ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ໂອ້ລົມ ກັບເຈົ້າໜ້າທີ່ ອາເມຣິກັນ ທີ່ພວມຕໍ່ສູ້ ກັບ ອີໂບລາ ທີ່ອາຟຣິກາ ຕາເວັນຕົກ.


ປ. ບາຣັກ ໂອບາມາ ຈັບມື ກັບ Dr. Kent Brantly ທີ່ລອດຊີວິດ ຈາກການຕິດເຊື້ອ ອີໂບລາ ຫຼັງຈາກໂອ້ລົມກັນທາງໂທລະສັບ ກັບພວກພະນັກງານຮັກສາສຸຂະພາບ ອາເມຣິກັນ ທີ່ອາຟຣິກາຕາເວັນຕົກ ທີ່ກຳລັງຕໍ່ສູ້ກັບເຊື້ອອີໂບລາ ວັນທີ 29 ຕຸລາ 2014.
ປ. ບາຣັກ ໂອບາມາ ຈັບມື ກັບ Dr. Kent Brantly ທີ່ລອດຊີວິດ ຈາກການຕິດເຊື້ອ ອີໂບລາ ຫຼັງຈາກໂອ້ລົມກັນທາງໂທລະສັບ ກັບພວກພະນັກງານຮັກສາສຸຂະພາບ ອາເມຣິກັນ ທີ່ອາຟຣິກາຕາເວັນຕົກ ທີ່ກຳລັງຕໍ່ສູ້ກັບເຊື້ອອີໂບລາ ວັນທີ 29 ຕຸລາ 2014.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ໂອ້​ລົມ​ກັນ​ທາງ​ໂທລະສັບ
​ໃນ​ວັນ​ເສົາ​ວານ​ນີ້ ​ກັບ​ກອງກຳລັງ​ສະຫະລັດ ທີ່​ກຳລັງທຳ​ການ
​ຕໍ່ສູ້​ກັບ​ເຊື້ອ​ອີ​ໂບລາ​ໃນ​ປະ​ເທດ​ໄລ​ເບ​ເຣຍ ​ແລະ ​ເຊ​ເນ​ການ​ນັ້ນ.

ທຳນຽບຂາວ ກ່າວ​ວ່າ ທ່ານ​ໂອ​ບາ​ມາ​ໄດ້​ກ່າວ​ຂອບ​ອົກ​ຂອບໃຈ
​ແກ່​ພວກ​ຊາຍ​ຍິງທີ່​ກຳລັງ​ອຳນວຍ​ການ​ຊ່ອຍ​ເຫຼືອ​ດ້ານ​ພະລາທິ
ການ ຄວາມ​ຊຳນານ​ໃນ​ດ້ານ​ວິສະ​ວະ​ກຳ ການ​ບໍລິການ​ດ້ານ​ກາ
ນ​ກໍ່ສ້າງ ​ແລະ​ພາກສ່ວນ​ອື່ນໆ​ທີ່​ຈຳເປັນ ​ເພື່ອ​ຄວບ​ຄຸມ​ການລະ
ບາດ​ຂອງ​ເຊື້ອ​ອີ​ໂບລາ​ນັ້ນ.

ຖ​ແຫຼ​ງການ​ສະບັບ​ນຶ່ງ ກ່າວ​ວ່າ ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ເນັ້ນ​ວ່າ
ຍຸດ​ທະ​ສາດ​ຂອງ​ລັດຖະບານ​ທັງ​ໝົດ ພາຍ​ໃຕ້​ການ​ນຳພາ​ຂອງ​ພວກ​ພົນລະ​ເຮືອນ ​ເພື່ອ​ຕໍ່
ສູ້​ກັບ​ການລະບາດ​ຂອງ​ເຊື້​ອອີ​ໂບລາໃນ​ເຂດແນວ​ໜ້ານັ້ນ ​ເປັນ​ຊ່ອງ​ທາງ​ນຶ່ງ​ ທີ່ມີ​ປະສິດທິ
ພາບ​ຫຼາຍທີ່​ສຸດ​ ເພື່ອ​ປ້ອງ​ກັນການລະ ບາດ​ຂອງ​ເຊື້ອ​ໂຣກດັ່ງກ່າວ​ອອກ​ໄປ​ອີກ ​ແລະ​ປົກ​
ປ້ອງ​ຄົນ​ອາ​ເມຣິກັນຢູ່​ໃນ​ສະຫະລັດ ​ບໍ່​ໃຫ້ຕິດ​ເຊື້ອ​ໂຣກນີ້​ຕື່ມ​ອີກ.

​ໃນ​ຂະນະ​ດຽວ​ກັນ ການ​າດາ ກ່າວ​ວ່າ ຕົນ​ຈະ​ງົດ​ອອກ​ວີ​ຊາ​ໃຫ້​ແກ່ປະຊາຊົນ​ຈາກບັນດາ​
ປະ​ເທດ​ທີ່​ກຳລັງ​ປະ​ເຊີນກັບ​ອັນ​ທີ່​ຕົນ​ເອີ້ນວ່າ“ການລະບາດ​ຢ່າງ​ແຜ່​ຫຼາຍ ​ແລະ​ຢ່າງ​ຮ້າຍແຮງ​ບໍ່​ລົດ​ລະ​” ຂອງ​ເຊື້ອອີ​ໂບລາ​ນີ້. ການ​ຕັດສິນ​ໃຈ ທີ່​ໄດ້​ປະກາດ​ໃຫ້​ຊາບເປັນ​ຄັ້ງ​ທຳ​ອິດ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ​ແມ່ນ​ຄ້າຍໆ​ຄື​ກັນ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ອອສ​ເຕຣ​ເລຍ​ໃນ​ຫວ່າງ​ໄວໆ​ມາ​ນີ້.

​ໃນ​ການ​ເຄື່ອນ​ໄຫວ​ອື່ນໆ ໜັງສືພິມ​ຂັ້ນ​ນຳໃນ​ສະຫະ​ລັດ​ສະບັບ​ນຶ່ງກ່າວ ​ວ່າ ​ເດັກ​ຍິງ​ໄວ 7 ຂວບ​ໃນ​ລັດ Connecticut ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສະຫະລັດ ​ໄດ້​ຮັບ​ອະນຸ
ຍາດ​ໃຫ້​ກັບ​ຄືນ​ໄປ​ຫ້ອງ​ຮຽນຂອງ​ນາງ​ໄດ້ ຫຼັງ​ຈາກ​ຖືກ​ຫ້າມ​ບໍ່ໃຫ້​ໄປ​ໂຮງຮຽນ ຍ້ອນ​ຄວາມ​ຢ້ານ​ກົວ​ວ່າ ນາງ​ອາດ​ຈະ​ໄດ້​ຕິດ​ເຊື້ອ​ອີ​ໂບລາ​ໃນ​ຂະ​ທີ່​ນາງໄປຢ້ຽມຢາມ​ອາ​ຟຣິກາ​ນັ້ນ.

XS
SM
MD
LG