ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ໃຫ້ຄໍາໝັ້ນສັນຍາ ທີ່ຈະໃຫ້ ເງິນກູ້ຢືມ ແກ່ ຈໍແດນ (ວີດີໂອ)


ປະ​ທາ​ນາ​ທິບໍດີໂອບາມາ ​ໄດ້​ປະກາດ​ ຢູ່ທີ່​ລັດ California ບ່ອນທີ່ທ່ານ​ ​ໄດ້​ພົບ​ປະກັບກະ​ສັດAbdullah ແຫ່ງປະ​ເທດຈໍ​ແດນ.
ປະ​ທາ​ນາ​ທິບໍດີໂອບາມາ ​ໄດ້​ປະກາດ​ ຢູ່ທີ່​ລັດ California ບ່ອນທີ່ທ່ານ​ ​ໄດ້​ພົບ​ປະກັບກະ​ສັດAbdullah ແຫ່ງປະ​ເທດຈໍ​ແດນ.
ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ໃຫ້
​ຄໍາ​ໝັ້ນ​ສັນຍາ ທີ່ຈະໃຫ້ການຄໍ້າປະກັນ ເງິນກູ້​ຢືມ​ 1 ພັນ
​ລ້ານ​ໂດ​ລາແກ່​ຈໍ​ແດນ ປະ​ເທດພັນທະ​ມິດອາຣັບທີ່​ສໍາຄັນ​
ຂອງສະຫະລັດ.

ປະ​ທາ​ນາ​ທິບໍດີໂອບາມາ ​ໄດ້​ປະກາດ​ໃນ​ວັນ​ສຸກ​ວານ​ນີ້ ຢູ່
ທີ່​ລັດ California ບ່ອນທີ່ທ່ານ​ໄດ້​ພົບ​ປະກັບກະ​ສັດ Ab-
dullah ແຫ່ງປະ​ເທດຈໍ​ແດນ.

ຈໍ​ແດນ ​ເປັນ​ປະ​ເທດ​ພັນທະ​ມິດ ທີ່ໃກ້​ຊິດທີ່​ສຸດປະ​ເທດ​ນຶ່ງ
ຂອງສະຫະລັດ​ ໃນ ພາກຕາ​ເວັນອອກ​ກາງ ​ແລະ​ເປັນ​ນຶ່ງ​
ໃນສອງ​ປະ​ເທດ​ອາຣັບເທົ່ານັ້ນ ທີ່ໄດ້ເຊັນ​ສັນຍາ​ສັນຕິພາບ​ກັບ ປະ​ເທດອິສຣາ​ແອ​ລ.
​ແລະ ​ປະ​ເທດອີຈິ​ບ ກໍ​ແມ່ນ​ອີກປະ​ເທດ​ນຶ່ງ ທີ່ໄດ້ດຳເນີນການດັ່ງກ່າວ.

​ເສດຖະກິດ​ຂອງປະ​ເທດຈໍແດນ ​ໄດ້​ຮັບຜົນ​ກະທົບຢ່າງໜັກຈາກການຫລັ່ງໄຫລ ເຂົ້າໄປ
ຂອງພວກອົບ​ພະ​ຍົບ​ເກືອບ 600,000 ຄົນ ຈາກ​ສົງຄາມ​ກາງ​ເມືອງໃນ ປະ​ເທດຊີເຣຍ
ຊຶ່ງເປັນ​ເພື່ອນ​ບ້ານ.

ທ່ານ Obama ​ແລະ ກະສັດຈໍ​ແດນ ​ໄດ້​ສົນທະນາ​ກັນຫາລືກັນ​ຫລາຍ​ໆເລື່ອງ ກ່ຽວ​ກັບ
ສະຖານະ​ການໃນພາກຕາ​ເວັນ​ອອກກາງ ​ໃນ​ລະຫວ່າງ​ການ​ສົນທະນາ​ຂອງພວກທ່ານ
​ໃນ​ຕອນ​ແລງ​ວັນ​ສຸກວານນີ້ ຢູ່ທີ່​ລັດ California.


Obama
please wait
Embed

No media source currently available

0:00 0:00:17 0:00
XS
SM
MD
LG