ສຫລ ທ່ານ ບາຣັກ ໂອບາມາ ພົບປະກັບ ພະສັນຕະປະປາ Francis ທີ່ນະຄອນວາຕິກັນ (27 ມີນາ 2014)
ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດກຳລັງ​ຢູ່​ໃນ​ນະ
ຄອນ Vatican ​ເພື່ອ​ທຳ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ຂອງ​ທ່ານກັບ​ສັນ
ຕະປາປາ Francis ທີ່​ເພ່ງ​ເລັງ​ໃສ່ໃນອັນ​ທີ່​ທຳ​ນຽບຂາວເອີ້ນ​ວ່າ
"ຄວາມ​ໝັ້ນ​ໝາຍ​ດຽວ​ກັນ” ​ເພື່ອ​ທຳການ​ຕໍ່ສູ້ "ກັບຄວາມ​ບໍ່​ສະ
​ເໝີ​ພາບ​ ທີ່​ກຳລັງ​ເພີ້​ມຂຶ້ນ.”

ພວກ​ອົງກາ​ນຂ່າວ​ຕ່າງໆລາຍ​ງານ​ໃຫ້​ຮູ້​ວ່າ ທ່ານ​ໂອ​ບາ​ມາອາດ
​ຈະ​ໃຊ້​ການ​ຢ້ຽມຢາມ​ຂອງ​ທ່ານ​ກັບ​ສັນຕະປາປານີ້ເພື່ອ​ສົ່ງ​ເສີມ
​ນະ​ໂຍບາຍ​ເສດຖະກິດ​ຂອງ​ທ່ານຢູ່ພາຍໃນ​ປະ​ເທດ​. ​ແຕ່​ຄວາມ
​ບໍ່​ລົງ​ລອຍ​ກັນ​ຕ່າງໆ​ ກ່ຽວ​ກັບ​ເລື້ອງ​ ການຮີດ​ລູກ​ອອກ ​ແລະ​ຢາ​
ຄຸມ​ກຳ​ເນີ​ດ ທີ່​ບົ່ງ​ໄວ້ໃນ​ກົດໝາຍ​ຮັກສາ​ສຸຂະພາບ ຫລື Obama Care ທີ່​ທ່ານ​ໄດ້​ລົງ​ນາມ​ໄປນັ້ນ ສາມາດ​ຍົກ​ຂຶ້ນ​ມາ​ໂອ້​ລົມ​ກັນ​ກໍ​ເປັນ​ໄດ້.

ການ​ໂອ​ລົມ​ສົນທະນາ​ກັນ​ດັ່ງກ່າວ ມີ​ຂຶ້ນ​ໃນ​ລະຫວ່າງ​ການ​ເດີນທາງ​ຢ້ຽມຢາມ​ຢູ​ໂຣບ
ທີ່ໄດ້​ເຫັນ​ຜູ້ນຳ​ຂອງ​ສະຫະລັດ ​ຊຶ່ງສ່ວນໃຫຍ່ແລ້ວແມ່ນເພ່ງ​ເລັງ​ໃສ່ ບັນຫາ​ຂັດ​ແຍ້​ງກັນ​ລະຫວ່າງ ​
ຢູ​ເຄຣນແລະຣັດ​ເຊຍ​ນັ້ນ.
CN- Obama Hopes for Boost From Meeting with Pope Francis
please wait

No media source currently available

0:00 0:01:34 0:00


ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ແລະ​ບັນດາ​ເຈົ້າ​ໜ້າ​ທີຂັ້ນ​ສູງ​ອື່ນໆ ກຳລັງ​ຕິດຕາມ​ທ່ານ​ໂອ​ບາ​ມາ ໄປທີ່​ນະຄອນ Vatican. ທ່ານ​ໂອ​ບາ​ມາແລະ​ສະ ຕີ​ໝາຍ​ເລກ​ນຶ່ງ​ຂອງ​ສະຫະລັດ ທ່ານ​ນາງ Michelle ​ເຄີຍ​ໄດ້​ພົບ​ປະ​ກັບ​ສັນຕະປາປາ Benedict ຄົນ​ກ່ອນ​ມາ​ແລ້ວ ​ໃນ​ເດືອນ​ກໍລະກົດ​ປີ 2009.

ໃນ​ຂະນະ​ທີ​່ພັກ ​ຢູ່​ໃນ​ອີ​ຕາ​ລີ​ນັ້ນ ປະທານາທິບໍດີ​ສະຫະລັດ ກໍ​ຈະ​ພົບ​ປະ​ກັບ​ບັນດາ​ຜູ້ ນຳ​ຂອງ​ອີ​ຕາ​ລີ​ເຊັ່ນ​ກັນ. ​ເລື້ອງ​ການ​ຍຶດ​ເອົາ​ເຂດໄຄຣ​ເມຍ​ຂອງຣັດ​ເຊຍ​ທີ່ເບິ່ງ​ຄື​ວ່າຈະ​ເປັນ​ພາກສ່ວນ​ສຳຄັນ​ໃນ​ການ​ໂອ້​ລົມ​ສົນທະນາ​ກັນ​ນັ້ນ.
OBAMA POPE VO
please wait
Embed

No media source currently available

0:00 0:01:03 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG