ທ່ານ Mitt Romney ມີຄະແນນສຽງນຳໜ້າ ທ່ານ Rick Santorum ໃນການແຂ່ງຂັນ
ຂອງພັກຣີພັບບລີກັນ ແລະທ່ານຢາກຈະຫັນ ການໂຈມຕີຂອງທ່ານ ໄປຍັງປະທານາທິບໍດີ
ບາຣັກ ໂອບາມາ ໂດຍໄວເທົ່າທີ່ຈະໄວໄດ້.
ທ່ານ Romney ເວົ້າວ່າ “ທ່ານໂອບາມາເວົ້າວ່າ ຖ້າທ່ານຫາກບໍ່ສາມາດຕ່າວປີ້ນ
ເສດຖະກິດໄດ້ ພາຍໃນເວລາ 3 ປີ ທ່ານຈະຂໍສະເໜີເປັນ(ປະທານາທິບໍດີ)ແຕ່
ພຽງສະໄໝດຽວ. ພວກເຮົາມາທີ່ນີ້ ເພື່ອໄລ່ບັນຊີແມ່ນບໍ? ພວກເຮົາມາທີ່ນີ້ເພື່ອ
ໄລ່ບັນຊີ.”
ການແຂ່ງຂັນຂອງພັກຣີພັບບລີກັນໄດ້ກາຍເປັນການໂຄສະນາຫາສຽງຍາດແຍ່ງເອົາຜູ້ຕາງໜ້າ
ພັກ ໂດຍການກ່າວໂຈມຕີຄວາມບໍ່ດີຂອງກັນແລະກັນ ແລະກໍມີທ່າທາງວ່າ ຈະດຳເນີນຕໍ່ໄປ
ແບບນີ້ຢ່າງບໍ່ມີກຳນົດ ຊຶ່ງເປັນສິ່ງທີ່ພວກນັກຊ່ຽວ ຊານເວົ້າວ່າ ອາດຈະຊ່ອຍປະທານາທິບໍດີ
ນັ້ນ.
ແຕ່ລາຄານໍ້າມັນທີ່ພວມແພງຂຶ້ນໃນສະຫະລັດ ເຮັດໃຫ້ຄະແນນນິຍົມຂອງປະທານາທິບໍດີໂອ
ບາມາຕົກລົງແລະອາດຈະກາຍເປັນບັນຫາທ້າທາຍທີ່ສຳຄັນ ສຳຫຼັບການເລືອກຕັ້ງເຂົ້າຮັບຕຳ
ແໜ່ງຕື່ມອີກຂອງທ່ານ.
ຢູ່ນອກທຳນຽບຂາວພວກນັກທ່ອງທ່ຽວທີ່ມາຈາກທົ່ວປະເທດຕ່າງກໍມີຄວາມວິວົກກັງວົນກ່ຽວ
ກັບລາຄານໍ້າມັນທີ່ພວມແພງຂຶ້ນ ແຕ່ມີຄວາມເຫັນແຕກຕ່າງກັນກ່ຽວກັບວ່າ ຈະຖິ້ມໂທດໃສ່
ໃຜ.
ນັກທ່ອງທ່ຽວຄົນນຶ່ງເວົ້າວ່າ “ນໍ້າມັນຂ້ອນຂ້າງແພງໃນປັດຈຸບັນ ແລະຍ້ອນວ່າຂ້ອຍ
ຂັບລົດຂຶ້ນມາເອງ ດັ່ງນັ້ນຂ້ອຍກໍເສຍເງິນໄປຫຼາຍເຕີບ.”
ນັກທ່ອງທ່ຽວອີກຄົນນຶ່ງຊໍ້າພັດເວົ້າວ່າ “ໃນຖານະທີ່ທ່ານໂອບາມາ ເປັນປະທານາທິ
ບໍດີ ທ່ານສາມາດດຳເນີນການສິ່ງໃດສິ່ງນຶ່ງໄດ້. ຂ້ອຍໝາຍຄວາມວ່າມັນຕ້ອງມີ
ສິ່ງໃດສິ່ງນຶ່ງ ທີ່ທ່ານສາມາດເຮັດໄດ້ ເພື່ອຊ່ອຍກ່ຽວກັບເລື່ອງນໍ້າມັນ.”
ສ່ວນນັກທ່ອງທ່ຽວຍິງຄົນນຶ່ງມີຄວາມເຫັນວ່າ “ຂ້ອຍຄິດວ່າມັນມີຫຼາຍສິ່ງຫຼາຍຢ່າງພົວ
ພັນກັບອີຣ່ານແລະອິສຣາແອລ ແລະທຸກໆຄົນກໍພາກັນຄາດຄະເນກັນ ໄປຕ່າງໆ
ນາໆຢູ່ທີ່ນັ້ນ. ຂ້ອຍບໍ່ຄິດວ່າ ປະທານາທິບໍດີໂອບາມາມີສ່ວນກ່ຽວຂ້ອງເປັນການ
ສ່ວນໂຕໃດໆກັບເລື່ອງນີ້.”
ປະທານາທິບໍດີໂອບາມາກ່າວວ່າ ພັກຣີພັບບລີກັນພວມໃຊ້ບັນຫາລາຄານໍ້າມັນແພງເພື່ອ
ໂຈມຕີທ່ານທາງການເມືອງ.
ປະທານາທິບໍດີໂອບາມາເວົ້າວ່າ “ບໍ່ມີຢາວິເສດໃດໆ ແລະຜູ້ໃດບອກທ່ານແຕກຕ່າງ
ໄປຈາກນີ້ ແມ່ນຜູ້ນັ້ນບໍ່ໄດ້ຊອກຫາຄຳຕອບທີ່ແທ້ຈິງ. ບາງທີພວກເຂົາເຈົ້າອາດ
ຈະພຽງແຕ່ເອນອຽງໄປຕາມຄື້ນການເມືອງໃນຂະນະນີ້ທໍ່ນັ້ນ.”
ທ່ານ Peter Brown ຜູ້ຢັ່ງ
ຫາງສຽງຂອງມະຫາວິທະຍາ
ໄລ Quinnipiac ກ່າວວ່າ
ນໍ້າສຽງໃນທາງລົບຂອງການ
ໂຄສະນາໂຈມຕີກັນຢູ່ໃນການ
ເລືອກຕັ້ງຂັ້ນຕົ້ນ ຂອງພັກຣີ
ພັບບລີກັນອາດເຮັດໃຫ້ທ່ານ
ໂອບາມາເປັນຜູ້ໄດ້ປຽບ.
ທ່ານ Brown ເວົ້າວ່າ “ມັນ
ອາດຊ່ອຍ ປະທານາທິບໍດີ
ທີ່ທໍາອິດແມ່ນທ່ານ Ging-
rich ກັບທ່ານ Romney
ແລະບັດນີ້ແມ່ນທ່ານ San-
torum ກັບທ່ານ Romney
ພາກັນຊື້ເວລາ ໃນການໂຄສະນາຫາສຽງທາງໂທລະພາບຢ່າງຫຼວງຫຼາຍທຳການ
ໂຈມຕີກັນແລະກັນນັ້ນ.”
ແຕ່ທ່ານ Henry Olsen ຈາກສະຖາບັນວິສາຫະກິດອາເມຣິກັນຫລື American Enter-
prise Institute ກ່າວວ່າ ຍັງມີເວລາອີກດົນກ່ວາຈະຮອດເດືອນພະຈິກ.
ທ່ານ Olsen ເວົ້າວ່າ “ທ່ານໂອບາມາພວມຢູ່ໃນຂັ້ນຕອນ ບ່ອນທີ່ທ່ານຄິດວ່າ ມັນ
ເປັນໄປໄດ້ ທີ່ທ່ານອາດຈະໄດ້ຖືກເລືອກ ໃຫ້ເຂົ້າຮັບຕຳແໜ່ງຕື່ມອີກ ແຕ່ຍັງບໍ່ທັນ
ເປັນທີ່ແນ່ນອນເທື່ອ ທີ່ຈະໃຫ້ການຄໍ້າປະກັນ ກ່ຽວກັບການເຂົ້າຮັບຕຳແໜ່ງຕື່ມອີກ
ຂອງທ່ານ. ທ່ານໂອບາມາຄວນຮູ້ສຶກມີຄວາມດີໃຈ ແຕ່ທ່ານບໍ່ຄວນທີ່ຈະຮູ້ສຶກໝັ້ນ
ໃຈຈົນເກີນໄປ.”
ການຢັ່ງຫາງສຽງເມື່ອໄວໆມານີ້ ສະແດງໃຫ້ເຫັນວ່າ ທ່ານໂອບາມາສາມາດເອົາຊະນະທ່ານ
Rick Santorum ຢ່າງງ່າຍດາຍຖ້າທ່ານ Santorum ຫາກໄດ້ຮັບການແຕ່ງຕັ້ງເປັນຜູ້ຕາງ
ໜ້າຂອງພັກຣີພັບບລີກັນ ແຕ່ການແຂ່ງຂັນຈະມີຄະແນນສຽງໃກ້ຄຽງກັນຫຼາຍ ຖ້າທ່ານ Mitt
Romney ຫາກໄດ້ຮັບການແຕ່ງຕັ້ງເປັນຜູ້ສະມັກເລືອກຕັ້ງປະທານາທິບໍດີຂອງພັກຣີພັບບລີ
ກັນໃນເດືອນພະຈິກປີນີ້.