ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາແລະປະທານາ
ທິບໍດີຣັດເຊຍ ທ່ານ Vladimir Putin ເກືອບບໍ່ມີການເຫັນພ້ອມ
ນຳກັນຫຍັງເລີຍໃນລະຫວ່າງການໂອ້ລົມທາງໂທລະສັບເປັນເວ
ລານຶ່ງຊົ່ວໂມງ ເພື່ອປຶກສາຫາລື ກ່ຽວກັບວິກິດການໃນຢູເຄຣນ.
ໃນລະຫວ່າງການໂອ້ລົມໂທລະສັບລົມກັນນັ້ນທຳນຽບຂາວກ່າວ
ວ່າ ປະທານາທິບໍດີໂອບາມາ ກ່າວຕໍ່ທ່ານ Putin ວ່າ ການມີໜ້າ
ຂອງກຳລັງທະຫານຣັດເຊຍຢູ່ໃນແຫລມ Crimea ແມ່ນລະເມີດ
ຕໍ່ອະທິປະໄຕ ຂອງຢູເຄຣນ.
ນີ້ແມ່ນການຕິດຕໍ່ໂດຍກົງທີ່ຮູ້ກັນເປັນເທື່ອທຳອິດລະຫວ່າງພວກ
ຜູ້ນຳທັງສອງ ນັບຕັ້ງແຕ່ທະຫານຣັດເຊຍໄດ້ເຂົ້າໄປປະກົດໂຕຢູ່ໃນດິນແດນຢູເຄຣນໃນມື້
ວັນເສົາແລ້ວ ຫຼັງຈາກໄດ້ມີການຂັບໄລ່ ພວກຜູ້ນຳຂອງຢູເຄຣນ ທີ່ເປັນມິດກັບຣັດເຊຍໃຫ້
ອອກຈາກຕຳແໜ່ງ.
ຖະແຫຼງການສະບັບນຶ່ງຂອງວັງເຄຣັມລິນ ທີ່ອອກໃນວັນສຸກມື້ນີ້ ໄດ້ອ້າງຄຳເວົ້າຂອງທ່ານ Putin ທີ່ກ່າວວ່າ ພວກຜູ້ນຳຂອງຢູເຄຣນຈຸໃໝ່ ທີ່ນິຍົມປະເທດຕາເວັນຕົກນັ້ນແມ່ນບໍ່ຖືກ ຕ້ອງຕາມກົດໝາຍແລະບົງການກ່ຽວກັບການຕັດສິນໃຈທີ່ແນ່ນອນຜິດຕໍ່ກົດໝາຍນັ້ນໄປ
ຍັງເຂດພາກຕາເວັນອອກແລະຕາເວັນອອກສຽງໃຕ້ຂອງຢູເຄຣນພ້ອມທັງແຫຼມ Crimea.
ໃນຂະນະທີ່ທ່ານ Putin ກ່າວຢ້ຳຖິງຄວາມສຳຄັນສຸດຍອດກ່ຽວກັບຄວາມສຳພັນລະຫວ່າງ ຣັດເຊຍກັບສະຫະລັດ ແຕ່ທ່ານກໍເວົ້າວ່າ ຣັດເຊຍບໍ່ສາມາດ ທີ່ຈະເມີນເສີຍ ຕໍ່ການຮ້ອງຂໍ ຄວາມຊ່ອຍເຫຼືອ ກ່ຽວກັບເລື່ອງນີ້ ແລະກໍໄດ້ດຳເນີນການເຊັ່ນນັ້ນ ຊຶ່ງເປັນການສອດຄ່ອງ ໂດຍເຕັມກັບກົດໝາຍນາໆຊາດ.
ແຜນທີ່ ເຂດໄຄຣເມຍ ຂອງຢູເຄຣນ
ທຳນຽບຂາວກ່າວວ່າ ທ່ານໂອບາມາໄດ້ສະເໜີການແກ້ໄຂທາງ
ດ້ານການທູດຫຼາຍໆຂໍ້ກ່ຽວກັບການປະເຊີນໜ້າກັນດັ່ງກ່າວ ທີ່
ເວົ້າວ່າ ຈະກ່າວເຖິງຜົນປະໂຫຍດຂອງຣັດເຊຍ ປະຊາຊົນຊາວ
ຢູເຄຣນ ແລະປະຊາຄົມນາໆຊາດ.
ໃນຖານະທີ່ເປັນພາກສ່ວນນຶ່ງ ຂອງການແກ້ໄຂນັ້ນ ປະທານາທິ
ບໍດີໂອບາມາ ຮຽກຮ້ອງໃຫ້ເປີດການເຈລະຈາໂດຍກົງລະຫວ່າງ
ກຸງ Kyiv ແລະມົສກູທີ່ຈະຢູ່ພາຍໃຕ້ການໄກ່ເກ່ຍຂອງນາໆຊາດ
ນອກນັ້ນ ທ່ານໂອບາມາຍັງຮຽກຮ້ອງໃຫ້ກຳລັງທະຫານຣັດເຊຍ
ກັບຄືນເຂົ້າຄ້າຍແລະໃຫ້ຄະນະສັງເກດການນາໆຊາດຄ້ຳປະກັນຄວາມປອດໄພຂອງຊາວ
ຢູເຄຣນທຸກໆຄົນ ຮວມທັງຊາວຣັດເຊຍນຳດ້ວຍ.

ພາບຫຼ້າສຸດ ຈາກ ຢູເຄຣນ
1/9
Pro-Russian demonstrators clash with riot police during a protest rally in Donetsk, Ukraine, March 6, 2014.
ເບິ່ງຕື່ມອີກ
Show less
2/9

3/9
A Ukrainian serviceman stands guard at a Ukrainian military base as a uniformed man, believed to be a Russian serviceman, walks nearby in Perevalnoye outside Simferopol, March 6, 2014.
ເບິ່ງຕື່ມອີກ
Show less
4/9
Uniformed men, believed to be Russian servicemen, walk in formation near a Ukrainian military base in Perevalnoye, outside Simferopol, March 6, 2014.
ເບິ່ງຕື່ມອີກ
Show less
5/9
A uniformed man, believed to be a Russian serviceman, stands guard near a Ukrainian military base in Perevalnoye, outside Simferopol, March 6, 2014.
ເບິ່ງຕື່ມອີກ
Show less
6/9
The Ukrainian frigate Hetman Sahaydachy enters the waters of the Black Sea port of Odessa, Ukraine, March 6, 2014.
ເບິ່ງຕື່ມອີກ
Show less
7/9
Members of Crimean self-defence units block a topless activist from the Ukrainian feminist group Femen during a protest near the Crimean parliament building in Simferopol, March 6, 2014.
ເບິ່ງຕື່ມອີກ
Show less
Previous slide
Next slide