ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະ ເກົາຫຼີໃຕ້ ສະເໜີເງື່ອນໄຂ ເພື່ອເຈລະຈາ ກັບ ພຽງຢາງ


US, South Korea Offer Terms for Dialogue With Pyongyang
please wait

No media source currently available

0:00 0:02:00 0:00

ປະທານາທິບໍດີບາຣັກ ໂອບາມາ ແລະປະທານາທິບໍດີເກົາຫຼີໃຕ້
ທ່ານນາງ Park Guen-hye ທວງໃຫ້ເກົາຫຼີເໜືອປະຖິ້ມຄວາມ
ໄຝ່ຝັນທາງດ້ານນິວເຄລຍຂອງຕົນທີ່ກອງປະຊຸມສຸດຍອດຢູ່ທຳ
ນຽບຂາວ ໃນວັນສຸກວານນີ້ ແຕ່ກໍໄດ້ສະແດງ ຄວາມເຕັມໃຈ ທີ່
ຈະພົວພັນ ໃນການເຈລະຈາກັບພຽງຢາງ ຖ້າຫາກພຽງຢາງສະ
ແດງໃຫ້ເຫັນວ່າ ຕົນມີຄວາມຈິງໃຈກ່ຽວກັບການລຶບລ້າງຄວາມ
ສາມາດ ທາງດ້ານນິວເຄລຍຂອງຕົນ.

ປະທານາທິບໍດີໂອບາມາກ່າວໃນລະຫວ່າງການຖະແຫຼງຂ່າວ
ຮ່ວມກັນວ່າ "ປະເທດຂອງພວກເຮົາ ຈະບໍ່ຍອມຮັບ ຢ່າງເດັດ
ຂາດວ່າເກົາຫລີເໜືອ ເປັນປະເທດທີ່ມີອາວຸດນິວເຄລຍ.

ປະທານາທິບໍດີກ່າວຕື່ມວ່າ ພວກເຮົາຈະສືບຕໍ່ຢືນຢັດວ່າ ພຽງຢາງຕ້ອງໄດ້ປະຕິບັດຕາມ
ພັນທະຂອງຕົນ ເພື່ອເຮັດໃຫ້ແຫລມເກົາຫຼີ ເປັນເຂດປອດນິວເຄລຍ ດ້ວຍວິທີການແບບ
ສັນຕິ ຢ່າງຄົບຖ້ວນ ແລະພິສູດໄດ້.

ພວກຜູ້ນຳທັງສອງ ໄດ້ເອີ້ນການເປັນພັນທະມິດ ທີ່ມີມາເປັນເວລາດົນກວ່າ 6 ທົດສະວັດ
ລະຫວ່າງປະເທດທັງສອງວ່າເປັນກົນໄກຄ້ຳຈຸນສັນຕິພາບແລະຄວາມໝັ້ນຄົງຢູ່ໃນແຫຼມ ເກົາຫຼີແລະໃນທົ່ວພາກພື້ນເອເຊຍປາຊີຟິກ.

ປະທານາທິບໍດີໂອບາມາ ໄດ້ສະແດງຄວາມສະໜັບສະໜຸນຕໍ່ການດຳເນີນຄວາມພະຍາ
ຍາມຂອງປະທານາທິບໍດີ Park ທີ່ຈະເຕົ້າໂຮມແຫລມເກົາຫຼີເຂົ້າເປັນນຶ່ງດຽວ ແລະກ່າວ
ວ່າ ສະຫະລັດແມ່ນມີຄວາມເຕັມໃຈ ທີ່ຈະພົວພັນກັບພຽງຢາງ ຖ້າພຽງຢາງຫາກຫັນປ່ຽນ
ນະໂຍບາຍໄປຈາກການຊອກສະແຫວງຫາອາວຸດນິວເຄລຍ.

ຜູ້ນຳຂອງສະຫະລັດກ່າວວ່າ ໃນຂະນະທີ່ລັດຖະບານຂອງຂ້າພະເຈົ້າໄດ້ສະແດງໃຫ້ເຫັນ
ກັບອີຣ່ານ ຄິວບາ ພວກເຮົາຍັງກະກຽມທີ່ຈະພົວພັນກັບບັນດາປະເທດທີ່ພວກເຮົາເຄີຍມີ
ປະຫວັດທີ່ມີບັນຫາມາກ່ອນ. ແຕ່ພຽງຢາງຕ້ອງເຂົ້າໃຈວ່າ ຕົນຈະບໍ່ບັນລຸການພັດທະນາ ທາງດ້ານເສດຖະກິດທີ່ຕົນປະສົງ ຕາບໃດທີ່ຍັງມີເປົ້າໝາຍແນໃສ່ອາວຸດນິວເຄລຍຢູ່.

ທ່ານນາງ Park ໄດ້ປະນາມໃນອັນທີ່ເອີ້ນວ່າການກະທຳແບບທ້າທາຍຂອງເກົາຫຼີເໜືອ. ທະຫານເກົາຫຼີໃຕ້ 2 ຄົນ ໄດ້ຮັບບາດເຈັບໃນເດືອນສິງຫາຜ່ານມາ ເວລາລະເບີດຝັງດິນ ຂອງເກົາຫຼີເໜືອແຕກຂຶ້ນຢູ່ໃນບໍລິເວນຊາຍແດນ.

ຢູ່ໃນຖະແຫຼງການຮ່ວມນັ້ນ ພວກຜູ້ນຳຂອງສະຫະລັດແລະເກົາຫຼີໃຕ້ກ່າວວ່າ ພັນທະມິດ ທັງສອງມີຄວາມໝາຍໝັ້ນ ທີ່ຈະຕ້ານຢັນໂຄງການນິວເຄລຍແລະລູກສອນໄຟຂອງເກົາ
ຫລີເໜືອ ຕະຫລອດທັງການທ້າທາຍເກາະຜິດຕ່າງໆ.

US Korea
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG